ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ເວົ້າເຖິງການເຊື່ອມໂຍງລະຫວ່າງ ສາສະໜາ ກັບນະໂຍບາຍຕ່າງປະເທດ


Kerry Draws Link Between Religion, Foreign Policy
please wait

No media source currently available

0:00 0:02:57 0:00

ບົດບາດ​ທາງ​ສາສະໜາ ຢູ່ໃນ​ນະ​ໂຍບາຍ​ຕ່າງປະ​ເທດ​ອາ​ເມຣິກາ ​ເປັນ​ສິ່ງສຳຄັນ ​ແຕ່ວ່າ ​ບໍ່​ຄ່ອຍເປັນ​ທີ່​ເຂົ້າ​ໃຈດີ​ປານ​ໃດ ອີງຕາມລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry. ທ່ານ Kerry ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ ກ່ຽວ​ກັບ​ທາງແຍກ​ລະຫວ່າງ​ສາສະ ໜາ ແລະ​ການ​ທູດ ​ໃນ​ວັນ​ອັງຄານ​ແລ້ວນີ້ ຢູ່​ໃນ​ຄຳ​ຖະ​ແຫລ​ງທີ່​ມະຫາວິ​ທະ​ຍາ​ໄລ Rice ​ ຢູ່​ລັດ Texas ທາງ​ພາກ​ໃຕ້​ຂອງ​ສະຫະລັດ. ນັກ​ຂ່າວ ວີ​ໂອ​ເອ Richard Green ມີ​ລາຍ​ ງານເລື້ອງ​ນີ້ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີທ່ານ.

ທ່ານ Kerry ໄດ້ໃຫ້ຂໍ້ສັງເກດວ່າ ຕະຫລອດປະຫວັດສາດທີ່​ຜ່ານ​ມາ ສາສະໜາໄດ້​ມີ ບົດບາດອັນສຳຄັນ ໃນການພິຈາລະນາທາງການເມືອງ ແລະຂອບເຂດທາງດ້ານເສດ ຖະກິດ ຢູ່​ໃນທົ່ວໂລກ ແລະຍັງດຳເນີນຢູ່ຕໍ່​ມາ​ໃນ​ທຸກ​ມື້ນີ້.

ທ່ານ Kerry ກ່າວວ່າ “ສາສະນາໃນຈຸບັນນີ້ ຍັງສືບ​ຕໍ່​ມີ​ຜົນ​ທີ​ຕ່ຕິດຕາມມາຢ່າງເລິກ ເຊິ່ງມີຜົນຕໍ່ຄຸນຄ່າ ບົດບາດການ​ກະທຳ ທາງເລືອກຕ່າງໆ ແນວຄິດຕໍ່ໂລກຂອງ​ ຜູ້ຄົນຢູ່ໃນທຸກຊົນຊັ້ນວັນນະ ໃນທຸກທະວີບ ແລະຢູ່ທີ່ສະຫະລັດ​ນີ້ ນຳ​ດວ້ຍ. ມັນເປັນ ພາກສ່ວນເຮັດໃຫ້ບາງ​ຄົນລິເລີ້ມສົງຄາມ ບາງຊອກສະແຫວງຫາສັນຕິ ພາບ ບາງ​ ຄົນຈັດຕັ້ງຊອກຫາການປ່ຽນແປງ ບາງ​ຄົນຍັງເກາະຫ້ອຍດີ້ນລົນກັບວິທີການເກົ່າ ຕໍ່ຕ້ານສະໄໝໃໝ່ ບາງ​ຄົນມີ​ຄວາມ​ກະຕືລືລົ້ນຢາກ​ເຜີຍ​ແຜ່​ຂ້າມຊາຍແດນຂອງ ປະເທດ ແລະຄວາມ​ເຊື່ອ​ຂອງ​ຕົນ ສ່ວນ​ບາງ​ຄົນຢາກສ້າງກຳແພງໃຫ້ສູງຂຶ້ນ ​ເພື່ອ ແບ່ງແຍກກຸ່ມນຶ່ງ​ອອກ​ຈາກ​ອີກ​ກຸ່ມ​ນຶ່ງ.”

ບໍ່ນານຫລັງຈາກໄດ້ເປັນນັກການທູດສູງສຸດຂອງສະຫະລັດ ໃນປີ 2013 ທ່ານ Kerry ໄດ້ສ້າງຕັ້ງຫ້ອງການສາສະໜາ ແລະກິດຈະການໂລກ ຂອງກະຊວງຕ່າງປະເທດ ອັນ ເປັນພາກສ່ວນນຶ່ງ​ໃນ​ຂໍ້ລິເລີ້ມຂອງລັດຖະບານ ປະທານາທິບໍດີ Obama ເພື່ອຊຸກຍູ້​ໃຫ້ ​ມີການຮ່ວມ​ມື​ກັນ​ລະຫວ່າງ​ສາສະໜາ​ຕ່າງໆ ​ແກ້​ໄຂ​ບັນ ຫາທີ່ສຳຄັນຫລາຍໆຢ່າງ.

