ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຄັນຢາ ໄວ້ທຸກ ໃຫ້ແກ່ ພວກເສຍຊີວິດ ໃນການໂຈມຕີ ສູນການຄ້າ ​(ສະໄລດ໌/ວີດີໂອ)


ພວກຄຸນແມ່ ພາກັນພາວະນາ ໃນສູນການຄ້າ Westgate ທີ່ກຸງ Nairobi ປະເທດ Kenya ວັນທີ 25 ກັນຍາ 2013.
ພວກຄຸນແມ່ ພາກັນພາວະນາ ໃນສູນການຄ້າ Westgate ທີ່ກຸງ Nairobi ປະເທດ Kenya ວັນທີ 25 ກັນຍາ 2013.
ຊາວເຄນຢາ ພາກັນໄວ້ທຸກ​ໃຫ້​ແກ່ພວກທີ່ຖືກສັງຫານໃນການ​
ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງທີ່ສູນ​ການ​ຄ້ານະຄອນ​ Nairobi
ໃນ​ຂະນະ​ທີ່ເຈົ້າໜ້າທີ່ ທຳ​ການ​ສືບສວນ ​ຢູ່​ທີ່​ບ່ອນ​ເກີດ​ເຫດ ​
ແລະ​ຍັງ​ມີ​ການ​ດຳ​ເນີນ​ງານ​ຢູ່​ຕໍ່​ມາ ​ເພື່ອ​ກູ້​ເອົາ​ຊາກ​ສົບ​ທີ່​ຍັງ​
ຕົກ​ຄ້າງ​ຢູ່​ຕາມ​ຊາກ​ຫັກ​ພັງ ​ແລະຕຶກ​ອາຄານ​ທີ່​ໄດ້​ຮັບ​ຄວາມ​
ເສຍ​ຫາຍນັ້ນ.
ປະທານາທິບໍດີ Uhuru Kenyatta ກ່າວຕໍ່ຝູງຊົນ
ປະທານາທິບໍດີ Uhuru Kenyatta ກ່າວຕໍ່ຝູງຊົນ
ຄວັນສີຂາວໄດ້ພຸ່ງຂຶ້ນສູ່​ທ້ອງຟ້າ ໃນວັນພຸດມື້ນີ້ ບ່ອນທີ່ກຸ່ມ​ຫົວ
​ຮຸນ​ແຮງທີ່ນັບຖືສາສະໜາອີສ ລາມ ໄດ້ບຸກເຂົ້າໄປໃນຕຶກສູນ
​ການ​ຄ້າ ເມື່ອ 4 ມື້ກ່ອນ. ພວກມືປືນໄດ້ສັງຫານພົນລະເຮືອນ
ຢ່າງນ້ອຍ 61 ໃນຂະນະກອງກໍາລັງຮັກສາຄວາມປອດໄພ
ເຄັນຍາ 6 ຄົນ ແລະກຸ່ມ​ຫົວ​ຮຸນ​ແຮງ 5 ຄົນ ​ເສຍ​ຊີວິດ ໃນຂະນະ
ທີ່ກອງທະຫານບຸກເຂົ້າໄປ ເພື່ອຄວບຄຸມຕຶກສູນ​ການ​ຄ້າ​ດັ່ງກ່າວ.

ປະທານາທິບໍດີເຄັນຍາ ທ່ານ Uhuru Kenyatta ໄດ້ກ່າວໃນ
ແລງວັນອັງຄານວານນີ້ວ່າ​“ກຸ່ມ​ຫົວ​ຮຸນ​ແຮງຈຸນີ້ ​ໄດ້​ຮັບ​ຄວາມ
ອັບອາຍຂາຍໜ້າແລະພ່າຍແພ້​ໄປ​ແລ້ວ” ຊຶ່ງທ່ານເອີ້ນພວກເຂົາ
ວ່າເປັນ “ພວກຂີ້ຂາດ ຕາຂາວ” ຊຶ່ງຈະຕ້ອງປະເຊີນກັບການ​
ລົງໂທດພ້ອມ​ກັບພວກ​ທີ່​ສົມຮູ້​ຮ່ວມຄິດ.


ທ່ານ Kenyatta ກ່າວວ່າ: “ຫົວຂອງພວກເຮົານັ້ນ​ແມ່ນ​ເຕັມ ​ໄປດ້ວຍເລືອດ ແຕ່ຈະບໍ່
ຍອມກົ້ມຫົວໃຫ້. ພວກອາດຊະຍາກອນພວກນີ້ພົບ​ວ່າ ພວກ​ເຮົາ​ບໍ່​ມີຄວາມຢ້ານກົວ
ດັ່ງທີ່ພວກເຮົາເຄີຍເປັນມາ ພວກເຮົາບໍ່ຖືກຮຸກ​ຮານໄດ້ດອກ.”


ທ່ານໄດ້ກ່າວວ່າ ພວກຕ້ອງສົງໄສ 11 ຄົນ ໄດ້ຖືກຄຸມຕົວໄວ້ແລ້ວ ແລະໄດ້ປະກາດໃຫ້ 3 ມື້
ເປັນວັນໄວ້ທຸກແລະລະລຶກເຖິງພວກທີ່ເສຍຊີວິດ ໃນເຫດຮ້າຍຄັ້ງນີ້.

ກະຊວງການຕ່າງປະເທດຂອງອັງກິດ ກ່າວໃນວັນພຸດມື້ນີ້ວ່າ ມີຊາວອັງກິດຄົນ​ນຶ່ງໄດ້ຖືກ
ຈັບກຸມ ທີ່​ນະຄອນ Nairobi ຫຼັງຈາກທີ່ໄດ້ມີການປະທະກັນນັ້ນ ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດ
ເພີ່ມຕື່ມ​ແຕ່ຢ່າງໃດ ທີ່ອາດເຊື່ອມໂຍງເຖິງການໂຈມຕີ​ໃນຄັ້ງນີ້.

Kenyan Mall Shooting Saga Finally Over
please wait

No media source currently available

0:00 0:01:41 0:00
ລິງໂດຍກົງ

XS
SM
MD
LG