ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄັນຢາອະພິປາຍກັນ ກ່ຽວກັບ ສານ ICC ທີ່ດໍາເນີນຄະດີ ປະທານາທີບໍດີ ກັບຮອງປະທານາທິບໍດີ (ວີດີໂອ)


Kenya Debates ICC Future as Ruto Trial Resumes
please wait

No media source currently available

0:00 0:03:11 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ທ່ານ William Ruto ຮອງ​ປະທານາທິບໍດີ
ປະ​ເທດ​ເຄັນ​ຢາ ​ໄດ້ກັບ​ຄືນ​ໄປຍັງສານ​ອາຍາ​ສາກົນ ​ເພື່ອ​ຕໍ່ສູ້​
ຄະດີ​ຂອງ​ທ່ານ​ຫຼັງ​ຈາກ​ທ່ານໄດ້ກັບ​ຄືນ​ໄປ​ເຄັນ​ຢາ ລຸນ​ຫຼັງເຫ​ດ
ການ​ໂຈມ​ຕີທີ່ສູນ​ການ​ຄ້າ Westgate. Gabe Joselow ຜູ້​ສື່
​ຂ່າວ​ວີ​ໂອ​ເອປະ​ຈໍາ​ພາກ​ພື້ນ​ອາ​ຟຣິກາ​ຕາ​ເວັນ​ອອກ ລາຍ​ງານ​
ວ່າ ຂະນະ​ນີ້ ຊາວ​ເຄັນ​ຢາ​ຍັງ​ມີ​ຄວາມ​ຮູ້ສຶກ​ທີ່​ແຕກ​ຕ່າງ​ກັນ​
ກ່ຽວ​ກັບ​ວ່າ ​ໃນການ​ດໍາ​ເນີນ​ຄະດີ​ທ່ານ Ruto ນັ້ນ ​ແມ່ນສານ
ໂລກ​ກໍາລັງ​ດໍາ​ເນີນ​ການ ຢູ່​ໃນຜົນ​ປະ​ໂຫຍ​ດຂອງ​ເຄັນ​ຢາ​ຫຼື​ບໍ່
​ໃນ​ຂະນະ​ທີ່​ບັນດາ​ສະມາຊິກ​ສະພາ​ເຄັນ​ຢາ ພາກັນ​ເຄື່ອນ​ໄຫວ
​ເພື່ອ​ຖອນເຄັນ​ຢາ ອອກ​ຈາກອໍານາດ​ການ​ຄວບ​ຄຸມ​ຂອງ​ສານ​
ໂລກ​ນັ້ນຊຶ່ງ​ດາຣາຈະ​ນໍາ​ເລຶ່ອງນີ້ ມາສະ​ເໜີ​ທ່ານ.

ລິງໂດຍກົງ

ອັນ​ທີ່​ເອີ້ນ​ກັນ​ວ່າ​ “ສະພາ​ປະຊາຊົນ” ຂອ​ງ​ໄນ​ໂຣບີ ນະຄອນຫຼວງຂອງ​ເຄັນ​ຢານັ້ນ ​ທໍາ​
ການ​ພົບ​ປະກັນ​ທຸກໆ​ວັນ ​ທີ່​ສວນສາ​ທາ​ລະນະ​ຂອງເມືອງ ​ເພື່ອສົນທະນາກັນ​ກ່ຽວ​ກັບ​
ເລື່ອງຕ່າງໆ​ ທີ່ຢູ່​ໃນ​ຄວາມ​ສົນໃຈຂອງປະ​ເທດຊາດ.

​ຫົວ​ຂໍ້ສູງ​ສຸດທີ່​ຍົກ​ຂຶ້ນ​ມາ​ສົນທະນາ​ກັນ​ນັ້ນ ກໍ​ຄື​ການສືບ​ຕໍ່​ດໍາ​ເນີນ​ຄະດີ​ຂອງສານ​ອາຍາ​
ໂລກ ຫຼື ICC ຕໍ່​ທ່ານ William Ruto ຮອງປະທານາທິບໍດີເຄັນ​ຢາ ທີ່ຖືກ​ກ່າວ​ຫາ​ວ່າ ​
ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຢູ່​ໃນ​ເຫດການ​ກໍ່​ຄວາມ​ຮຸນແຮງ ຫຼັງ​ຈາກການ​ເລືອກ​ຕັ້ງ​ທົ່ວປະ​ເທດ ​
ເມື່ອ​ປີ 2007 ​ນັ້ນ.

