ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ຈະຫາລື ເລື່ອງສັນຕິພາບ ຢູ່ ຕາເວັນອອກກາງ ກັບທ່ານ Abbas ທີ່ກຸງປາຣີ (ວີ​ດີ​ໂອ)


Kerry Mideast
please wait
Embed

No media source currently available

0:00 0:00:52 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ
ກຳລັງ​ຢູ່​ທີ່ກຸງ​ປາຣີ ບ່ອນ​ທີ່ ທ່ານ​ຈະ​ພົບ​ປະ​ກັບ​ປະທານາ
ທິບໍດີ Mahmoud Abbas ​ແຫ່ງ​ປາ​ແລ​ສ​ໄຕ​ນ໌ ​ເພື່ອ​ທຳ​
ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ເຈລະຈາ​ສັນຕິພາບ​
ກັບ​ອິສຣາ​ແອ​ລ ທີ່ພວມດໍາເນີນ​ໄປ​ຢູ່​ນີ້.

ການ​ພົບ​ປະກັນ ​ໃນ​ວັນ​ພຸດ​ມື້​ນີ້ ​ເປັນຄວາມ​ພະຍາຍາມ​ຄັ້ງ
​ຫຼ້າ​ສຸດ​ຂອງ​ທ່ານ Kerry ​ເພື່ອຊຸກຍູ້ ​ການ​ເຈລະຈາ​ສັນຕິ
ພາບ​ລະຫວ່າງອິສຣາ​ແອ​ລ​ແລະ​ປາ​ແລ​ສ​ໄຕ​ນ໌ ​ໃຫ້​ດຳ​ເນີນ
​ຕໍ່​ໄປທີ່​ຮວມທັງ​ຄວາມ​ພະຍາຍາມເພື່ອ​ສ້າງ​ຂອບ​ສຳລັບ​ວ່າ
ຂໍ້​ຕົກລົງ​ສັນຕິພາບ​ໃນ​ຂັ້ນ​ຕໍ່​ໄປ​ຈະ​ເປັນ​ໄປ​ໃນຮູບ​ໃດ​ນັ້ນ.

ການ​ໂອ້​ລົມ​ສົນທະນາ​ກັນ​ຄືນ​ນີ້ ​ໄດ້​ທຳ​ຄວາມ​ຄືບ​ໜ້າ​ພຽງ​ເລັກ​ນ້ອຍ ນັບ​ແຕ່​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ ​ໄຂ​ການ​ດຳ​ເນີນ​ຂັ້ນ​ຕອນ​ເຈລະຈາ​ກັນ​ຄືນ​ໃນ​ເດືອນ​ກໍລະກົດ​ປີ​ແລ້ວ​ນີ້ ຫຼັງ​
ຈາກ ຢຸດ​ຊະງັກລົງມາ​ໄດ້ 3 ປີ. ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້ນ​ໝາຍ​ທີ່​ຈະ​ສືບ​ຕໍ່​ທຳ​ການ​ໂອ້​ລົມ​ສົນທະ​ນາ​ກັນ​ເປັນ​ເວລາ 9​ເດືອນ ຊຶ່ງ​ເປັນ​ຊ່ວງ​ເວລາ​ທີ່​ຈະ​ໝົດ​ໄປ​ໃນ​ເດືອນ​ເມສາ​ປີ​ນີ້.

​ໃນ​ລະຫວ່າງ​ການ​ພົບ​ປະກັນ​ຂັ້ນ​ທຳ​ອິດ ອິສຣາ​ແອ​ລ​ໄດ້​ຕົກລົງ​ທີ່​ຈະ​ປ່ອຍ​ໂຕ​ນັກ​ໂທດໃນ​ຂະນະ​ດຽວ​ກັນ​ຝ່າຍ​ປາ​ແລ​ສ​ໄຕ​ນ໌ ກໍໄດ້ຍົກເລີກ​ ຄຳ​ຮຽກຮ້ອງ​ຂອງ​ຕົນ ​ທີ່​ໃຫ້​ອິສຣາ​ແອ​ລ
ຢຸດ​ທຳ​ການ​ກໍ່ສ້າງ​ບ້ານ​ເຮືອນ ກ່ອນ​ການ​ເຈລະຈາ​ຈະ​ດຳ​ເນີນ​ຕໍ່​ໄປ​ນັ້ນ.

