ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ວ່າ ການຖິ້ມ ລະເບີດຖັງ ໃສ່ Aleppo ແມ່ນ ປ່າເຖື່ອນ (ສະໄລດ໌/ວີດີໂອ)


ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສຫລ
ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສຫລ
ທ່ານ John Kerry ລັດຖະມົນຕີຕ່າງປະ​ເທດ​ສະຫະລັດ​ຕຳ​ໜິ
ຕິຕຽນ​ລັດຖະບານ​ຊີ​ເຣຍ ທີ່​ຖິ້ມ​ລະ​ເບີດຖັງ​ ລົງ​ໃສ່​ເມືອງ Alep
po ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ໂຈມ​ຕີ​ເຫຼົ່າ​ນັ້ນ​ໄດ້​ສັງຫານ​
ປະຊາຊົນ​ໄປ​ຫຼາຍສິບ​ຄົນ​ ໃນ​ສັບປະດາ​ແລ້ວ​ນີ້ ​ຢູ່​ໃນ​ເມືອງ
Aleppo ​ທີ່​ການ​ສູ້​ລົບໄດ້​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ທີ່​ໄດ້
​ເຫັນ​ມາ​ລະຫວ່າງກຳລັງ​ຂອງ​ຝ່າຍ​ລັດຖະບານ​ຊີ​ເຣຍ ແລະ
ຝ່າຍກະບົດ​ທີ່​ຕໍ່ຕ້ານປະທານາທິບໍດີ Bashar al-Assad.

ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນອັງ
ຄານວານນີ້ ທ່ານ Kerry ກ່າວ​ວ່າ ການ​ຖິ້ມ​ລະ​ເບີດ​ດັ່ງກ່າວ​ນັບ​ວ່າ​ເປັນ​ການ​ກະທຳ​ແບບປ່າເຖື່ອນ​ ​ຄັ້ງ​ຫຼ້າ​ສຸດ​ຂອງ​ລັດຖະບານ​ທ່ານ Assad ແລະ​ວ່າ​ລັດຖະບານ​ແມ່ນ
​ເພ່ງ​ເລັງ​ໃສ່​ການສ້າງ​ຄວາມ​ເສຍ​ຫາຍ​ເພີ່ມ​ຂຶ້ນ​ໃຫ້​ແກ່ປະ​ເທດຊາດ.​

ທ່ານ Kerry ກ່າວ​ຕື່ມ​ວ່າ ຝ່າຍ​ຄ້ານ​ແລະ​ປະຊາ​ຄົມ​ໂລກ​ກຳລັງພະຍາຍາມຊອກ​ຫາ​
ທາງ​ເພື່ອໃຫ້ການ​ສູ້​ລົບ​ກັນຍຸດຕິ​ລົງ ​ໃນ​ຂະນະ​ດຽວ​ກັນ​ການ​ເຄື່ອນ​ໄຫວ​ຕ່າງໆ ຂອງ​ລັດຖະບານຊ້ຳພັດໄດ້​ທຳລາຍ​ຄວາມ​ຫວັງ ເພື່ອ​ໃຫ້ການ​ເຈລະຈາ​ສັນຕິພາບ​ບັນລຸ​ຜົນ​
ສຳ​ເລັດ​ ທີ່​ນະຄອນ Geneva ນັ້ນ.

ການ​ເຈລະຈາ​ກັນ​ຮອບ​ທຳ​ອິດ​ໄດ້​ເສັດ​ສິ້ນ​ລົງ​ໃນ​ສັບປະດາ​ແລ້ວ​ນີ້ ​ໂດຍ​ໄດ້​ຮັບຄວາມ​ກ້າວໜ້າ​ພຽງ​ເລັກ​ນ້ອຍ ​ແຕ່​ທ່ານ​ບັນ​ກີ​ມູນ ເລຂາທິການໃຫຍ່ອົງການສະຫະປະຊາ
ຊາດ​ແລະ​ທ່ານ Lakhdar Brahimi ຜູ້​ໄກ່​ເກ່ຍບັນຫາຂອງນາໆຊາດ ພາກັນ​ຄາດ​
ວ່າ ພວກ​ຜູ້​ຕາງໜ້າ​ຈາກ​ຝ່າຍ​ລັດຖະບານ​ແລະ​ຝ່າຍ​ຄ້ານ​ຈະ​ທຳການ​ ພົບ​ປະກັນ​ຄືນ
ອີກໃນ​ວັນ​ທີ 10 ກຸມພາ​ນີ້.



​ໃນ​ຂະນະ​ດຽວ​ກັນ ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍບໍ່​ໄດ້ປະຕິບັດ
ຕາມ​ກຳນົດ​ວັນ​ເສັ້ນ​ຕາຍ ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ໃຫ້​ມອບໂອນ ອາວຸດ​ເຄມີ ສ່ວນ​ໃຫຍ່
​ຂອງ​ທ່ານ ພາຍ​ໃຕ້​ຂໍ້​ຕົກລົງ ​ທີ່​ໄກ່​ເກ່ຍ​ໂດຍ​ສະຫະລັດ​ແລະຣັດ​ເຊຍ​ນັ້ນ.

ຂໍ້​ຕົກລົງ​ດັ່ງກ່າວ​ ມີ​ຂຶ້ນ​ພາຍຫຼັງ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ ໃນ​ເດືອນ​ສິງຫາ​ປີແລ້ວ​
ນີ້​ໃສ່​ເຂດ​ຊານ​ເມືອງ​ແຫ່ງ​ຕ່າງໆ​ຂອງ​ກຸງ​ດາ​ມັສກັສທີ່​ໄດ້​ສັງຫານ​ປະຊາຊົນ​ໄປ​ຫຼາຍ
ຮ້ອຍ​ຄົນ​ນັ້ນ. ການ​ສືບສວນ​ສອບ​ສວນ​ຂອງ​ສະຫະ​ປະຊາ​ຊາດ​ສະຫຼຸບ​ວ່າ ຢ່າງ​ໜ້ອຍ​
ລູກ​ຈະ​ຫຼວດ 2 ລູກ​ທີ່​ບັນຈຸ​ແກັ​ສ Sarin ທີ່​ເປັນ​ອັນຕະລາຍ​ຮ້າຍແຮງເຖິງ​ຕາຍໄດ້​ຍິງ​
ມາ​ຈາກ​ຂົງ​ເຂດຕ່າງໆ​ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ກຳລັງ​ຝ່າຍ​ ລັດຖະບານ.

Assad Missing Syria Chemical Weapons Deadline
please wait

No media source currently available

0:00 0:03:16 0:00
ລິງໂດຍກົງ
XS
SM
MD
LG