ສ່ວນ​ປະທານາທິບໍດີ Uhuru Kenyatta ກໍ​ມີ​ກໍານົດການ​ຖືກ​ດໍາ​ເນີນ​ຄະດີຢູ່ທີ່ສານ​ອາຍາ​
ໂລກ​ເຊ່ນ​ກັນ ໃນ​ຂໍ້​ຫາ​ທໍານອງ​ດຽວ​ກັນ​.

ບັນດາ​ສະມາຊິກ​ຂອງ​ກຸ່ມບໍ່​ເປັນ​ທາງ​ການ ທີ່​ເອີ້ນ​ວ່າ “ສະພາ​ປະຊາຊົນ” ຂອ​ງ​ໄນ​ໂຣບີນັ້ນ
ມີ​ຄວາມເຫັນ​ທີ່​ປະ​ປົນ​ກັນກ່ຽວ​ກັບ​ບົດບາດ​ຂອງ​ສານສາກົນ ຫຼື ICC ນີ້.

Salim Muganga ​ເປັນ​ຜູ້​ນຶ່ງ​ໃນ​ບັນດາສະມາຊິກ​ທີ່​ຄິດ​ວ່າ ICC ເປັນສະຖບັນທີ່ມີ​ປະ​
ໂຫຍດ ​ໃນ​ການ​ຊອກ​ຫາ​ທາງ​ສ້າງ​ຄວາມປອງ​ດອງ​ຊາດ. ທ່ານ ມູກັງ​ກາ ​ເວົ້າ​ວ່າ:

“ສານ​ ICC ແມ່ນ​ກ່ຽວ​ກັບຄວາມຍຸຕິ​ທໍາ​ແລະຄວາມ​ເປັນ​ຈິງ. ​ສັ້ນໆ ງ່າຍ​ໆ ​
ແລະແຈ້ງ​ຂາວ. ພວກ​ເຮົາ​ຕ້ອງເຂົ້າ​ຮ່ວມ​
ຢູ່​ໃນ​ສານ ICC ຕໍ່​ໄປ ຍ້ອນວ່າ​ພວກ
ເຮົາ​ຕ້ອງຮູ້​ໃຫ້​ໄດ້ຫລາຍ​ຂຶ້ນ ກ່ຽວ​ກັບ
ຄວາມເປັນຈິງ​ແລະ​ຄວາມ​ຍຸຕິ​ທໍາ ​ກ່ຽວ
​ກັບລາຍ​ລະອຽດ​ຂອງ​ສິ່ງທີ່​ເກີດຂຶ້ນ​
ເມື່ອ​ປີ 2008 ນັ້ນ.”

ຫຼື​ວ່າ ສານ ICC ໝົດປະ​ໂຫຍ​ດ​ຂອງ​ຕົນ​ໄປແລ້ວ? WilberforceOnyango ​ເຊື່ອ​ວ່າ ​
ເປັນ​ເຊັ່ນ​ນັ້ນ​ແທ້. ທ່ານ Onyango ​ເວົ້າ​ວ່າ:

“​ເຫດຜົນ​ທີ່​ພວກ​ເຮົາ​ຕ້ອງເຂົ້າ​ຮ່ວມສານ ICC ໃນ​ເວລາ​ນັ້ນ ກໍ​ແມ່ນຍ້ອນ​ວ່າ​
ລະບົບຕຸລາການ​ຂອງ​ພວກ​ເຮົາ​ ບໍ່​ມີ​ຄວາມ
ສາມາດ​ພຽງພໍ. ແຕ່​ວ່າ​ບັດ​ນີ້
ພວກ​ເຮົາ​ມີ​ລັດຖະທໍາ​ມະນູນ​ ທີ່​ມີ​ຂໍ້​ກໍານົດ
ຢ່າງ​ແຈ້ງ​ຂາວ ​ໃຫ້​ສ້າງ​ຕັ້ງ​ສານ​
ສູງສຸດ​ຂຶ້ນ​ມາ ທີ່ມີອໍານາດຄ້າຍໆ​ກັນກັບ
ສານ ICC ​ແລ້ວ. ສະ​ນັ້ນ ຄວາ​ມ
ຈໍາ​ເປັນ​ທີ່​ເຄັນ​ຢາ​ຈະຕ້ອງສືບ​ຕໍ່​ເປັນ
ສະມາຊິກ​ຂອງສານອາ​ຍາ​ສາກົນຕໍ່ໄປ
ນັ້ນ ​ແມ່ນໝົດ​ໄປ​ແລ້ວ.”


