ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ສະໝັກເລືອກຕັ້ງ ປ. ອັຟການິສຖານ ເຫັນດີໃຫ້ ກວດສອບເບິ່ງ ບັດເລືອກຕັ້ງ (ວີດີໂອ)


ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ກ່າວ​ວ່າ ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​
ອັຟກາ​ນິສຖານ ທັງ​ສອງ​ທ່ານ ​ໄດ້​ຕົກລົງ​ເຫັນດີ​ນຳ​ການກ​ວດ
ສອບ​ໂດຍ​ເຕັມ ​ເບິ່ງ​ບັດ​ເລືອກ​ຕັ້ງ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​
ຈະຍອມ​ປະຕິບັດ​ຕາມຜົນ​ຂອງ​ການກວດສອບ​ເບິ່ງ​ນັ້ນ.

​ໃນ​ການ​ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ແລງ​ວັນ​ເສົາ​ວານ​ນີ້ ກັບ
​ບັນດາ​ຜູ້ສະ​ໝັກປະທານາທິບໍດີ​ຮອບຊີ້​ຂາດ ຄື ທ່ານ Abdullah
Abdullah ​ແລະ​ທ່ານ Ashraf Ghani ທ່ານ Kerry ກ່າວ​ວ່າ
“ບັດ​ເລືອກ​ຕັ້ງ​ທຸກໆ​ບັດ” ທີ່ໄດ້ປ່ອນ​ໄປ​ໃນ​ທົ່ວ​ປະ​ເທດຈະ​ຖືກ​
ກວດ​ສອບ​ເບິ່ງ​ໃນ​ນະຄອນ​ຫຼວງ​ຄາ​ບູລ ຈະ​ເລີ້​ມຂຶ້ນ​ພາຍ​ໃນ 24ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້. ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ISAFຈະ​ຂົນ​ສົ່ງ​ພວກ​ບັດ​ເລືອກ​ຕັ້ງ​ທັງ​ໝົດ​ຢ່າງ​ປອດ​ໄພຈາກ​
ທົ່ວ​ປະ​ເທດ ສຳລັບ​ໃຫ້​ພວກ​ນັກ​ສັງ​ເກດ​ການນາໆ​ຊາດທີ່​ໄດ້ສະ​ເໜີ​ໂດຍ​ສະຫະ​ປະຊາ​ຊາດ​
ເພື່ອ​ໃຫ້​ກວດ​ສອບ​ເບິ່ງ​ບັດເລືອກ​ຕັ້ງ​ທັງ​ໝົດ.

ທ່ານ Kerry ກ່າວ​ວ່າ ການ​ດຳ​ເນີນ​ຂັ້ນ​ຕອນ​ດັ່ງກ່າວ​ຈະ​ໃຊ້​ເວລາ​ຫຼາຍ​ອາທິດ ​ແລະ​ທ່ານ
ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ປະທານາທິບໍດີ Hamid Karzai ທີ່​ຈະ​ພົ້ນ​ຈາກ​ຕຳ​ແໜ່​ງ​ໄປ ​ໄດ້​ຕົກລົງ
​ທີ່​ຈະ​ເລື່ອນ​ວັນທຳ​ພິທີເຂົ້າ​ຮັບ​ຕຳ​ແໜ່​ງຂອງ​ປະທານາທິບໍດີ​ຄົນ​ໃໝ່​ອອກ​ໄປ​ອີກ ເພື່ອ​ໃຫ້​ເວລາແກ່​ການກວດ​ສອບ​ເບິ່ງ​ບັດ​ເລືອກ​ຕັ້ງ​ຄືນ​ໃໝ່​ນັ້ນ.

ບັນດາ​ຜູ້​ສະ​ໝັກ​ທັງ​ສອງ​ທ່ານ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ເຫັນ​ດີ​ວ່າ ຜູ້​ຊະນະ​ຈະ​ເປັນ​ປະທາ
ນາທິບໍດີ​ຄົນ​ຕໍ່​ໄປ ​ແລະ​ຈະ​ປະກອບ​ຄະນະ​ລັດຖະບານ​ສາມັກຄີ​ຊາດ​ຂຶ້ນ​ໃນ​ທັນທີ. ທ່ານ Ashraf Ghani ກ່າວ​ວ່າ ວິທີທີ່ “ ຜູ້​ໃດ​ຊະນະ​ເອົາ​ໝົດ​ນີ້” ຈະ​ບໍ່​ນຳ​ຜົນ​ປະ​ໂຫຍ​ດມາ​ໃຫ້
​ແກ່ອັຟກາ​ນິສຖານ ​ແຕ່​ລັດຖະບານ​ສາມັກຄີ​ຊາດ “ຈະ​ໃຫ້​ກຽດ​ແກ່​ຊາວອັຟກາ​ນິສຖານ​
ທຸກໆ​ຄົນ
​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ ມີຄວາມໝັ້ນໝາຍເພື່ອຄວາມ​ຢູ່​ດີກິນດີ
​ຂອງ​ທຸກໆ​ຄົນ.

ບັນດາ​ຜູ້​ສະໝັກ​ທັງ​ສອງ​ຕ່າງ​ກໍອ້າງ​ເອົາ​ໄຊຊະນະ​ໃນ​ການ​ເລືອກຕັ້ງ​ຮອບ​ຊີ້​ຂາດ​ໃນ​ວັນ​ທີ 14 ​ເດືອນ​ມິຖຸນາ​ຜ່ານ​ມາ​ເພື່ອ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ແທນ​ທ່ານ Karzai ນັ້ນ. ຄວາມ​ເຄັ່ງ​ຕຶງ​
ຫຼັງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້ເພີ່ມ​ຂຶ້ນ​ສູ່​ລະດັບ​ສູງ ທ່າມກາງ​ການ​ກ່າວ​ຫາ​ຕ່າງໆ​ທີ່​ວ່າ​ມີ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ເດືອນ ກ່ອນ​ພວກ​ທະຫານ​ນາໆ​ຊາດກຳ
ນົດຈະ​ຖອນ​ອອກ​ຈາກ​ປະ​ເທດ​ໄປ​ນັ້ນ.

kerryafghanistan13july14
please wait

No media source currently available

0:00 0:02:15 0:00

XS
SM
MD
LG