ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້ຕົກລົງນິວເຄລຍ ກັບອີຣ່ານ​ ໃກ້ຈະມີການຈັດຕັ້ງປະຕິບັດ ແລ້ວ


ທ່ານ John Kerry ຖະແຫຼງຕໍ່ສື່ມວນຊົນ ທີ່ສຳນັກງານໃຫຍ່ ສປຊ ໃນນະຄອນນິວຢອກ.
ທ່ານ John Kerry ຖະແຫຼງຕໍ່ສື່ມວນຊົນ ທີ່ສຳນັກງານໃຫຍ່ ສປຊ ໃນນະຄອນນິວຢອກ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ກ່າວວ່າ ການຈັດຕັ້ງປະຕິບັດ ຂໍ້​ຕົກລົງ​ນິວ​ເຄລຍ ກັບ​ອີຣ່ານ
ແມ່ນ​ຍັງ​ອີກ​ບໍ່​ເທົ່າ​ໃດ​ມື້​ກໍ​ຈະ​ເລີ້ມມີ​ຜົນ​ບັງຄັບ​ຖ້າ​ຫາກ​ທຸກ​ສິ່ງ​
ຢ່າງ​ເປັນ​ໄປ​ດ້ວຍ​ດີ.

ທ່ານ Kerry ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ໃນລະຫວ່າງ​ການ​ລາຍ
ງານຊີ້​ແຈງໃນ​ວັນ​ພະຫັດ​ວານ​ນີ້​ ທີ່​ທ່ານ​ໄດ້​ກ່າວເນັ້ນ​ຢ້ຳ​ເຖິ​ງ
ຄວາມ​ກ້າວໜ້າ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ສະຫະ
ລັດ​ໃນ​ຮອບ​ປີ​ທີ່​ຜ່ານ​ມາ ​ແລະ​ຮຽກຮ້ອງ​ໃຫ້ສະມາຊິກ​ລັດຖະ
ສະພາ ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ການ​ແຕ່ງຕັ້ງທາງ​ດ້ານການ
​ທູດ​ທີ່​ສຳຄັນໆທີ່​ຍັງ​ຄ້າງຄາ​ຢູ່​ໃນ​ສະພາ​ສູງ​ນັ້ນ.

ທ່ານ Kerry ​ເວົ້າວ່າ ທ່ານ​ໄດ້​ໂອ້​ລົມ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣ່ານ ທ່ານ Mo-
hammad Javad Zarif ທີ່​ໄດ້​ໃຫ້ການ​ຄ້ຳປະກັນ​ ແກ່​ທ່ານ​ວ່າ ອີຣ່ານ ຕັ້ງ​ໃຈ​ທີ່​ຈະ​ເຮັດ​
ຫລ້ອນພັນທະ​ຂອງ​ຕົນ ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ອັນ​ທີ່​ເອີ້ນວ່າ ວັນ​ຈັດຕັ້ງປະຕິບັດ ຈະ​ເລີ້ມຂຶ້ນ​ເວລາ​ອົງການ​ຄຸ້​ມຄອງ​ປະລະມານູຂອງ​ສະ
ຫະ​ປະຊາ​ຊາດໃຫ້ການ​ຢັ້ງຢືນ​ວ່າອີຣ່ານ​ໄດ້​ປະຕິບັດ​ຕາມ​ຂໍ້​ບັງຄັບ​ຕ່າງໆທີ່ຢູ່​ໃນ​ຂໍ້​ຕົກລົງ​
ທີ່​ຮູ້​ກັນ​ໃນ​ຊື່​ແຜນການ​ປະຕິບັດ​ງານ​ຮ່ວມ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ນັ້ນ.

ອັນ​ເປັນ​ຜົນ​ຂອງ​ການ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ນີ້ອີຣ່ານຈະ​ໄດ້​ຮັບ​ການບັນ​ເທົາ​ກ່ຽວກັບ​ການ​
ລົງ​ໂທດ​ຕ່າງໆ​ຂອງ​ນາໆ​ຊາດ​ທີ່​ພົວພັນ​ໃນ​ເລື້ອງນິວ​ເຄລຍ.​ ​ໃນ​ທ້າຍ​ປີກາຍ​ນີ້​ປະທານາທິ
ບໍດີ​ອີຣ່ານ ທ່ານ Hassan Rouhani ​ໄດ້​ທຳນາຍ​ວ່າ ອີ​ຣ່ານຈະ​ກ້າວ​ໄປ​ເຖິງວັນ​ຈັດຕັ້ງປະ
ຕິບັດພາຍ​ໃນ​ກາງ​ເດືອນ​ມັງກອນ​ນີ້.

ທ່ານ Kerry ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ​ ​ເຕຫະຣ່ານ​ໄດ້​ຈັດ​ສົ່ງສ່ວນ​ໃຫຍ່​ຂອງທາດ​ຢູ​ເຣ
ນຽມ ທີ່​ຕົນ​ເກັບ​ສະ​ສົມ​ໄວ້​ນັ້ນ​ ​ໄປ​ຕ່າງປະ​ເທດ​ແລ້ວ ​ໂດຍ​ກ່າວວ່າ ອີຣ່ານທີ່​ຈິງ​ແລ້ວໄດ້ສົ່ງ
ຄວາມ​ສາມາດ ທີ່​ຕົນ​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ ​ເພື່ອ​ສ້າງ​ອາວຸດ​ນິວ​ເຄລຍ​ໄປ​ຕ່າງປະ​ເທດ.

ຂະນະ​ດຽວ​ກັນ​ ສະມາຊິກ​ຂອງ​ພັກ​ຣີພັບ​ບລີ​ກັນ​ຢູ່​ໃນ​ລັດຖະສະພາໄດ້​ທຳ​ການ​ເຄື່ອນ​ໄຫວ
​ເພື່ອ​ໃຫ້​ລັດຖະສະພາ ມີ​ສິດ​ອຳນາດ​ຫຼາຍຂຶ້ນ ​ໃນ​ການ​ຍົກ​ເລີກ​ຂໍ້​ຕົກລົງ​ດັ່ງກ່າວ.

US Foreign Policy
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG