ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄັນຢາປະກາດ ອັດຊາຍແດນ ເພື່ອປ້ອງກັນ ການລະບາດ ຂອງເຊື້ອອີໂບລາ (ວີດີໂອ)


WHO: Ebola Crisis 'Vastly Underestimated'
please wait

No media source currently available

0:00 0:03:07 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ເຄັນ​ຢາ​ໄດ້​ປະກາດ​ອັດ​ຊາຍ​ແດນ​ຂອງ​ຕົນ ສຳຫລັບ​ພວກ​ທີ່​ເດີນ
ທາງ​ມາ ຈາກ​ກີ​ນີ ​ໄລ​ບີ​ເຣຍ ​ແລະ Sierra Leone ຊຶ່ງ​ເປັນ 3 ປະ
​ເທດ​ທີ່​ໄດ້ຖືກ​ກະທົບ​ໜັກ​ທີ່​ສຸດ​ ຈາກ​ການລະບາດ​ຂອງ​ເຊື້ອ​ໄວ
ຣັສອີ​ໂບລາ.

ກະຊວງ​ສາທາລະນະ​ສຸກ ກ່າວ​ໃນ​ວັນ​ເສົາ​ວານ​ນີ້ ວ່າ ການ​ຕັດ
ສິນ​ໃຈ​ຂອງລັດຖະບານ ​ແມ່ນ​ອີງ​ໃສ່​ຂໍ້​ມູນຈາກ​ອົງການ​ອະນາ​ໄມ
​ໂລກຫຼື WHO ທີ່ເວົ້າ​ເຖິງ​ຄວາມ​ຮ້າຍ​ແຮງຂອງ​ການລະບາດ ​ຂອງ​ເຊື້ອ​ໄວຣັສດັ່ງກ່າວ ວ່າ​ໄດ້ຖືກປະ​ເມີນ​ຕໍ່າຫລາຍ​ເກີນ​ໄປ ​ແລະວ່າການລະບາດ​ສາມາດ​ດຳ​ເນີນ ​ສືບ​ຕໍ່​ໄປ​ອີກ​ດົນເຕີບ.

ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ກະຊວງ​ສາທາລະນະ​ສຸກ​ກ່າວ​ເຊັ່ນ​ກັນ​ວ່າ ການ​ຫ້າມ​ເດີນທາງ
ເຂົ້າ​ປະ​ເທດ​ເປັນ​ການ​ຊົ່ວຄາວ​ນີ້ ​ແມ່ນ​ກວມ​ເອົາ​ດ່ານ​ເຂົ້າປະ​ເທດ​ທັງ​ໝົດ​ຂອງ​ເຄັນ​ຢາ ​ແຕ່
ບໍ່​ຮວມ​ເອົາພວກ​ນັກວິຊາ​ຊີບ ​ທາງ​ດ້ານ​ຮັກສາ​ສຸຂະພາບ ທີ່​ກຳລັງ​ພະຍາຍາມ​ຕໍ່ສູ້​ກັບ​ການ
ລະບາດ​ຂອງເຊື້ອ​ໄວຣັສນີ້.

ໃນ​ວັນ​ເສົາ​ວານ​ນີ້​ເຊັ່ນ​ກັນ ສາຍ​ການບິນ Kenya Airways ​ໄດ້​ຮ່ວມ​ກັບ​ພວກ​ສາຍ​ການ
ບິນ​ອື່ນໆ ທີ່​ໄດ້​ປະກາດ​ຈຳກັດ​ຖ້ຽວ​ບິນ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ຍ້ອນ​ເຊື້​ອ​ໄວຣັສອີ​ໂບລາ​ນັ້ນ.

ສາຍ​ການບິນ​ Kenya ​ເວົ້າ​ວ່າ ຕົນຈະງົດ​ພວກ​ຖ້ຽວ​ບິນໄປ​ຍັງ ໄລບີເຣຍ ​ແລະ Sierra Leone ​ເລີ້ມແຕ່​ວັນອັງຄານຈະ​ມາ​ນີ້​ເປັນ​ຕົ້ນ​ໄປ ​ໂດຍອີງໃສ່ການ​ປະ​ເມີນຄວາມ​ສ່ຽງ​
ໂດຍ​ກະຊວງ​ສາທາລະນະ​ສຸກ​ຂອງ​ປະ​ເທດ.

ebola17august14
please wait
Embed

No media source currently available

0:00 0:00:29 0:00

​ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ສາຍ​ການບິນ​ເກົາຫຼີ ກ່າວ​ວ່າ ຕົນ​ໄດ້​ງົດ​ຖ້ຽວ​ບິນ​ໄປ​ຍັງ​ນະ​ຄອນ​ຫຼວງ ​ໄນ​ໂຣບີ ຂອງ​ເຄັນ​ຢາ​ ໃນ​ອັນ​ທີ່​ຕົນເອີ້ນວ່າ ມາດ​ຕະການ​ເພື່ອ​ຢຸດ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ.

ບໍ່​ໄດ້​ມີ​ລາຍ​ງານ​ໃດໆ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ກໍລະນີ​ຕິດ​ເຊື້ອ​ອີ​ໂລ​ບາ​ໃນ​ເຄັນ​ຢາ ​ແຕ່​ອົງການ​
ອະນາ ​ໄມ​ໂລກ ​ໄດ້​ຈັດປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ອອກປະ​ເທດ​ນີ້ ວ່າ​ເປັນເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງສຳຫລັບ​ພະຍາດ​ດັ່ງກ່າວ ​ເພາະວ່າ ມັນ​ເປັນ​ຈຸດສູນ​ກາງການ​ຂົນ​ສົ່ງ​ທີ່​ສຳຄັນ​ແຫ່ງ
​ນຶ່ງ.

ກ່ອນ​ໜ້າ​ນີ້ ສາຍ​ການບິນ British Airways ​ແລະ​ສາຍ​ການບິນ Emirates ຈາກ​ພາກ
ຕາ​ເວັນ​ອອກ​ກາງ ກໍ​ໄດ້ງົດ​ການ​ບໍລິການ​ຂອງ​ຕົນ​ໄປ​ຍັງຫລາຍໆ​ເຂດ​ຂອງອາ​ຟຣິກາ​ຕາ​ເວັນ​ຕົກ.

XS
SM
MD
LG