ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານແຄຣີ ອອກເດີນທາງ ມຸ່ງໜ້າສູ່ເອເຊຍ​ ໂດຍຈະຢຸດແວ່ຢູ່ ລາວ ເປັນເວລາສອງມື້


ການຂຸດລອກແລະກໍ່ສ້າງຂອງຈີນ ທີ່ເກາະ Mischief Reef ໃນໝູ່ເກາະ Spratly ໃນທະເລຈີນໃຕ້ ທີ່ຖ່າຍຈາກ ເຮືບບິນ ສັງເກດການຂອງສະຫະລັດ.
ການຂຸດລອກແລະກໍ່ສ້າງຂອງຈີນ ທີ່ເກາະ Mischief Reef ໃນໝູ່ເກາະ Spratly ໃນທະເລຈີນໃຕ້ ທີ່ຖ່າຍຈາກ ເຮືບບິນ ສັງເກດການຂອງສະຫະລັດ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
​ກຳລັງ​ຢູ່​ໃນ​ລະຫວ່າງ​ການ​ເດີນທາງຢ້ຽມຢາມ​ເຂດ​ເອ​ເຊຍ​ໃນ
​ວັນ​ອາທິດ​ມື້ນີ້​ ​ໂດຍ​ຈະ​ຢຸດ​ແວ່ທີ່ປະ​ເທດລາວ ກຳປູ​ເຈຍແລະ​
ຈີນ.

ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ​ ​ຈະແມ່ນ​ການ​ຢ້ຽມຢາມ​ລາວ​ເປັນ​ເວ
ລາ​ສອງ​ມື້​ ຊຶ່ງ​ໃນ ປັດຈຸບັນ​ນີ້​ເປັນ​ປະທານ​ຂອງ​ສະມາຄົມ​ບັນ
ດາ​ປະຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້ຫຼືອາ​ຊ່ຽນ.

ບັນດາ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ດັ່ງກ່າວ ​ມີ​ຄວາມ​ວິຕົກ​ກັງ
ວົນ​ກ່ຽວ​ກັບ​ການ​ມີ ຄວາມ​ໝັ້ນ​ໃຈ​ເພີ້ມຂຶ້ນຂອງ​ຈີນ ​ໃນ​ການ
​ອ້າງ​ເອົາ​ກຳມະສິດ​ກວມ​ກັນ​ຢູ່​ໃນ​ທະ​ເລຈີນ​ໃຕ້ບ່ອນ​ທີ່​ຈີນ​ກຳ
ລັງ​ສ້າງ​ເກາະ​ທຽມ​ຂຶ້ນນັ້ນ.

ປະທານາທິບໍດີ​ບາ​ຣັກ ​ໂອ​ບາ​ມາ​ ຈະ​ເປັນ​ເຈົ້າພາບ​ຕ້ອນຮັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​
ຊ່ຽນທີ່​ລັດ​ຄາ​ລີ​ຟໍ​ເນຍ​ໃນ​ເດືອນ​ໜ້ານີ້.

​ເປັນ​ທີີ່​ຄາດ​ກັນ​ວ່າ ​ໃນ​ການ​ເດີນທາງ​ ຢ້ຽມຢາມ​ລາວ​ຄັ້ງນີ້ ທ່ານ Kerry ຈະ​ກ່າວຢ້ຳ​ເຖິງ​
ຄວາມ​ສຳຄັນ​ຂອງ​ອາ​ຊ່ຽນ​ທີ່​ມີ​ຄວາມ​ປຸ້ມລຸມ​ສາມັກຄີ​ກັນ​ເພື່ອ​ຕອບ​ຮັບ​ຕໍ່ການ​ອ້າງ​ກຳມະ
ສິດ​ຂອງ​ຈີນ.

ສະຫະລັດ​ແລະ​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ທີ່​ອ້າງ​ກຳ​ມະ​ສິດ​ກວມ​ກັນ​ກັບ​ຈີນຢູ່​ໃນ​ທະ​
ເລ​ຈີນ​ໃຕ້​ກ່າວ​ວ່າ ການ​ກະທຳ​ຂອງ​ຈີນ​ເປັນ​ໄພ​ຂົ່ມຂູ່​ຕໍ່​ສະຖຽນ​ລະ​ພາບ.

ທ່ານ Kerry ຈະ​ອອກ​ເດີນທາງ​ຕໍ່​ໄປ​ຍັງ​ກຳປູ​ເຈຍ ​ໃນ​ແລງ​ວັນ​ຈັນ ບ່ອນ​ທີ່​ທ່ານຈະ​ໄດ້​ພົບ​
ປະ​ກັບ​ທ່ານ​ຮຸນ​ເຊ​ນ ນາຍົກລັດຖະມົນຕີທີ່ກຳ​ອຳນາດ​ດົນ​ທີ່​ສຸດ​ໃນ​ເອ​ເຊຍ.

ຫລັງ​ຈາກ​ທ່ານ​ລັດ​ຖະມົນຕີ Kerry ກໍ​ຈະ​ອອກ​ເດີນທາງ​ໄປ​ຈີນ ບ່ອນ​ທີ່​ທ່ານ​ມີແຜນ​ຈະ​ກົດ
​ດັນ​ຈີນໃຫ້​ໃຊ້​ອິດ​ທິພົນ​ຂອງຕົນຫຼາຍ​ຂຶ້ນບີບ​ໃຫ້​ເກົາຫຼີ​ເໜືອ​ເຊົາ​ທົດ​ລອງ​ນິວ​ເຄລຍ.

XS
SM
MD
LG