ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະເທດ ເຄັນຢາ ປາບປາມ ທະນາຄານ ທີ່ໃຫ້ກູ້ ຢືມເງິນໃນທາງທີ່ຜິດ


ປະຊາຊົນອ່ານເຈ້ຍປະກາດຈາກທະນາຄານກາງແຫ່ງ ເຄັນຢາ ທີ່ຖືກຕິດໄວ້ຢູ່ປະຕູທາງເຂົ້າສາຂາຂອງ ທະນາຄານ Chase ທີ່ຖືກປິດໄວ້. 8 ເມສາ, 2016.
ປະຊາຊົນອ່ານເຈ້ຍປະກາດຈາກທະນາຄານກາງແຫ່ງ ເຄັນຢາ ທີ່ຖືກຕິດໄວ້ຢູ່ປະຕູທາງເຂົ້າສາຂາຂອງ ທະນາຄານ Chase ທີ່ຖືກປິດໄວ້. 8 ເມສາ, 2016.

ທະນາຄານກາງແຫ່ງປະເທດ ເຄັນຢາ ກຳລັງທຳການປາບປາມ ບັນດາທະນະຄານການຄ້າ ແຫ່ງຕ່າງໆທີ່ຖືກກ່າວຫາ ກ່ຽວກັບ ການໃຫ້ກູ້ຢືມເງິນໃນທາງທີ່ຜິດກົດໝາຍ. ຕຳຫຼວດໄດ້ ອອກໝາຍຈັບພວກພະນັກງານທະນະຄານ 8 ຄົນໃນວັນສຸກທີ່ຜ່ານມາຍ້ອນການກະທຳທີ່ ບໍ່ມີຈັນຍາບັນ. ນັກຂ່າວ Lenny Ruvaga ມີລາຍງານຈາກນະຄອນຫຼວງ ໄນໂຣບີ ກ່ຽວກັບ ສິ່ງທີ່ເກີດຂຶ້ນຕໍ່ໄປ, ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາ ສະເໜີທ່ານ.

ນັບຕັ້ງແຕ່ ທ່ານ Patrick Njoroge ໄດ້ເປັນຫົວໜ້າທະນາຄານກາງຂອງປະເທດເຄັນຢາ ເປັນຕົ້ນມາທ່ານໄດ້ນຳໜ້າໃນການຮ້ອງຟ້ອງກ່ຽວກັບການໃຫ້ກູ້ຢືມເງິນທີ່ບໍ່ຖືກຕ້ອງໃນ ພາກສ່ວນຂອງທະນາຄານການຄ້າ.

ໃນປີທີ່ຜ່ານມາ, ທະນາຄານກາງໄດ້ຈັດຕັ້ງ 3 ສະຖາບັນການຄ້າໃຫ້ຢູ່ພາຍໃຕ້ການເປັນ ຜູ້ ຮັບໄວ້,ເຊິ່ງໝາຍຄວາມວ່າອົງການທີ່ໄດ້ຖືກມອບໝາຍໂດຍລັດຖະບານເຂົ້າມາແທນທີ່ ໃນ ການດຳເນີນກິດຈະການຂອງທະນາຄານ.

ທະນາຄານທີ່ໄດ້ຕົກເປັນເປົ້າໝາຍຄັ້ງຫຼ້າສຸດເມື່ອສັບປະດາແລ້ວນີ້ ແມ່ນທະນາຄານ Chase ຂ່າວດັ່ງກ່າວໄດ້ເຮັດໃຫ້ມີການຮຽກຮ້ອງສຳລັບການຖອນເງິນອອກຈາກທະນາ ຄານໃນຂະນະທີ່ປະຊາຊົນໄດ້ພະຍາຍາມຖອນເງິນຂອງພວກເຂົາເຈົ້າອອກຢ່າງຄວບຄຸມ ອາລົມບໍ່ໄດ້. ປະຈຸບັນນີ້ທະນາຄານ Chase ໄດ້ຖືກປິດກິດຈະການໄວ້.

ຫົວໜ້າທະນາຄານກາງ ໄດ້ຫາວິທີທີ່ຈະໃຫ້ການຮັບປະກັນຕໍ່ປະຊາຊົນ ເຄັນຢາ ໃນຕອນ ຄ່ຳຂອງວັນອາທິດທີ່ຜ່ານມາ. ທ່ານ Njoroge ກ່າວວ່າ ທະນາຄານກາງຈະສະໜອງເງິນກູ້ ຢືມໃຫ້ແກ່ສະຖາບັນການເງິນຕ່າງໆ ເພື່ອບັນລຸຕາມພັນທະໜ້າທີ່ຂອງພວກເຂົາເຈົ້າ.

ທ່ານ Patrick Njoroge ກ່າວວ່າ “ພວກເຮົາຈະອຳນວຍຄວາມສະດວກໃຫ້ແກ່ທຸກໆ ທະນາຄານ ຫຼື ສະຖາບັນການເງິນຂະໜາດນ້ອຍໃດໆ ທີ່ລວມຢູ່ໃນຄວາມກົດດັນ ຂອງ ການຂາດ ເງິນ ທີ່ເກີດຂຶ້ນຈາກຄວາມຜິດພາດທີ່ບໍ່ແມ່ນຂອງພວກເຂົາເຈົ້າ ເອງ. ພວກ ເຮົາຈະອຳນວຍຄວາມສະດວກໃນຄັ້ງນີ້ ດົນເທົ່າທີ່ມີຄວາມຈຳເປັນ ເພື່ອນຳເອົາ ຄວາມໝັ້ນຄົງກັບຄືນມາ ແລະ ຄວາມໝັ້ນໃຈໃຫ້ແກ່ພາກສ່ວນການ ເງິນຂອງ ເຄັນຢາ.”

ທ່ານກ່າວວ່າ ການຖອນເງິນອອກຈາກທະນາຄານຕ່າງໆນັ້ນ ຈະມີການຈຳກັດຢູ່ໃນຈຳ ນວນ 1,000 ໂດລາ. ໃນກໍລະນີຂອງທະນາຄານ Chase, ຜູ້ຊ່ຽວຊານດ້ານການຄ້າກ່າວ ວ່າ ພວກ ເຂົາເຈົ້າຄາດຫວັງວ່າພວກນັກລົງທຶນຈາກພາຍນອກຈະມາຊື້ເອົາຮຸ້ນສ່ວນ ແລະ ໃຫ້ຄວາມ ຊ່ວຍເຫຼືອແກ່ ທະນາຄານນັ້ນ.

ນັກທຸລະກິດຍິງ ທ່ານນາງ Caroline Nyokabi ແມ່ນໜຶ່ງໃນຈຳນວນຜູ້ທີ່ໄດ້ໄປຝາກເງິນ ໄວ້ ຢູ່ທະນາຄານຈຳນວນ 55,000 ຄົນ.

ທ່ານນາງ Nyokabi ກ່າວວ່າ “ປະຈຸບັນນີ້ພວກເຂົາເຈົ້າບໍ່ສາມາດເຂົ້າຫາເງິນໄດ້ ຫຼື ແມ່ນກະ ທັ້ງພວກເຮົາກໍບໍ່ສາມາດຖອນເງິນອອກມາຈາກຕູ້ກົດເງິນ ATM ຂອງ ບັດ VISA ໂຕໃດໄດ້ ເລີຍ. ມັນໄດ້ສົ່ງຜົນກະທົບຕໍ່ຂ້າພະເຈົ້າຫຼາຍແທ້ໆ ເພາະ ວ່າ ແທ້ຈິງແລ້ວພວກເຮົາຫາກໍຊິໄດ້ເງິນເດືອນ ແລະ ຕອນນີ້ພວກເຮົາຕ້ອງ ໄດ້ອາໄສຄົນຜູ້ອື່ນເພື່ອຈະໃຫ້ດຳລົງຊີວິດໄປໄດ້ແຕ່ລະມື້.”

ຕຳຫຼວດໄດ້ອອກໝາຍຈັບຜູ້ບໍລິຫານທະນາຄານ Chase ສອງຄົນ ແລະ ອີກ 6 ຄົນຈາກ ທະນາຄານແຫ່ງຊາດຂອງ ເຄັນຢາ.

ທະນາຄານກາງກ່າວວ່າ ຜູ້ບໍລິຫານທະນາຄານ Chase ໄດ້ໂອນເງິນຢ່າງບໍ່ເປັນປະຈຳ ຈຳ ນວນ 200​ ລ້ານໂດລາໄປໃຫ້ຫຼາຍພາກສ່ວນໂດຍບໍ່ມີການໃຊ້ມາດຕະການຮັກສາຄວາມ ປອດໄພທີ່ຖືກຕ້ອງ ແລະ ຫຼາຍເກີນຂີດຈຳກັດທີ່ຖືກຕັ້ງໄວ້ໃນກົດລະບຽບ. ຈຳນວນເງິນເຄິ່ງ ໜຶ່ງແມ່ນໄດ້ຖືກສົ່ງໄປໃຫ້ຄົນຢູ່ພາຍໃນທະນາຄານເອງ.

ທ່ານ Aly-Khan Satchu ຈາກບໍລິສັດທີ່ປຶກສາ Rich Management ກ່າວວ່າ ທະນາ ຄານກາງເບິ່ງຄືວ່າຈະຕິດຕາມຫາທະນາຄານແຫ່ງອື່ນເພີ່ມເຕີມດ້ວຍ.

ທ່ານ Satchu ກ່າວວ່າ “ໂດຍພື້ນຖານແລ້ວມັນຈະເກີດຂຶ້ນຢູ່ພາຍໃນພວກທະນາ ຄານ ທີ່ຢູ່ໃນລະດັບຊັ້ນທີ 3 ເພາະວ່າພວກເຂົາເຈົ້າໄດ້ຕໍ່ຕ້ານການເພີ່ມເງິນທຶນ ເປັນດົນນານ ແລະ ຫຼາຍປີມາແລ້ວ. ໂດຍພື້ນຖານແລ້ວພວກເຂົາເຈົ້າແມ່ນໄດ້ ສ້າງທຸລະກິດ ການທະນາຄານຈາກເງິນທຶນທີ່ມີຈຳນວນນ້ອຍ. ທຸກໆຄົນຕອນນີ້ ໄດ້ ກາຍເປັນຈຸດເພັ່ງ ເລັງ ແລະ ພວກເຂົາເຈົ້າກໍຮູ້ສຶກບໍ່ສະດວກສະບາຍກັບຊະ ນິດ ຂອງຕົວເລກທີ່ບາງ ທະນາຄານນີ້ໄດ້ບອກພວກເຮົາວ່າມັນເປັນຕົວເລກທີ່ ແທ້ຈິງ.”

ທ່ານ Satchu ກ່າວວ່າ ຂໍ້ແກ້ໄຂບັນຫາແມ່ນການລວມກັນເປັນອັນດຽວກັນ. ປະຈຸບັນນີ້ມີ ທະ ນາຄານການຄ້າທີ່ແຕກຕ່າງກັນ 42 ແຫ່ງກຳລັງປະຕິບັດການຢູ່ໃນປະເທດ ເຄັນຢາ.

ອ່ານລາຍງານເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG