ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາສູງ ສຫລ ຮັບຮອງ ເອົາ ທ່ານ Kerry ເປັນ ລມຕ ການຕ່າງປະເທດ (ສະໄລດ໌)


ພາບສະມາຊິກສະພາສູງ John Kerry, ສັງກັດພັກເດໂມແຄຣັດ ຈາກລັດ Massachusetts ລຸນຫລັງທີ່ ທີ່ຄະນະກຳມະການ ຄວາມສຳພັນຕ່າງປະເທດຂອງສະພາສູງສະຫະລັດ ເຫັນດີນໍາການແຕ່ງຕັ້ງທ່ານ ໃຫ້ກຳຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຄົນຕໍ່ໄປແທນທ່ານນາງ Clinton ຢູ່ທີ່ຕືກລັດຖະສະພາ ໃນວັນທີ 29 ມັງກອນ 2013.
ພາບສະມາຊິກສະພາສູງ John Kerry, ສັງກັດພັກເດໂມແຄຣັດ ຈາກລັດ Massachusetts ລຸນຫລັງທີ່ ທີ່ຄະນະກຳມະການ ຄວາມສຳພັນຕ່າງປະເທດຂອງສະພາສູງສະຫະລັດ ເຫັນດີນໍາການແຕ່ງຕັ້ງທ່ານ ໃຫ້ກຳຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຄົນຕໍ່ໄປແທນທ່ານນາງ Clinton ຢູ່ທີ່ຕືກລັດຖະສະພາ ໃນວັນທີ 29 ມັງກອນ 2013.
ສະພາສູງສະຫະລັດ ໄດ້ຮັບຮອງເອົາ ທ່ານ John Kerry ສະມາ
ຊິກສະພາສູງຈາກລັດ Massachusetts ໃຫ້ເປັນລັດຖະມົນຕີ
ກະຊວງການຕ່າງປະເທດ.

ສະພາສູງໄດ້ລົງຄະແນນສຽງຮັບຮອງເອົາການແຕ່ງຕັ້ງທ່ານ
Kerry ໃຫ້ກຳຕຳແໜ່ງ ດັ່ງກ່າວ ໃນວັນອັງຄານວານນີ້ ບໍ່ພໍເທົ່າ
ໃດຊົ່ວໂມງ ລຸນຫລັງທີ່ຄະນະກຳມະການ ຄວາມສຳພັນຕ່າງປະ
ເທດຂອງສະພາສູງສະຫະລັດ ເຫັນດີນໍາການແຕ່ງຕັ້ງດັ່ງກ່າວ
ຢູ່ໃນການລົງຄະແນນສຽງແບບປາກເປົ່າ.

ປະທານາທາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ເລືອກ
ເອົາທ່ານ Kerry ທີ່ ໄດ້ ເປັນຜູ້ສະໝັກຂອງພັກເດໂມແຄຣັດ
ໃນການເລືອກຕັ້ງປະທານາ ທາທິບໍດີຄັ້ງປີ 2004 ແລະເປັນປະ ທານຄະນະກຳມະການຄວາມສຳພັນຕ່າງປະເທດຂອງສະພາສູງນັ້ນ ໃນເດືອນແລ້ວນີ້ ເພື່ອ ໃຫ້ດໍາລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ແທນ ທ່ານ ນາງ Hillary Clinton.

ຢູ່ໃນພິທີຮັບຟັງຄໍາໃຫ້ການຂອງທ່ານ ໃນອາທິດແລ້ວນີ້ ທ່ານ Kerry ເວົ້າວ່າ ສະຫະ ລັດຕ້ອງຈັດການເລື່ອງງົບປະມານຂອງຕົນໃຫ້ເປັນລະບຽບຮຽບຮ້ອຍ ເພື່ອຈະສືບຕໍ່ເປັນ ຜູ້ນຳຂອງໂລກ. ທ່ານຍັງເວົ້າອີກວ່າ ເວລານີ້ ຫຼາຍກວ່າໃນເວລາອື່ນໃດທັງໝົດ ນະໂຍ ບາຍຕ່າງປະເທດ ກໍຄືນະໂຍບາຍເສດຖະກິດ.

ທ່ານ Kerry ທີ່ສັງກັດພັກເດໂມແຄຣັດ ໄດ້ໃຫ້ການຕໍ່ໜ້າພວກເພື່ອນຮ່ວມຄະນະກຳມະ ການຄວາມສຳພັນຕ່າງປະເທດຂອງທ່ານ ເປັນເວລາ 4 ຊົ່ວໂມງກວ່າໆ ໃນອາທິດແລ້ວນີ້ ໂດຍຕອບຄຳຖາມໃນເລື້ອງຕ່າງໆ ນັບຕັ້ງແຕ່ເລື່ອງເສດຖະກິດຂອງສະຫະລັດ ໄປຫາ ອີຣ່ານແລະການກໍ່ການຮ້າຍ ຕະຫຼອດຈົນອັຟການິສຖານ ຊີເຣຍ ແລະຄວາມສຳພັນຂອງ ສະຫະລັດ ກັບບັນດາປະເທດເພື່ອນບ້ານໃນເຂດອາເມຣິກາລາຕິນ.

ທ່ານ Kerry ໃຫ້ຄໍາໝັນສັນຍາວ່າ ຈະໃຫ້ການສະໜັບສະໜຸນຢ່າງແຂງຂັນ ຕໍ່ການດໍາ ເນີນການແກ້ໄຂໃນທາງການທູດຂອງລັດຖະບານທ່ານໂອບາມາ ຕໍ່ບັນຫາໃນນີວເຄລຍ ຂອງອິຣ່ານນັ້ນ.

ທ່ານ Kerry ທີ່ເຄີຍເປັນນັກລົບເກົ່າສົງຄາມຫວຽດນາມ ໄດ້ເຮັດວຽກເປັນຄະນະກຳມະ ການຄວາມສຳພັນຕ່າງປະເທດຂອງສະພາສູງ ຕະຫລອດເວລາ 28 ປີ ທີ່ທ່ານ ໄດ້ຮັບໃຊ້ ຢູ່ໃນສະພາສູງສະຫະລັດນັ້ນ ແລະກໍໄດ້ເປັນປະທານຂອງຄະນະກໍາມະການ ດັ່ງກ່າວ ໃນ ໄລຍະ 4 ປີຜ່ານມານີ້.

ໃນການລົງແຂ່ງຂັນເປັນປະທານາທາທິບໍດີຈາກພັກເດໂມແຄຣັດ ໃນປີ 2004 ນັ້ນ ທ່ານ Kerry ໄດ້ເສຍໄຊໃຫ້ແກ່ ປະທານາທິບໍດີ George W. Bush ທີ່ໄດ້ຮັບເລືອກຕັ້ງເປັນ ສະໄໝທີສອງ.

ເບິ່ງປະມວນພາບຫລ້າສຸດກ່ຽວກັບທ່ານ Kerry:

ກ່ຽວຂ້ອງກັນ

XS
SM
MD
LG