ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສະໝັກ ຮ່ວມກັບ ທ່ານ Odinga ບໍ່ພໍໃຈ ນໍາການນັບບັດ (ວີດິໂອ)


ທ່ານ Kalonzo Musyoka (ກາງ) ຊຶ່ງເປັນຮອງປະທານາທິບໍດີໃນປັດຈຸບັນ ແລະ ຜູ້ສະໝັກເປັນຮອງປະທານາທິບໍດີ ຮ່ວມກັບນາຍົກລັດຖະມົນຕີ Kenya ທ່ານ Raila Odinga f ກ່າວຄໍາປາໄສ ຢູ່ກອງປະຊຸມຖະແຫລງຂ່າວ ທີ່ກຸງໄນໂຣບີ ຂອງເຄັນຢາ ໃນວັນທີ 7 ມີນາ 2013.
ທ່ານ Kalonzo Musyoka (ກາງ) ຊຶ່ງເປັນຮອງປະທານາທິບໍດີໃນປັດຈຸບັນ ແລະ ຜູ້ສະໝັກເປັນຮອງປະທານາທິບໍດີ ຮ່ວມກັບນາຍົກລັດຖະມົນຕີ Kenya ທ່ານ Raila Odinga f ກ່າວຄໍາປາໄສ ຢູ່ກອງປະຊຸມຖະແຫລງຂ່າວ ທີ່ກຸງໄນໂຣບີ ຂອງເຄັນຢາ ໃນວັນທີ 7 ມີນາ 2013.
ຜູ້ສະໝັກເປັນຮອງປະທານາທິບໍດີ ຮ່ວມກັບນາຍົກລັດຖະ
ມົນຕີ Kenya ທ່ານ Raila Odinga ເວົ້າວ່າ ຂັ້ນຕອນ ການນັບບັດຄະແນນສຽງເລືອກຕັ້ງເອົາປະທານາທິບໍດີ
ໃນວັນຈັນຜ່ານມານີ້ “ຂາດຄວາມຖືກຕ້ອງຊອບທຳ” ແລະ
ຄວນຈະຍຸຕິລົງ.

ທ່ານ Kalonzo Musyoka ກ່າວຕໍ່ພວກນັກຂ່າວທີ່ກຸງໄນ
ໂຣບີ ໃນວັນພະຫັດ ມື້ນີ້ວ່າ ໃນຂະນະທີ່ພວກເຈົ້າໜ້າທີ່
ຮັບຜິດຊອບການເລືອກຕັ້ງ ພາກັນສືບຕໍ່ນັບບັດດ້ວຍມື
ລຸນຫລັງທີ່ລະບົບການນັບບັດຄະແນນສຽງແບບອີເລັກ
ໂທຣນິກ ໄດ້ເພໄປ.

ເກືອບຮອດເຄິ່ງນຶ່ງຂອງຈໍານວນບັດຄະແນນສຽງທີ່ກະປະ
ມານວ່າໄດ້ນັບມາຈົນຮອດເຊົ້າວັນພະຫັດມື້ນີ້ສະແດງໃຫ້
ເຫັນວ່າ ທ່ານ Uhuru Kenyatta ຄູ່ແຂ່ງຄົນສຳຄັນຂອງ
ທ່ານ Odinga ໄດ້ຮັບຄະແນນນໍາໜ້າ ໂດຍມີຄະແນນ ຫ່າງກັນໃນສັດສ່ວນ 53 ຕໍ່ 42 ເປີເຊັນ.

ພວກເຈົ້າໜ້າທີ່ເວົ້າວ່າ ຜົນການເລືອກຕັ້ງຂັ້ນສຸດທ້າຍ ອາດນຳອອກເຜີຍແຜ່ ໃນວັນ
ສຸກມື້ອື່ນ ແຕ່ພວກເຂົາເຈົ້າກໍມີເວລາ ຢ່າງຖືກຕ້ອງຕາມກົດໝາຍ ໃນການນັບບັດ ຄະແນນສຽງ ໄປຈົນຮອດວັນຈັນ ຈະມາເຖິງນີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ການນັບບັດ ລົງຄະແນນສຽງ ຂອງຊາວເຄນຢາ
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ
XS
SM
MD
LG