ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະໜາມບິນໃຫຍ່ ສາກົນ ຂອງເຄນຢາ ຖືກປິດ ຍ້ອນໄຟໄໝ້ (ວີດິໂອ/ສະໄລດ໌)


ພວກດັບເພີງປະເຊີນກັບຄວາມຫຍຸ້ງຍາກໃນການມອດໄຟທີ່ສະໜາມບິນສາກົນ Jomo Kenyatta ຢູ່ນະຄອນຫລວງ Nairobi ຂອງເຄນຢາ ໃນເຊົ້າວັນພຸດ ທີ 7 ສິງຫາ 2013.
ພວກດັບເພີງປະເຊີນກັບຄວາມຫຍຸ້ງຍາກໃນການມອດໄຟທີ່ສະໜາມບິນສາກົນ Jomo Kenyatta ຢູ່ນະຄອນຫລວງ Nairobi ຂອງເຄນຢາ ໃນເຊົ້າວັນພຸດ ທີ 7 ສິງຫາ 2013.
ເຫດໄຟໄໝ້ຢ່າງຮ້າຍແຮງ ຢູ່ສະໜາມບິນສາກົນໃຫຍ່ຂອງ
ເຄນຢາ ໃນກຸງ Nairobi ຢູ່ໃນສະພາບທີ່ຄວບຄຸມໄດ້ແລ້ວ
ແຕ່ພວກເຈົ້າໜ້າທີ່ເວົ້າວ່າ ສະໜາມບິນຍັງຈະຖືກປິດຢ່າງ
ບໍ່ມີກໍາໜົດ.

ໄຟໄດ້ລຸກ​ໄໝ້ ໃນເຊົ້າວັນພຸດມື້ນີ້ ໃນເຂດອາຄານທີ່​ຜູ້​ໂດຍ
ສານ​ຂອງສາຍການບິນນາໆຊາດໄປເຖິງ ຂອງສະໜາມບິນ
ສາກົນ Jomo Kenyatta ຊຶ່ງໄດ້ເຮັດໃຫ້ເກີດມີຄວາມເສຍ
ຫາຍຢ່າງໜັກ. ຍັງບໍ່ມີໃຜຮູ້ສາເຫດທີ່ພາໃຫ້ເກີດໄຟໄໝ້ຄັ້ງ
ນີ້ເທື່ອ.

​ໄຟໄດ້ໄໝ້ຢູ່ເປັນເວລາປະມານ 4 ຊົ່ວໂມງ ຊຶ່ງໄດ້ສົ່ງຄວັນດໍາພຸ່ງຂຶ້ນສູ່ທ້ອງຟ້າ ໃນຂະນະທີ່
ເຮືອບິນຂອງ​ສາຍ​ການບິນຕ່າງໆ ຖືກສັ່ງໃຫ້ບິນໄປລົງໃນສະໜາມບິນແຫ່ງອື່ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ຍັງບໍ່ມີລາຍງານກ່ຽວກັບຜູ້ຄົນທີ່ໄດ້ຮັບບາດເຈັບເທື່ອ.

ສະໜາມບິນແຫ່ງດັ່ງກ່າວ ແມ່ນບ່ອນທີ່ມີການບິນຂຶ້ນລົງຂອງເຮືອບິນຫລາຍທີ່ສຸດໃນຂົງ
ເຂດຕາເວັນອອກຂອງທະວີບອາຟຣິກາ ແລະໃຊ້ເປັນສູນກາງຂອງສາຍການບິນເຄນຢາ​
ແອ​ເວ.

ເບິ່ງສະໄລດ໌ ພາບເຫດການໄຟໄໝ້ສະໜາມບິນທີ່ເຄນຢາ:

XS
SM
MD
LG