ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮອງນາຍົກ ເຄນຢາ ໄດ້ຄະແນນນໍາໜ້າ ໃນການເລືອກຕັ້ງ ປະທານາທິບໍດີ (ວີດິໂອ)


 ຊາວເຄນຢາຜູ້ນຶ່ງ ອ່ານໜັງສືພິມ ລາຍງານຜົນການເລືອກຕັ້ງຂັ້ນຕົ້ນ ໃນການເລືອກຕັ້ງແຫ່ງ
ຊາດຂອງ Kenya ໃນວັນທີ 5 ມີນາ 2013.
ຊາວເຄນຢາຜູ້ນຶ່ງ ອ່ານໜັງສືພິມ ລາຍງານຜົນການເລືອກຕັ້ງຂັ້ນຕົ້ນ ໃນການເລືອກຕັ້ງແຫ່ງ ຊາດຂອງ Kenya ໃນວັນທີ 5 ມີນາ 2013.
ຜົນການນັບຄະແນນສຽງຂັ້ນຕົ້ນ ໃນການເລືອກຕັ້ງແຫ່ງ
ຊາດຂອງ Kenya ສະແດງໃຫ້ເຫັນວ່າ ທ່ານ Uhuru
Kenyatta ໄດ້ຮັບຄະແນນນໍາໜ້າ ໃນແຂ່ງຂັນເພື່ອເລືອກ
ເອົາປະທານາທິບໍດີ.

ໃນການນັບບັດຄະແນນສຽງຈາກຫລາຍກວ່າ 1 ສ່ວນ 3
ຂອງເຂດເລືອກຕັ້ງທັງໝົດ ໃນວັນອັງຄານມື້ນີ້ ສະແດງວ່າ
ທ່ານ Kenyatta ມີຄະແນນນໍາໜ້າ ນາຍົກລັດຖະມົນຕີ
Raila Odinga ຄູ່ແຂ່ງຄົນສຳຄັນຂອງທ່ານ ໃນສັດສ່ວນ
55 ຕໍ່ 41 ເປີເຊັນ.

ຖ້າຫາກວ່າ ທັງສອງທ່ານນີ້ ບໍ່ມີໃຜສາມາດໄດ້ຮັບຄະແນນສຽງ
ຫລາຍກວ່າ 50 ເປີເຊັນຂຶ້ນໄປ Kenya ຈະຈັດຕັ້ງການເລືອກ ຕັ້ງຮອບຕັດສິນຊີ້ຂາດ ໃນ ເດືອນເມສາທີ່ຈະມາເຖິງນີ້.

ທ່ານ Kenyatta ຊຶ່ງເປັນຮອງນາຍົກລັດຖະມົນຕີຂອງປະເທດ
ໃນເວລານີ້ ໄດ້ຮັບການສະໜັບສະໜຸນຢ່າງແຂງຂັນຈາກເຂດ ຕ່າງໆທີ່ຕັ້ງຢູ່ທາງກໍ້າເໜືອໜ້ອຍນຶ່ງ ຂອງນະຄອນຫລວງໄນໂຣບີ
ໃນຂະນະທີ່ທ່ານ Odinga ໄດ້ຮັບການສະໜັບສະໜຸນຈາກບັນດາເຂດເມືອງຕ່າງໆ
ຢູ່ທາງພາກຕາເວັນຕົກແລະ ພາກໃຕ້ຂອງເຄນຢາ.

ຊາວເຄນຢາປະມານ 14 ລ້ານຄົນ ມີສິດປ່ອນບັດເລືອກຕັ້ງເອົາປະທານາທິບໍດີ, ສະ
ພາແຫ່ງຊາດ, ແລະຫ້ອງການປົກຄອງສໍາຄັນອື່ນໆອີກ.

ທັງທ່ານ Odinga ແລະ ທ່ານ Kenyatta ຕ່າງກໍໄດ້ໃຫ້ຄໍາໝັ້ນສັນຍາວ່າຈະເຄົາລົບ
ຜົນການເລືອກຕັ້ງ.

ທາງດ້ານທ່ານ Kenyatta ນັ້ນ ກໍາລັງປະເຊີນກັບການສອບສວນຂອງສານອາຍາ ນາໆຊາດ ໃນຂໍ້ຫາເປັນຜູ້ຊ່ວຍວາງແຜນ ເພື່ອກໍ່ຄວາມຮຸນແຮງລຸນຫລັງການປ່ອນ ບັດເລືອກຕັ້ງປະທານາທິບໍດີໃນປີ 2007 ທີ່ເຮັດໃຫ້ 1,100 ຄົນເສຍຊີວິດນັ້ນ.

ການເລືອກຕັ້ງໃນວັນຈັນວານນີ້ຢູ່ເຄນຢາ ສ່ວນໃຫຍ່ແມ່ນມີຄວາມສະຫງົບ ເຖິງແມ່ນ
ວ່າ ບໍ່ພໍເທົ່າໃດຊົ່ວໂມງກ່ອນເລີ້ມການປ່ອນບັດລົງຄະແນນສຽງນັ້ນ ຢ່າງໜ້ອຍມີ 13 ຄົນເສຍຊີວິດ ລວມທັງຕໍາຫລວດ 7 ຄົນໄດ້ຖືກສັງຫານຢູ່ຕາມເຂດແຄມຝັ່ງທະເລ
ຂອງປະເທດ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

CN - Kenya Election Wrap
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ
XS
SM
MD
LG