ຄະດີ​ຂອງ​ທ່ານ Ruto ​ໄດ້​ຖືກ​ໂຈະ​ໄວ້​ເປັນ​ເວ​ລາ​ສັ້ນໆ ​ເພື່ອໃຫ້ທ່ານໄດ້ກັບ​ຄືນ​ເມືອ​ປະ
​ເທດ ​ເພື່ອຮັບ​ມື​ກັບ​ເຫດ​ການ​ໂຈມ​ຕີຢູ່​ທີ່​ສູນ​ການ​ຄ້າ​ແຫ່ງ​ນຶ່ງ ໃນ​ນະຄອນຫລວງໄນ​ໂຣບີ
​ເມື່ອໄວໆ​ມາ​ນີ້.

​ວິ​ກິດ​ການ​ດັ່ງກ່າວ ​ໄດ້​ເນັ້ນ​ຢໍ້າ​ເຖິງ​ຄວາມ​ເປັນ​ຫ່ວງ ກ່ຽວກັບ​ຄວາມ​ສາມາດ​ຂອງ​ປະທາ
ນາທິບໍດີແລະຮອງ​ປະທານາທິບໍດີ ​ທີ່​ຈະ​ປົກຄອງ​ປະ​ເທດ​ຢ່າງ​ມີປະສິດທິ​ພາບ​ໄດ້​ຫຼື​ບໍ່ ​
ໃນ​ຂະນະ​ທີ່​ພວກທ່ານ​ຕ້ອງ​ໄດ້​ໄປ​ມີໜ້າ​ເປັນ​ປະ​ຈໍາ​ຢູ່​ສານ​ອາຍາ​ສາກົນ ທີ່​ກຸງ​ Hague
ປະ​ເທດ Netherlands ນັ້ນ.

ເຖິງ​ແມ່ນທັງ​ສອງ​ທ່ານ​ໄດ້ຮັບປາກ​ວ່າ​ຈະ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ສານ​ກໍ​ຕາມ ແຕ່​ລັດຖະ
ບານເຄັນ​ຢາ ກໍ​ໄດ້ພະຍາຍາມ​ຜັກ​ດັນ​ໃຫ້​ສານອາຍາ​ຍົກ​ເລີກ​ຄະດີ ຕໍ່ຕ້ານ​ພວກ​ທ່ານ
ຫຼື​ບໍ່​ກໍແນະ​ນໍາ​ໃຫ້ສົ່ງ​ຄະດີ​ກັບ​ຄືນ​ໄປ​ດໍາ​ເນີນ ​ຢູ່​ເຄັນ​ຢາ.

ທ່ານ Githu Muigai ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ​ເຄັນ​ຢາ​ເວົ້າ​ວ່າ ​ເຖິງແມ່ນວ່າ ​ສະພາ
ແຫ່ງ​ຊາດ​ເຄັນ​ຢາ​ຈະລົງ​ຄະ​ແນນ​ສຽງເຫັນ​ດີ ​ໃຫ້​ຖອນ​ເຄັນຢາ​ອອກ​ຈາກ​ສານອາຍາ
​ສາກົນ ຫຼື ICC ​ກໍ​ຕາມ ​ແຕ່ມັນ​ກໍ​ຈະ​ບໍ່​ກະທົບ​ຕໍ່ຄະດີ​ຂອງ​ທ່ານ Kenyatta ແລະ​ທ່ານ
Ruto ​ແຕ່​ຢ່າງ​ໃດ. ທ່ານ Githu Muigal ​ເວົ້າ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ ມັນ​ບໍ່​ມີ​ຫຍັງ​ທີ່ຈະ​ກ່ຽວຂ້ອງ​ກັບ​ສອງຄະດີ​ໃນ​ປັດຈຸ​ບັນ​ນີ້​
ເລີຍ​. ຄືໃນ​ຄະດີ​ເຫຼົ່າ​ນັ້ນ ພວກ​ທີ່​ພົວພັນ​
ໃນ​ຄະດີ ກໍ​ໄດ້​ປະກາດ​ອອກ​ໄປ
​ຢ່າງ​ເປີດ​ເຜີຍ​ຫຼາຍໆ​ເທື່ອ​ແລ້ວ​ ວ່າພວກ​
ເຂົາ​ເຈົ້າຈະ​ສືບ​ຕໍ່ໃຫ້​ຄວາມ​ຮ່ວມ​ມື​
ກັບ​ສານ ຈົນ​ກວ່າ​ຄະດີ​ຈະ​ຖືກ​ແກ້ໄຂ
ຫຼື​ປິດ​ລົງ.”

