ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Kerry ຕິຕຽນ ເກົາຫຼີເໜືອ ກ່ຽວກັບ ການລະເມີດ ສິດທິມະນຸດ (ວີດີໂອ)


Washington to Pyongyang: 'Shut This Evil System Down'
please wait

No media source currently available

0:00 0:03:09 0:00

ເບິ່ງວີດີໂອກ່ຽວກັບເລື້ອງນີ້.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້ຕຳໜິ
ຕິຕຽນ​ຢ່າງເປັນການເປີດເຜີຍ ຕໍ່ປະຫວັດ ການເຄົາລົບນັບຖື​ສິດ
ທິ​ມະນຸດ​ຂອງເກົາຫຼີ​ເໜືອ​ ແລະ​ໄດ້​ຮຽກຮ້ອງ​ໃຫ້​ປະເທດທີ່ຖືກ​ໂດດ
ດ່ຽວດັ່ງກ່າວ ​ ປິດ​ຄ້າຍ​ອອກ​ແຮງ​ງານ​ສັບພະທຸກ​ຂອງ​ຕົນ.

ຢູ່​ທີ່​ກອງ​ປະຊຸມບັນດາ​ລັດຖະມົນຕີ ຊຶ່ງມີຂຶ້ນຢູ່ຂ້າງນອກຂອງ
ກອງ​ປະຊຸມ​ສະມັດຊາ​ໃຫຍ່​ ຂອງ​ອົງການສະຫະ​ປະຊາ​ຊາດ ຢູ່​ທີ່
​ນະຄອນ​ ນິວ ຢອກ ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Kerry ​ໄດ້​ເນັ້ນ
​ວ່າ ປະຊາ​ຄົມນາໆ​ຊາດ​ບໍ່​ສາມາດ​ເມີນ​ເສຍ​ຕໍ່​ສະຖານະ​ການ​ຢູ່​ໃນ
​ເກົາຫຼີ​ເໜືອ​ອີກຕໍ່ໄປແລ້ວ ຫລັງຈາກໄດ້ຮຽນຮູ້ ກ່ຽວກັບການພົບ
ເຫັນ​ຂອງ​ຄະນະ​ກຳມະການ​ກວດ​ສອບ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ ຫຼື OCI.

ທ່ານ Kerry ​ເວົ້າວ່າ “ສະນັ້ນ ມື້​ນີ້ພວກ​ເຮົາ​ທັງ​ໝົດຢູ່​ທີ່​ນີ້ ​ຂໍກ່າວ​ຕໍ່​ລັດຖະບາ​ນ
ເກົາຫຼີ​ເໜືອ ວ່າ​ທ່ານຄວນ​ປິດ​ຄ້າຍ​ເຫຼົ່ານັ້ນ​ເສຍ. ທ່ານ​ຄວນ​ປິດ​ລະບົບ​ ທີ່​ຊົ່ວ​
ຮ້າຍ​ນີ້​ລົງ. ​ດັ່ງທີ່​ຄະນະ​ກຳມະການ​ກວດ​ສອບ​ ໄດ້​ສະ​ລຸ​ບວ່າ ຄວາມ​ຮ້າຍແຮງ
ຂອບເຂດ ​ແລະ ລັກສະນະ​ຂອງ​ການລະ​ເມີດ​ເຫຼົ່ານີ້ ​ໄດ້​ເຜີຍ​ແບ​ໃຫ້ເຫັນສະພາບ
ທີ່ບໍ່ເຄີຍພົບເຫັນຢູ່ແຫ່ງໃດມາກ່ອນ​ຢູ່ໃນ​ໂລກ​ ໃນ​ສະໄໝປັດຈຸບັນນີ້​ເລີຍ.”

​ເຈົ້າຊາຍ Zeid Al-Hussein ​ຊຶ່ງເປັນ​ຂ້າຫຼວງໃຫຍ່ຄົນໃໝ່ດ້ານສິດທິມະນຸດ ຂອງ​ອົງການ ​ສະຫະ​ປະ​ຊາ​ຊາດ​ ກ່າວ​ວ່າ ​ລາຍ​ງານ​ຂອງ COI ນັ້ນ​ ແມ່ນໃຊ້ເປັນບາດລ້ຽວ ​ໃນ​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມນາໆ​ຊາດ ​ເພື່ອ​ແກ້​ໄຂ​ການລະ​ເມີດ​ສິດທິ​ມະນຸດຕ່າງໆ ຢູ່​ໃນ​ເກົາຫຼີ​ເໜືອ. ເຈົ້າຊາຍ Al-Hussein ໄດ້ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ທັງ​ໝົດ ກົດ​ດັນ​ໃຫ້ມີການຮັບເອົາຄວາມ​ຮັບ ຜິດຊອບ ​ຕໍ່​ພວກ​ທີ່​ລ່ວງລະເມີດ​ສິດທິ​ມະນຸດ ​ໃນ​ເກົາຫຼີ​ເໜືອ.

US NOKOR RIGHTS CNPK FIX_10188126
please wait

No media source currently available

0:00 0:02:12 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG