ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ແຄຣີ ເດີນທາງໄປ ເຖິງ ຊາອຸດີ ອາເຣເບຍ ກ່ອນໜ້າ ການເຈລະຈາ ຢຸດຍິງ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ ຈອນ ແຄຣີ (ຊ້າຍ) ພົບປະກັບ ກະສັດ Salman bin Abdulaziz al-Saud ຂອງຊາອຸດີ ອາເຣເບຍ, ວັນທີ 15 ພຶດສະພາ 2016 ໃນນະຄອນ Jeddah ຢູ່ທີ່ເຂດທະເລແດງຂອງຊາອຸດີ ໃນຂະນະທີ່ ວໍຊິງຕັນ ແລະ Riyadh ປຶກສານຳກັນກ່ອນໜ້າ ການການເຈລະຈາດ້ານການທູດຂັ້ນສູງ ກ່ຽວກັບ ບັນຫາຂັດແຍ້ງໃນຊີເຣຍ.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ ຈອນ ແຄຣີ (ຊ້າຍ) ພົບປະກັບ ກະສັດ Salman bin Abdulaziz al-Saud ຂອງຊາອຸດີ ອາເຣເບຍ, ວັນທີ 15 ພຶດສະພາ 2016 ໃນນະຄອນ Jeddah ຢູ່ທີ່ເຂດທະເລແດງຂອງຊາອຸດີ ໃນຂະນະທີ່ ວໍຊິງຕັນ ແລະ Riyadh ປຶກສານຳກັນກ່ອນໜ້າ ການການເຈລະຈາດ້ານການທູດຂັ້ນສູງ ກ່ຽວກັບ ບັນຫາຂັດແຍ້ງໃນຊີເຣຍ.

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ ຈອນ ແຄຣີ ໄດ້ໄປເຖິງ ຊາອູດີ ອາເຣເບຍ ໃນຕອນເດິກ ວັນເສົາວານນີ້ ເພື່ອກະກຽມການເຈຣະຈາຮອບໃໝ່ ໃນທ້າຍສັບປະດານີ້ ກ່ຽວກັບສົງຄາມ ຊີເຣຍ ລະຫວ່າງລີເບຍແລະເຢເມັນ.

ທ່ານ ແຄຣີ ຈະພົບປະກັບຜູ້ນຳ ຊາອູດີ ຫຼາຍທ່ານທີ່ນະຄອນເຈດດາ ອັນມີລວມທັງ ກະສັດຊາລມັນ ນຳ ເພື່ອຫາລືກັນ ເລື້ອງຄວາມຂັດແຍ້ງຕ່າງໆໃນຂົງເຂດ.

ຕໍ່ໄປ ນັກການທູດຊັ້ນສູງຂອງ ສະຫະລັດ ທ່ານນີ້ ຈະໄປນະຄອນວຽນນາ ບ່ອນທີ່ທ່ານກັບ ລັດຖະມົນຕີ ຕ່າງປະເທດ ອີຕີລີ ທ່ານ ປາວໂລ ເຈັນຕີໂລນີ ຈະເປັນເຈົ້າພາບຈັດ ກອງ ປະຊຸມຂັ້ນ ລັດຖະມົນຕີ ຮ່ວມກັນ ດ້ານຄວາມປອດໄພ ແລະ ສະໜັບສະໜູນລັດຖະບານ ໃໝ່ຂອງລີເບຍ

ພວກປະເທດມະຫາອຳນາດຕາເວັນຕົກຫວັງວ່າສັນຍາແຫ່ງຊາດ ຂອງລັດຖະບານລີເບຍ ຈະທ້ອນໂຮມປະເທດຊາດເຂົ້າກັນໄດ້ ລຸນຫຼັງຄວາມວຸ້ນວາຍຂອງປະເທດທີ່ມີມາ ຕັ້ງແຕ່ ການໂຄ່ນລົ້ມແລະສັງຫານຜູ້ນຳ ມູອາມາ ກາດາຟີ ໃນປີ 2011 ເປັນຕົ້ນມາ.

ໃນວັນອັງຄານມື້ຮື ກຸ່ມສາກົນ 17​ ປະເທດ ທີ່ສະໜັບສະໜູນຊີເຣຍ ຈະພົບປະກັນ ທີ່ ນະຄອນວຽນນາ ເພື່ອສົນທະນາເລື້ອງການເຈຣະຈາການເມືອງ ຄວາມຫຍຸ້ງຍາກ ໃນ ການຊົງໂຕຂອງສັນຍາຢຸດຍິງເດືອນກຸມພາ ແລະຜົນຂອງການສົ່ງຄວາມຊ່ອຍເຫຼືອ ດ້ານ ມະນຸດສະທຳ ທີ່ບໍ່ເປັນປົກກະຕິ ຂອງສະຫະປະຊາຊາດ ນັ້ນ.

ຢ່າງໃດກໍດີ ຄວາມຄືບໜ້າທາງທະຫານຂອງລັດຖະບານຊີເຣຍເມື່ອບໍ່ດົນນີ້ ອາດພາໃຫ້ ຄວາມສາມາດ ຂອງການເຈລະຈາດ້ານການເມືອງທີ່ເຫັນວ່າເປັນວິທີ ທີ່ດີທີ່ສຸດ ໃນການ ຍຸຕິສົງຄາມນັ້ນ ອ່ອນສະມັດຖະພາບລົງກໍເປັນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Kerry Saudi Arabia
please wait
Embed

No media source currently available

0:00 0:00:19 0:00

XS
SM
MD
LG