ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ເປັນຫ່ວງ ການທັບມ້າງ ພັກພະລາດອນພາບ ມຸສລິມ ໃນອີຈິບ (ວີດີໂອ)


ບັນດານັກສຶກສາ ທີ່ມະຫາວິທະຍາໄລໄຄໂຣ ພາກັນສະໜັບສະໜຸນ ພັກພະລາດອນພາບມຸສລິມ
ບັນດານັກສຶກສາ ທີ່ມະຫາວິທະຍາໄລໄຄໂຣ ພາກັນສະໜັບສະໜຸນ ພັກພະລາດອນພາບມຸສລິມ
ນັກ​ການ​ທູດ​ສູງ​ສຸດ​ຂອງສະຫະລັດ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ
​ອີກ​ຄັ້ງນຶ່ງ ຕໍ່​ການທີ່ລັດຖະບານ ຊຶ່ງ​ໄດ້​ຮັບ​ການ​ໜຸນ​ຫລັງ​ ຈາກ​
ກອງທັບ​ຂອງ​ອີ​ຈິບ ​ໄດ້​ຂະຫຍາ​ຍການ​ປາບ​ປາມທັບ​ມ້າງພັກ​ພະ
ລາດອນພາບມຸສລິ​ມ.

ຕໍາຫລວດໄດ້​ຈັບ​ສະມາຊິກພັກພະລາດອນພາບ ຫລາຍ​ສິບ​ຄົນ
​ໃນ​ວັນ​ພະຫັດ​ວານ​ນີ້ ຫລັງ​ຈາກລັດຖະບານ​ໄດ້​ປະກາດ​ວ່າ ກຸ່ມ​
ດັ່ງກ່າວແມ່ນອົງການກໍ່​ການ​ຮ້າຍແລະ​ໄດ້​ປະກາດມາດ​ຕະການ
ໃໝ່ທີ່​ຈຳກັດ​ຮັດ​ແຄບ​ຢ່າງ​ເຄັ່ງ​ຄັດ ​ຕໍ່​ພວກ​ທີ່​ໃຫ້ການ​ສະໜັບ​ສະ​
ໜຸນ.

ລັດຖະບານ​ຊົ່ວຄາວອີ​ຈິບ ​ໄດ້​ຖິ້ມ​ໂທດ​ໃສ່ ​ກຸ່ມ​ຈັດຕັ້ງອິສລາມຈຸນີ້​ໃນ​ຄື້ນຟອງຂອງ​ຄວາມ​ຮຸນ​ແຮງ ຮວມ​ທັງການວາງ​ລະ​ເບີດ​ລົດ​ໃນ​ວັນ​ອັງຄານ​ທີ່ຜ່ານ​ມາ ຢູ່​ທີ່​ກອງ​ບັນຊາ​ການ​ຕໍາ​ຫລວດ ​ໃນ​ເມືອງ Mansoura ທີ່​ຕັ້ງຢູ່​ໃນເຂດ​ປາກ​ແມ່​ນໍ້າ​ໄນ​ລ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 15 ຄົນ.

Tensions Swell Between Brotherhood, Egypt's Military
please wait

No media source currently available

0:00 0:01:35 0:00
ລິງໂດຍກົງ


ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ປະນາມການ​ໂຈມ​ຕີດັ່ງກ່າວ ພ້ອມ
​ດ້ວຍ​ການວາງ​ລະ​ເບີດ​ລົດ​ເມ ​ໃນ​ກຸງ​ໄຄ​ໂຣ ​ໃນ​ວັນ​ພະຫັດ​ວານ ນີ້ ທີ່ເຮັດ​ໃຫ້​ຫ້າ​ຄົນ​ໄດ້​ຮັບ​ບາດ​
ເຈັບ​. ​ແຕ່​ທ່ານ​ຍັງ​ໄດ້ກ່າວຕໍ່ຄູ່​ຕໍາ​ແໜ່​ງຝ່າຍອີ​ຈິບ ​ທ່ານ Nabil Fahmy ໃນ​ການ​ໂອ້​ລົມ​ທາງ
ໂທລະສັບວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ລະບຸ​ວ່າ​ກຸ່ມ​ດັ່ງກ່າວເປັນ​ພວກ​ກໍ່​ການ​ຮ້າຍ ​
ແລະ​ການ​ກັກ​ຂັງ ​ຕະຫລອດ​ການຈັບ​ກຸມ​ຫວ່າງ​ມໍ່ໆ​ມາ​ນີ້.

ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ ທ່ານ Kerry ​“ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ ​ເປັນ ຕໍ່​ການ​ມີ​ຂັ້ນ
ຕອນ​ການ​ເມືອງ​ແບບ​ເປີດ​ກວ້າງຫລື​ຮວມ​ເອົາທຸກ​ຝ່າຍ ​ໂດຍ​ທົ່ວ​ໄປ ທີ່​ໃຫ້​ຄວາມເຄົາລົບນັບຖື
​ແກ່ສິດທິມະນຸດຂັ້ນພື້ນຖານ ​ຂອງ​ຊາວ​ອີ​ຈິບ ທັງໝົດ ​ເພື່ອ​ຈະ​ບັນລຸ​ສະຖຽນ​ລະ​ພາບ​ການ​ເມືອງ​ແລະ​ການ​ປ່ຽນ​ແປງໄປ​ສູ່ປະຊາທິປະໄຕ.”

egypt
please wait
Embed

No media source currently available

0:00 0:00:49 0:00
XS
SM
MD
LG