ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

33 ຄົນບາດເຈັບ ໃນເຫດລະເບີດ ທີ່ເມືອງຫຼວງຂອງເຄັນຢາ (ວີດີໂອ)


ຊາກເພພັງແຫ່ງນຶ່ງຢູ່ໃນກຸງໄນໂຣບີ ປະເທດເຄັນຍາ ທີ່ຖືກການວາງລະເບີດ.
ຊາກເພພັງແຫ່ງນຶ່ງຢູ່ໃນກຸງໄນໂຣບີ ປະເທດເຄັນຍາ ທີ່ຖືກການວາງລະເບີດ.

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ເຄັນ​ຢາ​ ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ​ແມ່ນລູກ​ລະ​ເບີດ​ ບໍ່​ແມ່ນ​
ຍ້ອນໄຟຟ້າ​ລັດ​ວົງ​ຈອນ ທີ່​ເຮັດ​ໃຫ້​ເກີດ​ເຫດ​ລະ​ເບີດຢູ່ໃຈກາງ​ນະຄອນຫຼວງ
Nai-robi ເປັນ​ເຫດໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 33 ຄົນ.

ອະທິບໍດີ​ກົມ​ຕໍາ​ຫລວດ ທ່ານ Matthew Iteere ​ໄດ້​ກ່າວໃນ​ຂັ້ນຕົ້ນ​ວ່າ
ອາດ​ມີ​ສາ​ເຫດເປັນຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ.

​ແຕ່​ວ່າ ບໍລິສັດໄຟ​ຟ້າຂອງ​ເຄັນ​ຢາ ກ່າວ​ວ່າ ​ມັນ​ເປັນ​ໄປ​ບໍ່​ໄດ້. ນອກ​ນັ້ນຍັງ​ມີ​
ພິຍານຢ່າງ​ນ້ອຍສອງ​ຄົນ​ໄດ້​ບອກ​ແກ່​ນັກ​ຂ່າວ​ເອພີວ່າ ຜູ້​ຊາຍ​ທີ່​ມີໜວດ​ເຄົາ
​ຍາວ​ຄົນ​ນຶ່ງ​ໄດ້​ປະ​ຖົງ​ໄວ້​ຢູ່​ເທິງຮ້ານ​ໃນ​ຕະຫລາດ ກ່ອນ​ລາວ​ຈະ​ຫາຍ​ໄປ.

ນາຍົກ​ລັດຖະມົນ​ຕີເຄັນ​ຍາທ່ານ Raila Odinga ກ່າວ​ວ່າ ​ເຫດລະ​ເບີດ​ແຕກ​
ນີ້ແມ່ນ​ເປັນ​ນໍ້າມືຂອງ​ພວກກໍ່​ການ​ຮ້າຍ​ ຊຶ່ງທ່ານ Odinga ​ເວົ້າ​ວ່າ ​ເຄັນ​ຢາ​ໄດ້
ຖືກຂົ່ມ​ຂູ່ ​ແ​ຕ່ວ່າຈະ “​ບໍ່ຂີ້​ຂາດ​ຕາຂາວ.”

ກຸ່​ມຫົວ​ຮຸນ​ແຮງອິສລາມ al-Shabab ທີ່​ໄດ້​ຕໍ່​ສູ້​ເພື່ອ​ສ້າງຕັ້ງ​ລັດທີ່​ປົກຄອງດ້ວຍ
ສາສະໜາ​ອິສລາມ​ຢ່າງເຄັ່ງຄັດ​ ຢູ່ໃນ​ປະ​ເທດ​ Somalia ທີ່​ເປັນ​ເພື່ອນ​ບ້ານນັ້ນ​
ໄດ້​ຂົ່ມຂູ່ທີ່​ຈະ​ໂຈມ​ຕີ​ເຄັນ​ຢາ. ​ບັນດາເຈົ້າ​ໜ້າ​ທີ່ເຄັນ​ຢາ​ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມຫົວ​ຮຸ່ນ
​ແຮງ​ດັ່ງກ່າວ ​ໃນ​ການ​ໂຈມ​ຕີດ້ວຍ​ລະ​ເບີດ​ມື​ທີ່​ມີ​ມາ​ເປັນ​ລຳດັບ​ກ່ອນ​ໜ້ານີ້.

​ເຄັນຢາ​ໄດ້​ສົ່ງ​ທະຫານ​ເຂົ້າ​ໄປໃນ Somalia ​ເມື່ອ​ເດືອນ​ຕຸລາປີ​ກາຍ​ເພື່ອສູ້ລົບ​
ກັບກຸ່ມ al-Shabab ທີ່​ມີ​ການຖິ້ມ​ໂທດ​ໃສ່​ວ່າ ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ລັກ​
ພາ​ຕົວຂ້າມ​ຊາຍ​ແດນ ທີ່​ມີ​ຂຶ້ນຢ່າງ​ຕໍ່​ເນືີ່ອງກັນມາ​ນັ້ນ.

XS
SM
MD
LG