​ໃນ​ເຫດການ​ພິກ​ປີ້​ນ​ຄັ້ງ​ໃໝ່​ບັ້ນ​ນຶ່ງ​ນັ້ນ ​ໄອ​ຍະ​ການ​ສານ​ ICC ໄດ້​ເປີດ​ເຜີຍໃນ​ອາທິດ​ນີ້
ໝາຍ​ຈັບ​ອະດີດ​ນັກ​ຂ່າວ​ຊາວ​ເຄັນ​ຢາ Walter Barasa ​ໃນ​ຂໍ້ຫາ​ວ່າ​ ​ໃຫ້​ສິນ​ບົນແກ່
​ພວກ​ເຫັນ​ເຫດການ​ໃນ​ຄະດີ​ຂອງ​ທ່ານ Ruto ນັ້ນ.

ສາ​ສະ​ດາ​ຈານ Edward Kisiang’ani ປະ​ຈໍາ​ມະຫາວິທະຍາ​ໄລ Kenyatta ​ໃນ​ປະເທດ​
ເຄັນ​ຢາ ​ເວົ້າ​ວ່າ ຂໍ້​ຫາ​ໃໝ່​ນີ້ ອາດສ້າງ​ຄວາມ​ເສຍ​ຫາຍໃຫ້​ແກ່​ການ​ຕໍ່ສູ້​ຄະດີ ​ຂອງ​ທ່ານ
Ruto ​ໄດ້. ທ່ານ Kisiang’ani ​ເວົ້າ​ວ່າ:

“ຕົວຢ່າງ​ເນາະ ຖ້າ​ຫາກ​ມີ​ການພົບເຫັນ​ວ່າທ່ານ Barasa ​ໄດ້​ເຮັດ​ຫຍັງ​ລົງ​ໄປ​ ​
ໂດຍທີ່ທ່ານຮອງ​ປະທານາທິບໍດີ ຫຼື
ພວກຄົນ​ໃກ້ຊິດ​ກັບ​ຮອງ​ປະທານາທິບໍດີ
ມີ
ສ່ວນ​ຮູ້​ສ່ວນ​ເຫັນນໍາແລ້ວ ພວກທ່ານ​ກໍພໍ​ຈະ​ຮູ້​ຕົ່ວວ່າ ອາດ​ສາມາດ​ມີ​ການ
​ເປີດຄະດີ​ໃໝ່​ ຂຶ້ນມາອີກໄດ້.​”


ຂະນະ​ນີ້ ປະ​ເທດ​ເຄັນ​ຢາ​ກໍາລັງ​ລໍຖ້າ​ເບິ່ງ​ວ່າ​ ບັນດາ​ຜູ້​ພິພາກສາ​ເຄັນ​ຢາຈະລົງມືປະຕິບັດ
ການ​ຕາມ​ຄໍາ​ສັ່ງ​ໝາຍ​ຈັບ​ ອະດີດ​ນັກຂ່າວ Barasa ນັ້ນຫລືບໍ່ ຊຶ່ງ​ການ​ຕັດສິນ​ໃຈ​ດັ່ງ
ກ່າວແມ່ນ​ຈະ​ເປັນ​ການ​ທົດ​ສອບ​ທີ່​ສໍາຄັນ​ທີ່ສຸດ​ຂອງຄວາມ​ເຕັມ​ໃຈຂອງ​ເຄັນ​ຢາ ​ທີ່ຈະ​
ສືບ​ຕໍ່​ໃຫ້ການ​ຮ່ວມ​ມື​ກັບສານ​ອາຍາ​ສາກົນ ICC ຕໍ່​ໄປ​.
XS
SM
MD
LG