ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ແທນສະພາເຄັນຢາ ຖືກຍິງຕາຍ ຢູ່ນະຄອນຫຼວງ ໄນໂຣບີ


ພວກຜູ້ຄົນພາກັນຫຸ້ມເບິ່ງບ່ອນເກີດເຫດ ຫຼັງຈາກຜູ້ແທນ George Muchai, ພ້ອມດ້ວຍພວກຜູ້ອາລັກຂາ ແລະຄົນຂັບ
ລົດໃຫ້ທ່ານ ຖືກຍິງຕາຍ ທີ່ໄນໂຣບີ, ເຄັນຢາ, ວັນທີ 7 ກຸມພາ 2015.
ພວກຜູ້ຄົນພາກັນຫຸ້ມເບິ່ງບ່ອນເກີດເຫດ ຫຼັງຈາກຜູ້ແທນ George Muchai, ພ້ອມດ້ວຍພວກຜູ້ອາລັກຂາ ແລະຄົນຂັບ ລົດໃຫ້ທ່ານ ຖືກຍິງຕາຍ ທີ່ໄນໂຣບີ, ເຄັນຢາ, ວັນທີ 7 ກຸມພາ 2015.

ສະມາຊິກ​ສະພານ​ນິຕິ​ບັນຍັດ​ທ່ານ​ນຶ່ງ​ຂອງ​ເຄັນ​ຢາ ຖືກ​ຍິງ​ຕາຍ
​ໃນ​ເຊົ້າວັນ​ເສົາ​ວານ​ນີ້ ທີ່​ນະຄອນຫຼວງ​ໄນ​ໂຣບີ ພ້ອມ​ກັບ​ຜູ້​ອາ
ລັກຂາ 2 ຄົນ​ແລະ​ຄົນ​ຂັບ​ລົດ​ຂອງ​ທ່ານ.

ທ່ານ George Muchai ຈາກ​ພັກ Kabete ກຳລັງ​ກັບ​ມາ​ຈາກ​
ໄປ​ຮ່ວມການ​ເຕົ້າ​ໂຮມ​ຂອງ​ຄອບຄົວ ​ເວລາ​ພວກ​ມື​ປືນ​ຈຸ​ນຶ່ງ​ໂຈມ
​ຕີ​ລົດ​ຂອງ​ທ່ານ.

ຕຳຫຼວດ​ຄົນ​ນຶ່ງ​ກ່າວ​ວ່າ ການ​ສັງຫານ​ດັ່ງກ່າວ​ເບິ່ງ​ຄື​ວ່າ ​ເປັນ​ແບ​ບ
ສະບັບຂອງ​ການ​ປະຫານ​ຊີວິດ.

ປະທານາທິບໍດີເຄັນ​ຢາ ທ່ານ Uhuru Kenyatta ກ່າວ​ວ່າ ທ່ານ “ມີຄວາມ​ຕື່ນ​ຕົກ​ໃຈ
ແລະ​ໂສກ​ເສົ້າ​ຢ່າງ​ເລິກ​ເຊິ່ງ” ນຳ​ການ​ເຂັ່ນຂ້າທີ່​ວ່າ​ນີ້ ​ແລະກ່າວ​ຕໍ່​ໄປ​ວ່າ ທ່ານ​ຄາດ​ຫວັງວ່າ ຕຳຫຼວດ​ຈະ “ລະດົມ​ທຸກ​ວິທີ​ການ” ​ເພື່ອ​ຮັບປະກັນ​ວ່າ ພວກ​ມື​ປືນ​ເຫຼົ່ານີ້
“ຈະຖືກ​ຈັບ​ກຸມໄດ້​ຢ່າງ​ໄວ”.

ທ່ານ Raila Odinga ຜູ້ນຳ​ຝ່າຍ​ຄ້ານ ປະນາມ​ການ​ສັງຫານ​ ສະມາຊິກ​ສະພາ​ນິຕິບັນຍັດ​ທ່ານ​ນີ້ ​ໂດຍ​ກ່າວ​ວ່າ ມັນ​ເປັນພາກສ່ວນນຶ່ງ​ຂອງ​ຮູບ​ແບບທີ່​ກວ້າງຂວາງ​ ຂອງ​ການ​ກໍ່
ຄວາມ​ຮຸນ​ແຮງ​ດ້ານ​ການ​ເມືອງ ​ແລະ​ຄວາມ​ບໍ່​ປອດ​ໄພ ຢູ່ໃນ​ເຄັນ​ຢາ.

ປະ​ເທດ​ໃນ​ອາ​ຟຣິກາ​ຕາ​ເວັນ​ອອກ​ແຫ່ງ​ນີ້ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຈາກ​ຄື້ນຟອງ​ແຫ່ງ​ຄວາມ​ຮຸນ​ແຮງ ທີ່​ພົວພັນ​ກັບ​ພວກ​ຫົວ​ຮຸນ​ແຮງ​ອິສລາມ.

XS
SM
MD
LG