ທ່ານ Kerry ກ່າວວ່າ"ໂຕຢ່າງ​ໃນປີກາຍນີ້ເຮົາໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມ ໃຫ້ແກ່ບັນດາຜູ້ນຳທາງສາສະໜາ ຢູ່ໃນປະເທດໄນຈີເຣຍ. ຫົວຂໍ້ການປະຊຸມ ​ແມ່ນ​ ຮວມທັງຫລັກ​ສິນ​ທຳແລະການ​ປະຕິບັດ​ໂຕ​ຈິງ ​ໃນການສໍ້ລາດບັງຫລວງ. ບັນດາຜູ້ ນຳທາງສາສະໜາ ມີຄວາມເປັນຫ່ວງກ່ຽວກັບຜົນກະທົບຂອງການສໍ້ລາດບັງຫລວງ ຢູ່ໃນບັນດາປະເທດຕ່າງໆ ແລະປະຊາຄົມຂອງເຂົາເຈົ້າ ແຕ່ເຂົາເຈົ້າຮັບຮູ້ວ່າ ການ
ແກ້​ໄຂ​ກ່ຽວ​ກັບບັນຫາ​ທີ່ໄດ້ແຜ່ລາມອອກໄປຢ່າງ​ກວ້າງ ຂວາງ​ນີ້ຈະບໍ່ງ່າຍດາຍ​ເລີຍ. ດັ່ງທີ່ຜູ້ເຂົ້າຮ່ວມປະຊຸມ​ຄົນ​ນຶ່ງ​ໃຫ້​ຂໍ້ສັງເກດວ່າ “ເວ ລາໃດພວກເຮົາຕໍ່ ສູ້ກັບການ ສໍ້ລາດບັງຫລວງ ການສໍ້ລາດບັງຫລວງກໍສູ້ກັບ​ພວກ​ເຮົາຄືນ. ເພາະສະນັ້ນ ເຂົາເຈົ້າ
ມີ ແຜນປະຕິບັດຂຶ້ນມາໃໝ່ ເພື່ອຊຸກຍູ້​ໃຫ້​ມີການປະຕິຮູບ ຢູ່ໃນທຸກລະດັບ ເພື່ອສິດ ສອນໃຫ້ປະຊາຊົນເປັນຜູ້ກ້າເວົ້າກ້າວ່າ ແລະຖ່າຍທອດນຳເອົາຂ່າວ ​ຄາວ​ນີ້​ໄປ​ເຜີຍ​ ແຜ່​ຕໍ່​ວ່າ ການສໍ້ລາດບັງຫລວງ ບໍ່​ແມ່ນ​ວ່າ​ເປັນ​ສິ່ງທີ່ຫລີກຫລ່ຽງບໍ່ໄດ້ ​ໃນ​ການ​ດຳລົງ ຄົງຢູ່ຂອງມະນຸດຊາດ ແຕ່ແມ່ນການລ່ວງ​ລະ​ເມີດ ທີ່ສາມາດ ແລະຕ້ອງ​ໄດ້ຢຸດເຊົາ.”

ທ່ານກ່າວວ່າ ເປົ້າໝາຍທີ່ສຳຄັນອີກ​ອັນ​ນຶ່ງໃນຄວາມພະຍາຍາມ​ເຜີຍ​ແຜ່ຂອງລັດຖະ ບານ ກໍຄືການປ້ອງກັນສາສະໜາແລະບັນດາຊົນກຸ່ມນ້ອຍທີ່ປະເຊີນໜ້າກັບການປະ​ຫັດ​ປະຫານຢູ່​ໃນທົ່່ວໂລກທີ່ຮ້ອງວ່າ “ການ​ທົດ​ສອບ​ຂັ້ນພື້ນຖານຕໍ່ຄວາມສີວິໄລນັ້ນເອງ.”

ທ່ານ Kerry ກ່າວວ່າ “ພວກເຮົາຄິດວ່າ ປະຊາຊົນຄວນທີ່ຈະມີເສລີພາບໃນການ ເລືອກເອົາຄວາມເຊື່ອຖືຂອງເຂົາເຈົ້າ ປ່ຽນແປງຄວາມເຊື່ອຖື ປະຕິບັດໃນຄວາມ ເຊື່ອຖືຂອງ ເຂົາເຈົ້າ ແລະເວົ້າກ່ຽວກັບ ແລະສິດສອນຄວາມເຊື່ອຖື​ໂດຍປາດສະ ຈາກຄວາມຢ້ານກົວ​ໃນການຖືກຂົ່ມຂູ່. ແລະເສລີພາບດ້ານສາສະໜາ ແລະການລະ ບຸເຜົ່າພັນນັ້ນ ບໍ່ໄດ້ຂຶ້ນກັບໂຕເລກ. ພວກ​ນັບຖືສາສະໜາກຸ່ມນ້ອຍຄວນມີສິດທິ ເໝືອນ ກັນ​ກັບບັນດາຜູ້ຄົນທີ່ ນັບຖື​ສາສະໜາສ່ວນໃຫຍ່."

ທ່ານ Kerry ໄດ້ກ່າວເພີ້ມອີກວ່າ ບັນດາກຸ່ມຫົວຮຸນແຮງຈັດເຊັ່ນວ່າ ກຸ່ມລັດອິສລາມໄດ້ ​ກໍ່​ໂທດ​ກຳພາຍໃຕ້ການ​ເອົາ​ສາສະໜາມາ​ເປັນ​ເຄື່ອງ​ບັງ​ໜ້າຮວມທັງການ ຂ້າລ້າງພວກ​ ທີ່​ນັບຖື​ສາສະໜາ​ກຸ່ມນ້ອຍ.

ເຊີນເບິ່ງ ວີດີໂອ ກ່ຽວກັບຂ່າວນີ້ເປັນພາສາອົົງກິດ

XS
SM
MD
LG