ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ແລະທ່ານ Hagel ເດີນທາງໄປ ອອສເຕຣເລຍ ເພື່ອພົບປະກັບ ຄູ່ຕຳແໜ່ງຢູ່ທີ່ນັ້ນ (ວີດີໂອ)


ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວຕໍ່
ກອງປະຊຸມນັກຂ່າວ ທີ່ນະຄອນຫຼວງ Naypyitaw ທີ່ມຽນມາ
ວັນທີ 10 ສິງຫາ 2014.
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວຕໍ່ ກອງປະຊຸມນັກຂ່າວ ທີ່ນະຄອນຫຼວງ Naypyitaw ທີ່ມຽນມາ ວັນທີ 10 ສິງຫາ 2014.

ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ເດີນ
ທາງ​ໄປ​ຮອດ​ອອສ​ເຕຣ​ເລຍ​ແລ້ວ ບ່ອນ​ທີ່​ທ່ານ​ຈະ​ໄປຮ່ວມ​ກັບ​
ທ່ານ Chuck Hagel ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​
ເພື່ອທຳ​ການ​ໂອ້ລົມ​ສົນທະ​ນາກັບ ບັນດາຄູ່​ຕຳ​ແໜ່​ງຂອງ​ພວກ
​ທ່ານ ຈາກ​ອອສ​ເຕຣ​ເລຍ.

ທ່ານ Kerry ພ້ອມ​ກັບ​ທ່ານ​ນາງ Julie Bishop ລັດຖະມົນຕີ​ຕ່າງປະ​ເທດ​ອອສ​ເຕຣ​ເລຍ ​
ໄດ້​ບິນ​ໄປ​ຍັງ​ນະຄອນ​ຊິດ​ນີ ​ໃນ​ວັນ​ຈັນ​ມື້​ນີ້ ຫຼັງຈາກໄປ​ຮ່ວມກອງ​ປະຊຸມ​ກຸ່ມ​ອາ​ຊຽນ ທີ່​
ມຽນມາ​ແລ້ວ.

ທ່ານ Kerry ​ທ່ານ Hagel ​ແລະ​ທ່ານ​ນາງ Bishop ພ້ອມ​ກັບ​ທ່ານ David Johnston ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອອສ​ເຕຣ​ເລຍ ຈະ​ພົບ​ປະກັນ​ໃນ​ວັນ​ອັງຄານ​ມື້​ອື່ນ ​ເພື່ອ​ທຳ​
ການ​ໂອ້​ລົມ​ສົນທະນາ​ກັນ​ໃນເລື້ອງ​ຕ່າງໆ ຮວມທັງ​ເລື້ອງ​ການ​ຄ້າ ຄວາມ​ປອດ​ໄພ​ໃນ
ການ​ເດີນ​ເຮືອ​ທາງ​ທະ​ເລ ​ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

usaustralia11august14
please wait
Embed

No media source currently available

0:00 0:00:37 0:00

U.S. Secretary of State John Kerry has arrived in Australia, where he will meet up with U.S. Secretary of Defense Chuck Hagel for talks with their Australian counterparts.

Kerry, along with Australian Foreign Minister Julie Bishop, flew in to Sydney Monday from an ASEAN meeting in Burma, also known as Myanmar.

Kerry, Hagel and Bishop, along with Australian Defense Minister David Johnston will meet Tuesday for discussions on a wide range of issues, including trade, maritime security and climate change.

XS
SM
MD
LG