ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ John Kerry ກ່າວວ່າ ບັນດາສະມາຊິກອາຊ່ຽນ ຕ້ອງຮ່ວມມືກັນຄວບຄຸມ ຄວາມເຄັ່ງຕຶງ (ວີດີໂອ)


ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ John Kerry ຈັບມືກັບ ລັດຖະມົນຕີ​ຕ່າງປະ​ເທດ​ຈີນ Wang Yi ໃນລະຫວ່າງກອງ​ປະຊຸມ ​ກັບ​ບັນດາລັດຖະມົນຕີ​ຕ່າງປະ​ເທດ ASEAN ຢູ່ທີ່ ສູນກາງປະຊຸມສາກົນຂອງມຽນມາ ຫຼື Myanmar International Convention Centre ໃນນະຄອນຫລວງ Naypyitaw, ວັນທີ 9 ສິງຫາ 2014.
ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ John Kerry ຈັບມືກັບ ລັດຖະມົນຕີ​ຕ່າງປະ​ເທດ​ຈີນ Wang Yi ໃນລະຫວ່າງກອງ​ປະຊຸມ ​ກັບ​ບັນດາລັດຖະມົນຕີ​ຕ່າງປະ​ເທດ ASEAN ຢູ່ທີ່ ສູນກາງປະຊຸມສາກົນຂອງມຽນມາ ຫຼື Myanmar International Convention Centre ໃນນະຄອນຫລວງ Naypyitaw, ວັນທີ 9 ສິງຫາ 2014.

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ຊຸກຍູ້
ບັນດາ ​ພັນທະ​ມິດ​ໃນ​ເອ​ເຊຍ​ປາຊີ​ຟິກ ​ໃຫ້ຫ​ລີກ​ເວັ້ນ ອັນ​ທີ່​ທ່ານ
​ເອີ້ນ​ວ່າ “ການ​ກະທຳ​ບາງ​ຢ່າງ” ທີ່ອາດ​ສາມາດເຮັດ​ໃຫ້​ບັນຫາ
​ຂັດ​ແຍ້​ງ​ເລື້ອງ​ດິນ​ແດນ ​ໃນ​ເຂດທະ​ເລ​ຈີນ​ໃຕ້ ມີ​ຄວາມ​ຫຍຸ້ງຍາກ
ສັບສົນ ​ຂຶ້ນ​ຕື່ມນັ້ນ.

​ທ່ານ Kerry ໄດ້​ຮຽກຮ້ອງ​ເຊັ່ນນັ້ນ ຢູ່​ທີ່​ປະ​ເທດ​ມຽນມາ ໃນ​ວັນ
​ເສົາ​ວານ​ນີ້ ​ບ່ອນ​ທີ່​ທ່ານ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ ​ກັບ​ບັນດາ
​ລັດຖະມົນຕີ​ຕ່າງປະ​ເທດ ຈາກ​ສະ​ມາ​ຄົມ​ບັນດາປະ​ເທດ​ເອ​ເຊຍ
​ຕາ​ເວັນ​ອອກສຽງ​ໃຕ້ ກໍ​ຄື​ອາ​ຊ່ຽນ.

ທ່ານ Kerry ກ່າວວ່າ ບັນດາສະມາຊິກຂອງອາຊ່ຽນ​ຕ້ອງ​ເຮັດ​ວຽກຮ່ວມ​ກັນ ​ເພື່ອ​ຄວບ
​ຄຸມ​ຄວາມ​ເຄັ່ງ​ຕຶງ​ຕ່າງໆ ດ້ວຍ​ວິທີ​ທີ່​ສັນຕິ ​ແລະ​ ​ອີງ​ຕາມ​ກົດໝາຍ​ສາກົນ.

ທ່ານ​ເວົ້າ​ຕື່ມ​ວ່າ ​ອາ​ຊ່ຽນ​ມີ​ຄວາມ​ຮັບຜິດຊອບ ທີ່​ຈະ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ
ເສ້ນທາງ​ທະ​ເລ​ທີ່​ສຳຄັນ​ໃນ​ໂລກ ​ແລະທ່າ​ເຮືອ​ຕ່າງໆ​ອີກ​ດ້ວຍ.

KERRY ASEAN VO
please wait
Embed

No media source currently available

0:00 0:00:50 0:00

ທາງ​ຝ່າຍລັດຖະມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ກ່າວ​ວ່າ ລະດັບ​ຂອງ​ຄວາມ​ເຄັ່ງ
​ຕຶງ​ຢູ່​ໃນຂົງ​ເຂດ ຍ້ອນ​ຂໍ້​ຂັດ​ແຍ້​ງຕ່າງໆ​ນັ້ນ ​ຖືກ​ເຮັດ​ໃຫ້ເປັນ​ເລື້ອງ​ທີ່ຮ້າຍ​ແຮງ ​ເກີນ
​ຄວາມ​ເປັນ​ຈິງ.

ທ່ານ Wang ​ກ່າວ​ອີກ​ວ່າ ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້ ​ແມ່ນ​ຢູ່​ໃນ​ສະພາບ​ທີ່​ທຸ່ນ​ທ່ຽງ
​ແລະ ວ່າ ປັກ​ກິ່ງຢາກ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງຕ່າງໆ ກັບ ບັນດາ​ເພື່ອນບ້ານ ​ໂດຍ​ກົງ​ ຜ່ານ​ການ
​ປຶກສາ​ຫາລືແບບ​ສັນມິດ.

ສະຫະລັດ​ໄດ້​ກ່າວ​ຫາ​ຈີນ ​ໃຊ້​ກຳລັງ​ທາງ​ທະຫານ​ ເຂົ້າ​ໄປ​ຢືນຢັນ​ສິດ​ຂອງ​ຕົນ ຢູ່​ໃນເຂດ
ແດນ ທີ່​ມີ​ການຂັດ​ແຍ້​ງ​ເລື້ອງດິນ​ແດນ​ກັນ ກັບບຣູ​ໄນ ມາ​ເລ​ເຊຍ ຫວຽດນາມ ແລະ
ຟີ​ລິບ​ປິນ ​ໃນທະ​ເລ​ຈີນ​ໃຕ້ນັ້ນ ​ແລະ ​ອ້າງ​ເອົາ​ກຳມະສິດ​ແຂ່ງ​ກັນ ກັບຍີ່ປຸ່ນ ​ໃນ​ໝູ່​ເກາະ
ທີ່​ບໍ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່ ທີ່​ຕັ້ງຢູ່ທາງ​ພາກຕາ​ເວັນ​ອອກສຽງ​ເໜືອ​ ຂອງ​ໄຕ້​ຫວັນນັ້ນ.

ທ່ານ Kerry ພົບປະກັບ ທ່ານ Thein Sein ປະທານາທິບໍດີ ມຽມມາ.

KERRY ASEAN VO
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG