ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຄນຢາ ໂຈມຕີທາງອາກາດ ຕໍ່ເປົ້າໝາຍ ຂອງພວກ al-Shabab ຢູ່ໃນໂຊມາເລຍ


ເຮືອບິນລົບ ໄອພົ່ນ F5 ຂອງກອງທັບອາປະເທດເຄນຢາ.
ເຮືອບິນລົບ ໄອພົ່ນ F5 ຂອງກອງທັບອາປະເທດເຄນຢາ.

ເຮືອບິນ​ລົບ​ເຄນ​ຢາຫຼາຍລຳ ​ໄດ້​ໂຈມ​ຕີ​ເປົ້າໝາຍຕ່າງໆ ​ໃນ​
ປະ​ເທດ​ເພື່ອນ​ບ້ານ ​ໂຊມາ​ເລຍ ຫຼາຍມື້ຫຼັງຈາກ​ພວກ​ມື​ປືນ
ຈາກ​ກຸ່ມ​ຫົວ​ຮຸນ​ແຮງ​ໂຊ​ມາ​ເລຍ al-Shabab ​ໄດ້​ສັງຫານ
148 ຄົນ ຢູ່​ທີ່​ມະຫາວິທະຍາ​ໄລ​ແຫ່ງ​ນຶ່ງ ຂອງ​ເຄນ​ຢາ.

ກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ​ເຄນ​ຢາ ກ່າວ​ວ່າ ການ​ໂຈມ​ຕີ​ທາງ
​ອາກາດຫຼາຍໆ​ບັ້ນ ​ໃນ​ວັນ​ອາທິດ​ຜ່ານ​ມາ ​ໄດ້​ແນ​ໃສ່ ຄ້າຍ​ຂອງ​
al-Shabab 2 ​ແຫ່ງ ​ໃນ ​ຂົງ​ເຂດ Gedo ທາງ​ພາກ​ໃຕ້​
ຂອງ​ໂຊ​ມາ​ເລຍ.

​ທ່ານ David Obonyo ໂຄສົກ​ ຂອງກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ
​ເຄນ​ຢາ ກ່າວ​ໃນ​ວັນ​ຈັນ​ມື້​ວານ​ນີ້ ວ່າ ຄ້າຍ 2 ​ແຫ່ງ​ດັ່ງກ່າວ ຖືກ​ທຳລາຍ ​ແຕ່​ຫາກ​ວ່າ ທ່ານ
​ບໍ່​ໄດ້ແຈ້ງໃຫ້ຊາບກ່ຽວກັບຈຳນວນ​ຜູ້​ເສຍ​ຊີວິດ.

ແຜນທີ່ ປະເທດໂຊມາເລຍ
ແຜນທີ່ ປະເທດໂຊມາເລຍ

ປະຊາຊົນທີ່ເມືອງ Gandon Dhawe ຄົນ​ນຶ່ງ ບອກ​ກັບ​ວີ​ໂອ​ເອວ່າ ການ​ໂຈມ​ຕີ​ທາງອາກາດ ຫຼາຍໆບັ້ນ ​ໄດ້​ສັງຫານ ສັດລ້ຽງ​ຕ່າງໆ ​ແລະ ​ໄດ້​ທຳລາຍ ​ເຮືອນ​ຊານ​ຫຼາຍຫລັງ ​ແຕ່​ເວົ້າ
ວ່າ “ບໍ່​ມີພົນລະ​ເມື່ອ​ງຜູ້​ໃດ ໄດ້​ສູນ​ເສ​ຍຊີວິດ ຫຼື ບາດ​ເຈັບ.”

ປະທານາທິບໍດີ ​ເຄນ​ຢາ ທ່ານ Uhuru Kenyatta ​ໄດ້​ປະຕິຍານ​
ວ່າ ຈະ​ຕອບ​ໂຕ້ ການ​ໂຈມ​ຕີ​ຂອງ​ພວກ al-Shabab ຕໍ່ ມະຫາ
ວິທະຍາ​ໄລ Garissa ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເຄນ​ຢາ.

Kenya Somalia
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG