ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ເຕືອນຈີນ ບໍ່ໃຫ້ສ້າງເຂດປ້ອງກັນ ທາງອາກາດ ​ໃນ ທະເລຈີນໃຕ້


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວໃນກອງປະຊຸມຖະແຫຼງຂ່າວ ຈັດຂຶ້ນທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ Ulaanbataar, ປະເທດ ມົງໂກເລຍ, 5 ມິຖຸນາ, 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວໃນກອງປະຊຸມຖະແຫຼງຂ່າວ ຈັດຂຶ້ນທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ Ulaanbataar, ປະເທດ ມົງໂກເລຍ, 5 ມິຖຸນາ, 2016.

ກ່ອນ​ໜ້າການເຈລະຈາຂັ້ນສູງທີ່ແນເປົ້າໃສ່ການຂະຫຍາຍການຮ່ວມມືກັບ ຈີນ, ລັດຖະ ມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ກຳລັງຮຽກຮ້ອງ​ໃຫ້ ຈີນ ບໍ່ໃຫ້ປະ ກາດ​ໂດຍ​ລຳພັງ ເຂດປ້ອງກັນທາງອາກາດ​ເພື່ອ​ໃຫ້​ລະບຸຕົວຫຼື ADIZ ​ເໜືອ​ບາງສ່ວນ ຂອງທະເລຈີນໃຕ້ ນັ້ນ.

ທ່ານ Kerry ໄດ້ກ່າວໃນວັນອາທິດມື້ນີ້ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ຫຼັງຈາກ ການພົບປະກັບລັດຖະມົນຕ່າງປະເທດຂອງ ມົງໂກເລຍ ທ່ານ Lundeg Purevsuren ໃນນະຄອນຫຼວງ Ulaanbaatar.

ເຂດ ADIZ ຕ້ອງການໃຫ້ເຮືອບິນທຸກໆລຳທີ່ບິນເຂົ້າໄປ ເຊິ່ງລວມມີ ເຮືອບິນພົນລະ ເຮືອນຈະ​ຕ້ອງລົງທະບຽນກັບອຳນາດການປົກຄອງຂອງ ຈີນ ເພື່ອບິນໃນເສັ້ນທາງໆອາ ກາດນັ້ນ. ຈີນ ໄດ້ປະກາດເຂດ ADIZ ໃນທະເລຈີນຕາ​ເວັນ​ອອກ ເມື່ອສອງປິີກ່ອນ, ເຊິ່ງ ໄດ້ກໍ່ໃຫ້ມີຄວາມເປັນຫ່ວງຢ່າງ​ແຮງ ໂດຍ ສະຫະລັດ.

ການ​ຮຽກຮ້ອງຂອງທ່ານ Kerry ໄດ້ມີຂຶ້ນຫຼັງຈາກບັນດາລັດຖະມົນຕີປ້ອງກັນປະເທດ ຂອງ ເອເຊຍ ໄດ້ໄປເຕົ້າໂຮມກັນທີ່ ສິງກະໂປ ​ເພື່ອກອງປະຊຸມສຸດ​ຍອດ​ຄວາມ​ໝັ້ນຄົງ Shangri-La ບ່ອນທີ່ບັນດາຜູ້ແທນໄດ້ອະພິປາຍ​ກັນກ່ຽວ​ກັບຈີນ ທີ່ກຳລັງວາງແຜນສ້າງ ເຂດປ້ອງກັນທາງອາກາດ​ເພື່ອ​ໃຫ້​ລະບຸຕົວຫຼືບໍ່.

ທ່ານໄດ້ກ່າວວ່າ ການກະທຳດັ່ງກ່າວນັ້ນຈະ “ເພີ່ມຄວາມເຄັ່ງຕຶງຂຶ້ນໂດຍອັດຕະໂນມັດ ແລະ ຕັ້ງຂໍ້ສົງໄສຢ່າງໜັກ ກ່ຽວກັບ ຄວາມ​ໝັ້ນ ໝາຍທີ່​ຈະ​ແກ້​ໄຂ" ຄວາມຂັດແຍ້ງ​ເລື້ອງເຂດນ້ຳແດນດິນໃນທະເລຈີນໃຕ້ ​ໂດຍທາງການທູດຂອງ ຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Daniel Russel, assistant US secretary of state
please wait

No media source currently available

0:00 0:00:52 0:00
XS
SM
MD
LG