ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກູ້ໄພ ສືບຕໍ່ຊອກຄົ້ນຫາ ຜູ້ລອດຊີວິດ ຫຼັງຈາກ ຕຶກອາຄານ 7 ຊັ້ນພັງ ຢູ່ເຄັນຢາ


Kenya Building Collapse
please wait

No media source currently available

0:00 0:00:34 0:00

ພວກ​ກູ້​ໄພ​ທີ່​ນະຄອນຫຼວງ​ໄນ​ໂຣບີ ຂອງ​ເຄັນ​ຢາ ກຳລັງ​ຊອກ​ຄົ້ນຫາ​ພວກ​ທີ່​ອາດລອດ​ຊີ ວິດ​ມາ​ໄດ້ ຫລັງ​ຈາກ​ໄພ​ນ້ຳ​ຖ້ວມ​ ໄດ້​ເຮັດ​ໃຫ້​ຕຶກອາຄານ​ບ້ານ​ພັກ​ ທີ່​ສູງ 7 ຊັ້ນ ພັງ​ລົງ​ມາ ເຮັດ​ໃຫ້​ຢ່າງ​ໜ້ອຍ 7 ຄົນ​ເສຍ​ຊີວິດ ​ແລະ​ອີກ​ຈຳນວນ​ນຶ່ງ​ຍັງ​ຕົກຄ້າງ​ຢູ່​ຂ້າງ​ໃນ.

​ເຈົ້າໜ້າ​ທີ່​ກ່າວ​ໃນ​ວັນເສົາ​ມື້ນີ້ວ່າ ມີ 120 ກວ່າ​ຄົນ ​ໄດ້​ຖືກ​ຊ່ອຍ​ອອກ​ມາ ແລະ​ໄດ້ສົ່ງ​ໄປ​ໂຮງໝໍ​ເພື່ອ​ຮັບ​ການ​ປິ່ນປົວ. ສະພາກາ​ແດງ​ກ່າວ​ວ່າ ຫ້ອງພັກ​ຢູ່​ໃນຕຶກ​ແລະ​ບ້ານ​ເຮືອນ ທີ່ຢູ່​ໃກ້​ຄຽງ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ພັງ​ລົງຂອງ​ຕຶກ​ອາຄານໃນ​ຄືນ​ວັນສຸກ​ນີ້.

ຕຶກ​ອາຄານ​ຫໍ​ພັກຂະ​ໜາດ​ໃຫຍ່​ຫຼັງນີ້ ຕັ້ງຢູ່​ໃນ​ຄຸ້ມ​ຄົນ​ທຸກທີ່​ມີ​ປ​ະຊາ​ຊົນ​ອາ​ໄສ​ຢູ່ຢ່າງ​ໜາ ແໜ້ນຂອງ​ນະຄອນຫຼວງ​ໄນ​ໂຣບີ ທີ່​ເອີ້ນກັນ​ວ່າ Huruma.

ຝົນຕົກ​ໜັກ​ໄດ້​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ ​ແລະ​ດິນ​ເຈື່ອນ ​ຢູ່​ໃນ​ຫຼາຍໆ​ເຂດ​ຂອງ​ນະຄອນຫຼວງ ຊຶ່ງ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຄະນະ​ກູ້​ໄພ ທີ່​ພະຍາຍາມ​ເດີນທາງ​ໄປຍັງ​ບ່ອນ​ເກີດ​ເຫດ. ​ໃນ​ຕອນ​ເຊົ້າຂອງ​ວັນ​ສຸກ​ວານ​ນີ້ກໍ​ມີ 3 ຄົນ​ຢູ່​ໃນ​ອີກ​ເຂດ​ນຶ່ງຂອງ​ນະຄອນຫຼວງ​ໄດ້​ເສຍ​ຊີວິດ ຫຼັງຈາກ​ໄພ​ນ້ຳ​ຖ້ວມ ​ໄດ້​ເຮັດ​ໃຫ້​ກຳ​ແພງ​ພັງ​ລົງມາ.

ພວກ​ຊົນ​ຊັ້ນກາງ​ທີ່​ມີ​ຈຳນວນ​ເພີ້ມຂຶ້ນຂອງ​ເຄັນ​ຢາພາ​ໃຫ້​ມີ​ຄວາມ​ຕ້ອງການ​ຫຼາຍຂຶ້ນ​ໃນ​ດ້ານ​ເຮືອນ​ຊານ​ຢູ່​ໃນ​ນະຄອນຫຼວງ​ແຕ່​ວັດ​ຖຸທີ່​ນຳ​ມາ​ໃຊ້​ໃນ​ການກໍ່ສ້າງ​ຕຶກອາຄານ​ເຫຼົ່າ ນີ້ຍັງ​ເປັນ​ຄຳ​ຖາມ​ຢູ່ ຫລັງ​ຈາກ​ຕຶກ​ຫຼາຍໆ​ຫລັງ​ໄດ້​ພັງ​ລົງ​ໃນ​ຮອບ​ປີ​ທີ່ຜ່ານ​ມາ ແລະ​ເຮັດ ​ໃຫ້ 10 ກວ່າ​ຄົນ​ເສຍ​ຊີວິດ​ໄປ.

ປະທານາທິບໍດີ Uhuru Kenyatta ​ໄດ້​ສັ່ງ​ໃຫ້​ທຳ​ການກວດ​ສອບ​ບັນຊີ​ ໃນ​ການ​ກໍ່ສ້າງ ​ຕຶກ​ອາຫານ​ທຸກໆ​ຫຼັງ ຢູ່​ໃນ​ປະ​ເທດ​ໃນ​ປີ​ກາຍ​ນີ້ຫລັງ​ຈາກ​ຕຶກ 8 ຫຼັງ​ໄດ້​ພັງ​ລົງ​ທີ່​ເຮັດ​ໃຫ້​ຢ່າງ​ໜ້ອຍ 15 ຄົນ​ເສຍ​ຊີວິດ. ລາຍ​ງານ​ ຂອງ​ສະມາຄົມ​ສະຖາປະ​ນິກ​ເຄັນ​ຢາ ກະ​ປະ ມານ​ວ່າ ​ເຄິ່ງນຶ່ງຂອງ​ຕຶກ​ອາຫານ​ທັງ​ໝົດໃນ​ນະຄອນ​ໄນ​ໂຣບີ​ ແມ່ນ​ບໍ່​ໄດ້​ມາດຕະຖານ​ຕາມ​ທີ່​ໄດ້​ວາງ​ໄວ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG