ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜົນການລົງ​ປະຊາ​ມະຕິ ​ທີ່​ເຄັນ​ຍາ


ຜົນ​ທີ່​ໄດ້​ມາ​ເປັນ​ບາງ​ສ່ວນ​ຂອງການ​ລົງ​ປະຊາ​ມະຕິທີ່​ເຄັນ​
ຍາ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ລົງ​ຄະ​ແນນ​ສຽງສ່ວນ​
ຫລາຍ​ສະໜັບສະໜຸນ​ລັດຖະ ທໍາ​ມະນູນ​ສະບັບ​ໃໝ່​ຂອງ​
ປະ​ເທດ​ ທີ່ທາງ​ການ​ໄດ້ສະ​ເໜີ​ໄປ​ນັ້ນ. ຄາດ​ກັນ​ວ່າຈະ​ຮູ້
ຈັກ​ຜົນ​ຂັ້ນສຸດ​ທ້າຍພາຍໃນ​ຄືນ​ວັນ​ພະຫັດ​ມື້​ນີ້ສໍາລັບການ
ລົງ​ປະຊາມະຕິທີ່ໄດ້​ດໍາ​ເນີ​ນໄປ​ຢ່າງ​ສັນຕິ​ໃນວັນ​ພຸດ​ວານ​ນີ້.

ຜົນ​ການ​ນັບ​ບັດເປັນ​ບາງ​ສ່ວນໃນ​ຂັ້ນ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນເຄັນ​ຍາ​ໃນ​ຈໍານວນ 4 ລ້ານ 1 ແສນ​ຄົນ​ໄດ້​ລົງມະຕິ​ເຫັນ​ດີ​ນໍາລັດຖະທໍາ​ມະນູນ​ສະບັບ​ໃໝ່ ​ແລະ 2 ລ້ານ​ຄົນ ລົງ​ຄະ​ແນນ​ສຽງ​ຄັດຄ້ານ.

ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ກ່ອນ​ການ​ລົງ​ປະຊາ​ມະ​ຕິສະ​ແດງໃຫ້​ເຫັນ​ວ່າຊາວເຄັນ​ຍາ​ສ່ວນໃຫຍ່​ສະໜັບສະໜຸນ​ຮ່າງ​ລັດຖະທໍາ​ມະນູນ​ສະບັບ​ໃໝ່ ທີ່ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ປະທານາທິບໍດີ Mwai Kibaki ​ແລະ​ນາຍົກລັດຖະມຸນຕີ Raila Odinga.

ຮ່າງ​ລັດຖະທໍາ​ມະນູນ​ສະບັບ​ໃໝ່ມີ​ວັດ​ຖຸປະສົງ​ເພື່ອ​ຜ່ອນຄາຍ​ຄວາມເຄັ່ງ​ຕຶງ​ດ້ານ​ຊົນ​ເຜົ່າ​ແລະ​ການ​ເມືອງ​ທີ່​ໄດ້ຄຸກ​ຄາມປະ​ເທດ​ມາເປັນ​ເວລາ​ຫລາຍ​ປີ​ແລ້ວ​ນັ້ນ.

ລັດຖະທໍາ​ມະນູນ​ສະບັບ​ໃໝ່​ຈະ​ຈໍາ​ກັດສິດ​ອໍານາດ​ຂອງ​ປະທານາທິບໍດີໂດຍໃຫ້​ອໍານາດ​ຫລາຍ​ຂຶ້ນ​ແກ່​ພວກ​ລັດຖະບານ​ທ້ອງ​ຖິ່ນ ​ແລະ​ຕັດຈໍານວນສະມາຊິກໃນຄະນະລັດຖະບານ ລົງ​ມາ​ເປັນ 22 ຄົນ ພ້ອມ​ທັງ​ລົບ​ລ້າງ​ຕໍາ​ແໜ່​ງນາຍົກລັດຖະມົນຕີ.

XS
SM
MD
LG