ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງເຄນຢາ ຂັບໄລ່ ພວກຫົວຮຸນແຮງ Al-Shabab ອອກຈາກບ້ານ Yumbis


ແຜນທີ່ ປະເທດເຄນຢາ
ແຜນທີ່ ປະເທດເຄນຢາ

ບັນດາ​ເຈົ້າ​ໜ້າ​ທີ່ ເຄນ​ຢາ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ອິສລາມ
​ໄດ້​ໂຈມ​ຕີ​ບ້ານ​ແຫ່ງ​ນຶ່ງ ຢູ່​ໃນ​ພາກຕາເວັນອອກສຽງເໜືອຂອງ
ເຄນຢາ ໃນບໍລິເວນດຽວ​ກັນ​ກັບ ທີ່​ພວກ​ກະບົດໄດ້​ເຂົ້າຍຶດ​ເອົາ
ມະຫາວິທະຍາ​ໄລ ແລະ​ສັງຫານ​ເກືອບ 150 ຄົນ​ໃນ​ເດືອນ
ແລ້ວ​ນີ້.

ກະຊວງ​ພາຍໃນເຄນ​ຢາກ່າວໃນ​ວັນ​ສຸກ​ມື້​ນີ້​ວ່າ ພວກ​ຫົວ​ຮຸນ
​ແຮງ​ໄດ້​ໂຈມ​ຕີບ້ານ Yumbis ​ຢູ່ໃນເຂດ​ເມືອງ Garissa ​ໃນ
​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ​ແຕ່​ວ່າ ​ໄດ້​ຖືກ​ຂັບ​ໄລ່​ໂດຍກຳລັງ
​ຮັກສາ​ຄວາມ​ປອດ​ໄພ ຫລັງ​ຈາກ​ໄດ້​ມີ​ການ​ສູ້ລົບ​ກັນ. ບໍ່​ມີ​ລາຍ​
ງານ​ກ່ຽວກັບການ​ໄດ້​ຮັບ​ບາດ​ເຈັບລົ້ມຕາຍ.

ພວກ​ຫົວ​ຮຸນ​ແຮງ Al-Shabab ​ໄດ້ເຂົ້າ​ຄວບຄຸມ ມະຫາວິທະ​ຍາ​ໄລ Garissa ​ເມື່ອ​ເດືອນ
ແລ້ວ​ນີ້ ໃນ​ການ​ໂຈມຕີ​ໃນ​ຕອນ​ເຊົ້າມືດ ໂດຍໄດ້ຈັບ​ໂຕ​ປະ​ກັນ​ຫລາຍ​ຄົນໄວ້​ຢູ່​ຂ້າງໃນ​ຕຶກ
ມະຫາວິທະຍາ​ໄລ. ຫລັງຈາກທີ່ການເຂົ້າ​ຍຶດ​ສີ້​ນສຸດ​ລົງແລ້ວ ມີ 148 ​ໄດ້​ເສຍ​ຊີວິດ ສ່ວນ​
ໃຫຍ່​ເປັນ​ພວກ​ນັກສຶກສາ.

ກຸ່ມ Al-Shabab ​ໄດ້​ປະກາດ​ທີ່​ຈະ​ທຳ​ການ​ໂຈມ​ຕີ​ເຄນ​ຢາຕື່ມອີກ ​ເພື່ອ​ເປັນ​ການ​ຕອບ
​ໂຕ້​ຕໍ່ການທີ່ກໍ​າລັງ​ທະຫານ​ເຄນ​ຢາ ໄດ້​ຊ່ວຍ​ໂຊ​ມາເລຍ ​ສູ້​ລົບກັບ​ກຸ່ມ​ຫົວ​ຮຸນ​ແຮງ​
Al-Shabab ຢູ່​ໃນດິນ​ແດນ​ໂຊມາ​ເລຍເອງ ທີ່​ເປັນ​ບ່ອນ​ຕັ້ງ​ຄ້າຍ ຂອງກຸ່ມດັ່ງກ່າວນັ້ນ.

XS
SM
MD
LG