ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ເຄັນຢາ ຂໍຂະມາໂທດ ໃນຄວາມວຸ້ນວາຍ ທີ່ເກີດຂຶ້ນ ເມື່ອວັນສຸກ ທີ່ຜ່ານມາ


ປະທານາທິບໍດີ ເຄັນຢາ ທ່ານ Uhuru Kenyatta ກ່າວຄຳປາໄສໃນລະຫວ່າງ ການສະເຫຼີມສະຫຼອງວັນ Jamhuri (ວັນປະກາດເອກະລາດ) ຢູ່ສະໜາມກິລາ Nyayo ໃນນະຄອນຫຼວງ ໄນໂຣບີ, 12 ທັນວາ, 2016.
ປະທານາທິບໍດີ ເຄັນຢາ ທ່ານ Uhuru Kenyatta ກ່າວຄຳປາໄສໃນລະຫວ່າງ ການສະເຫຼີມສະຫຼອງວັນ Jamhuri (ວັນປະກາດເອກະລາດ) ຢູ່ສະໜາມກິລາ Nyayo ໃນນະຄອນຫຼວງ ໄນໂຣບີ, 12 ທັນວາ, 2016.

ປະທານາທິບໍດີ ແຫ່ງປະເທດ ເຄັນຢາ ທ່ານ Uhuru Kenyatta ໄດ້ກ່າວຂໍຂະມາໂທດ ​ໃນການຍົກເລີກການເລືອກຕັ້ງຂັ້ນຕົ້ນ ໃນວັນສຸກທີ່ຜ່ານມາຫຼັງຈາກຜູ້ລົງຄະແນນສຽງ
ໄດ້ອອກມາໃຊ້ສິດຂອງຕົນຫຼາຍເກີນ ຄາດ.

ທ່ານ Kenyatta ໄດ້ກ່າວໃນວັນເສົາວານ​ນີ້ວ່າ ພັກ Jubilee ຂອງທ່ານຈະຈັດການສະ
ເໜີຊື່ ເຂົ້າຮັບການເລືອກຕັ້ງຄັ້ງໃໝ່ໃນວັນຈັນ ແລະ ວັນອັງຄານນີ້, ຫຼັງຈາກໄດ້ຍົກເລີກ
ການສະເໜີຊື່ໃນ 15 ຈາກ 21 ເມືອງໃນວັນສຸກທີ່ຜ່ານມາ.

ທ່ານໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ການເລືອກຕັ້ງຂັ້ນຕົ້ນປົກກະຕິຈະບໍ່ກະຕຸ້ນ
ໃຫ້ມີຜູ້ອອກມາໃຊ້ສິດຫຼາຍຄືທີ່ເຫັນໃນວັນສຸກທີ່ຜ່ານມາ ເຊິ່ງມັນ​ໄດ້ກໍ່ໃຫ້​ເກີດມີຄວາມ
ສັບສົນ ລວມມີບໍ່ມີວັດຖຸສະໜອງໃຫ້ພຽງພໍ, ຈະເຮັດໃຫ້ການລົງຄະແນນສຽງມີິຂໍ້ບົກຜ່ອງ,
ແລະ ມີຄວາມສັບສົນທົ່ວໄປ.

ການເລືອກຕັ້ງຂັ້ນຕົ້ນແມ່ນຖືກຈັດຂຶ້ນລ່ວງໜ້າການເລືອກຕັ້ງແຫ່ງຊາດທີ່ຈະມີຂຶ້ນໃນ
ເດືອນສິງຫາ ເຊິ່ງຈະລວມມີ ການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ.

ການເລືອກຕັ້ງຄັ້ງຫຼ້າສຸດຂອງ ເຄັນຢາ ໃນປີ 2013 ແມ່ນເປັນໄປດ້ວຍຄວາມສະຫງົບ, ແຕ່ໃນໜຶ່ງທົດສະວັດທີ່ຜ່ານມາ, ປະຊາຊົນປະມານ 1,000 ຄົນໄດ້ເສຍຊີວິດໃນຄວາມ
ຮຸນແຮງຫຼັງຈາກການເລືອກຕັ້ງ.

ພັກ Jubilee ຂອງປະທານາທິບໍດີທ່ານ Kenyatta ໄດ້ຖືກສ້າງຕັ້ງຂຶ້ນປີກາຍນີ້ ໃນການ
ລວມກັນຂອງ 12 ພັກການເມືອງ ແລະ ໄດ້ຖືກອອກແບບມາ ເພື່ອລວບລວມການສະໜັບ
ສະໜູນສຳລັບປະທານາທິ ບໍດີ. ຄວາມສັບສົນຂອງວັນສຸກສັບປະດາແລ້ວນີ້ ແມ່ນຄວາມ
ອັບອາຍຂາຍໜ້າຄັ້ງໃຫຍ່ສຳລັບກຸ່ມຈັດຕັ້ງໃໝ່ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Kenya Primary
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG