ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ຈະໄປຢ້ຽມ ເຂດເອເຊຍ ຕາເວັນອອກ ແລະ ຕາເວັນອອກສຽງໃຕ້ (ວີດິໂອ)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ John
Kerry ຈະເດີນທາງໄປຢ້ຽມຢາມຂົງເຂດເອເຊຍຕາເວັນອອກ ແລະຕາເວັນອອກສຽງໃຕ້ ໃນໄລຍະສອງສາມເດືອນ ຕໍ່ໜ້ານີ້ ອັນເປັນພາກສ່ວນນຶ່ງໃນການດຳເນີນຄວາມພະຍາຍາມເພື່ອ ປັບປຸງຄວາມສຳພັນທາງດ້ານການທູດກັບຂົງເຂດເຫຼົ່ານີ້.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານນາງ Victoria
Nuland ກ່າວໃນວັນພະຫັດ ວານນີ້ວ່າ ທ່ານ Kerry ຈະເດີນ
ທາງໄປຢ້ຽມຢາມເກົາຫຼີ ຍີ່ປຸ່ນແລະຈີນຫຼັງຈາກກອງປະຊຸມເປັນ
ເວລາສອງມື້ ກັບບັນດາລັດຖະມົນຕີການຕ່າງປະເທດ ຂອງກຸ່ມ
ຈີ 8 ທີ່ກຸງລອນດອນຊຶ່ງຈະເລີ້ມຂຶ້ນໃນວັນທີ 10 ເມສາຈະມານີ້.

ນອກນັ້ນທ່ານ Kerry ຍັງມີກຳນົດທີ່ຈະໄປຮ່ວມກອງປະຊຸມສຸດ
ຍອດ ຂອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ ທີ່ ບຣູນາຍ ໃນເດືອນມີຖຸນາ.

ທ່ານນາງ Nuland ເວົ້າວ່າ ທ່ານ Kerry ຈະເດີນທາງໄປຢ້ຽມຢາມບາງປະເທດໃນເຂດເອ ເຊຍຕາເວັນອອກສຽງໃຕ້ ຊຶ່ງເປັນພາກສ່ວນນຶ່ງ ໃນການເດີນທາງໄປຮ່ວມກອງປະຊຸມນັ້ນ ແຕ່ທ່ານນາງບໍ່ໄດ້ກ່າວຢ່າງສະເພາະເຈາະຈົງວ່າມີປະເທດໃດແດ່.

ວີດິໂອລາຍງານ ກ່ຽວກັບທ່ານແຄຣີ:

ກ່ຽວຂ້ອງກັນ

XS
SM
MD
LG