ນອກ​ນັ້ນ​ທ່ານ Kerry ຍັງ​ຈະ​ທຳ​ການ​ພົບ​ປະ​ກັບ​ກັນ​ຄົນ​ລະ​ເທື່ອໃນ​ວັນ​ພຸດ​ມື້​ນີ້ ກັບ​ທ່ານ Laurent Fabius ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ​ແລະ​ກັບ​ທ່ານ Nasser Judeh ລັດ ຖະມົນຕີ​ຕ່າງປະ​ເທດ Jordan.

ທ່ານ Kerry ​ເດີນທາງ​ໄປ​ຝຣັ່ງຈາກ​ປະ​ເທດ Tunisia ບ່ອນ​ທ່ານ​ຢຸດ​ແວ່​ໃນ​ວັນ​ອັງ
ຄານວານ​ນີ້ ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ກັບຄວາມ​ຄືບ​ໜ້າ​ໃນ​ປະ​ເທດ​ດັ່ງກ່າວ ຊຶ່ງ
​ເປັນ​ບ່ອນ​ທີ່​ການລຸກ​ຮື​ຂຶ້ນ ​ໃນ​ບັນດາ​ປະ​ເທດກຸ່ມ​ອາຣັບ​ເລີ້ມ​ຂຶ້ນ​ເມື່ອ 3 ປີຜ່ານມາ​ນັ້ນ.

ທ່ານ Kerry ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Moncef Marzouki ​ທີ່​ນະຄອນ Tunis ​ໂດຍກ່າວບອກ​ທ່ານ​ວ່າ ສະຫະລັດ​ມີ​ “ຄວາມ​ປະ​ທັບ​ໃຈ​ຫຼາຍ​ນຳ​ການ​ເອົາ​ບາດ
ກ້າວ​ຕ່າງໆ​ທີ່​ທ່ານ Marzouki ​ໄດ້​ດຳ​ເນີນ​ໄປ ດ້ວຍ​ວິທີ​ການ​ເຂົ້າ​ຫາ​ແບບ​
ມີ​ເຫດ​ມີ​ຜົນ​ແລະ​ຄິດ​ຢ່າງຮອບ​ຄອບ​ຕໍ່​ການ​ຫັນປ່ຽນ​ການ​ປົກຄອງ​ນັ້ນ.”


ທ່ານ Kerry ກ່າວ​ວ່າ ລັດຖະທຳ​ມະນູນ​ສະບັບ​ໃໝ່​ຂອງ Tunisia ທີ່​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ​ໃນ​ເດືອນ​ມັງກອນ​ປີ​ນີ້ ສາມາດໃຊ້ເປັນ​ແບບ​ຢ່າງ​ໃຫ້​ປະ​ເທດ​ອື່ນໆ​ໄດ້​
ໃນ​ຂົງ ເຂດ. ທ່ານ Kerry ບັນ​ລະ​ຍາຍ​ວ່າ ​ເອກະສານ​ທີ່​ວ່ານີ້ ​ໄດ້​ເປັນ “ຮາກ​ເຫງົ້າ​
ໃນ​ຫລັກ ການ​ປະຊາທິປະ​ໄຕ ຄວາມ​ສະ​ເໝີ​ພາບ ​ເສລີພາບ ຄວາມ​ໝັ້ນຄົງ ​
ໂອກາດ​ດ້ານເສດຖະກິດ ​ແລະການປົກຄອງດ້ວຍ​ຕົວ​ບົດ​ກົດໝາຍ.”


ວີດີໂອ: ທ່ານແຄຣີ ຢ້ຽມຢາມ ຕູນິສ ແລະຊົມເຊີຍ ລັດຖະທໍາມະນູນຂອງຕູນີເຊຍ:

Kerry in Tunisia, Says New Constitution Model for Arab World
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ
XS
SM
MD
LG