ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ຈະຫາລື ກ່ຽວກັບ ການຫຼຸດຜ່ອນ ​ຄວາມ​ເຄັ່ງ​ຕຶງ ຢູ່ ເຈຣູຊາແລັມ


ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry (ຊ້າຍ) ​ພົບ​ປະ​ກັບ ປະທານາທິບໍດີ​ປາ​ແລ​ສ​ໄຕ​ນ໌ ທ່ານ Mahmoud Abbas ທີ່ບ້ານພັກຂອງທ່ານ Abbas ໃນນະຄອນຫລວງອຳມານ ປະເທດຈໍແດັນ, ວັນທີ 13 ພະຈິກ 2014.
ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry (ຊ້າຍ) ​ພົບ​ປະ​ກັບ ປະທານາທິບໍດີ​ປາ​ແລ​ສ​ໄຕ​ນ໌ ທ່ານ Mahmoud Abbas ທີ່ບ້ານພັກຂອງທ່ານ Abbas ໃນນະຄອນຫລວງອຳມານ ປະເທດຈໍແດັນ, ວັນທີ 13 ພະຈິກ 2014.

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ມີ​ກຳນົດ
​ຈະ​ພົບ​ປະ​ກັບ ປະທານາທິບໍດີ​ປາ​ແລ​ສ​ໄຕ​ນ໌ ທ່ານ Mahmoud
Abbas.

​ໂຄສົກຍິງ​ ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານນາງ Jen
Psaki ກ່າວ​ວ່າ ການ​ເຈລະຈາ ທີ່​ນະຄອນຫລວງ​ອຳ​ມານ ປະ​ເທດ
ຈໍ​ແດັນ ມີທ່າທາງ ຈະເພັ່ງ​ເລັ່ງ​ໃສ່ ວ່າ ຈະ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ
​ກັບອິສຣາ​ແອ​ລ ລົງດ້ວຍວິທີໃດ ​ໂດຍ​ສະ​ເພາະ​ແລ້ວ​ ແມ່ນບັນຫາ​
ຂັດ​ແຍ້​ງ ທີ່ຫາກໍລະເບີດ ຂຶ້ນເມື່ອໄວໆມານີ້ກ່ຽວ​ກັບສະຖານທີ່ສັກ
ສິດ​ໃນ​ນະຄອນ​ເຈຣູຊາ​ແລັມ.

ນອກນັ້ນ ຍັງຄາດກັນ​ວ່າ ທັງສອງທ່ານ​ຈະປຶກສາ​ຫາລືກັນ ກ່ຽວກັບ ຄວາມ​ພະຍາຍາມ
ໃນ​ການບູລະນະສ້າງສາ​ຄືນ​ໃໝ່ ​ໃນ​ເຂດ Gaza ບ່ອນທີ່ການໂຈມຕີ ທາງອາກາດຂອງອິສຣາ​ແອ​ລ ​ໄດ້​ທຳລາຍ​ໝູ່​ບ້ານ​ ​ໝົດຄຸ້ມ ​ໃນ​ລະຫວ່າງ ສົງຄາມ 50 ມື້ ທີ່​ຍັງໄດ້ເຮັດ​ໃຫ້ຊາວ​ປາ​ແລ​ສ​ໄຕ​ນ໌ ຫຼາຍກວ່າ 2,100 ຄົນ​ເສຍ​ຊີວິດ.

ການ​ເຈລະຈາ​ ມີ​ຂຶ້ນນຶ່ງ​ມື້ ຫຼັງຈາກ​ອິສຣາ​ແອ​ລ​ ໄດ້​ປະກາດ ​ແຜນການ​ກໍ່ສ້າງ​ເຮືອນໃໝ່
​ໃນ​ເຂດ​ຊາວ​ຢິວ ຢູ່​ພາກ​ຕາ​ເວັນ​ອອກຂອງເຈຣູຊາ​ແລັມ. ຊາວ​ປາ​ແລ​ສ​ໄຕ​ນ໌ ​ຄັດ​ຄ້ານຕໍ່​
ການ​ກໍ່ສ້າງ​ດັ່ງກ່າວ ​ຂອງ​ອິສຣາ​ແອ​ລ ​ໃນ​ບໍລິ​ເວນ​ທີ່ເຂົ້າ​ເຈົ້າຕ້ອງການ ​ສ້າງຕັ້ງເປັນ
ປະເທດ​ ໃນ​ອະນາຄົດ ລວມທັງພາກ​ຕາ​ເວັນ​ອອກ ຂອງເຈຣູຊາ​ແລັມ ຊຶ່ງ​ເຂົາ​ເຈົ້າ ​ມອງ​
ເຫັນ​ວ່າ ​ຈະ​ເປັນ​ນະຄອນຫລວງ​ຂອງ​ເຂົາ​ເຈົ້າ.

ທ່ານ​ນາງ Psaki ກ່າວໃນ​ວັນ​ພຸດ​ວາ​ນນີ້ວ່າ ສະຫະລັດ ມີ​ຄວາມ​ກັງ ວົນ​ຢ່າງ​ເລິກ​ເຊິ່ງ
ກ່ຽວ​ກັບແຜນການ​ກໍ່ສ້າງ​ຂອງ​ອິສຣາ​ແອ​ລຊຶ່ງ “ບິນ​ເຂົ້າມາ​ຕຳກະໂຕ​ເປົ້າໝາຍ ທີ່
ໄດ້ຕັ້ງໄວ້​ ເພື່ອໃຫ້ບັນລຸການແກ້ໄຂ ແບບມີສອງລັດນັ້ນ.”

ISRAEL PALESTINIANS CNPK
please wait

No media source currently available

0:00 0:01:24 0:00

XS
SM
MD
LG