ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລູກຊາຍເຈົ້າໜ້າທີ່ລັດຖະບານ ຮວມຢູ່ໃນພວກໂຈມຕີ ມະຫາວິທະຍາໄລ ທີ່ເຄັນຢາ


ເຈົ້າໜ້າທີ່ຕຳຫຼວດ ຍ່າງລາດຕະເວນ ຢູ່ຕໍ່ໜ້າໂບດກາໂຕລິກ ກ່ອນພິທີໃນວັນອີສເຕີ ໃນເມືອງ Garissa,ວັນທີ 5 ເມສາ 2015.
ເຈົ້າໜ້າທີ່ຕຳຫຼວດ ຍ່າງລາດຕະເວນ ຢູ່ຕໍ່ໜ້າໂບດກາໂຕລິກ ກ່ອນພິທີໃນວັນອີສເຕີ ໃນເມືອງ Garissa,ວັນທີ 5 ເມສາ 2015.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ເຄັນ​ຢາ ​ໄດ້​ລະບຸ​ຕົວມື​ປືນ​ຄົນ​ໜຶ່ງ​ ໃນ​
ບັນດາ​ພວກ​ມື​ປືນ​ຂອງ​ກຸ່ມ al-Shabab ທີ່​ໄດ້​ສັງຫານ​ໝູ່
​ປະຊາຊົນ 148 ຄົນຢູ່ມະຫາວິທະຍາ​ໄລ​ແຫ່ງ​ນຶ່ງ ​ວ່າເປັນ
​ລູກ​ຊາຍ​ຂອງ​ເຈົ້າ​ໜ້າ​ທີ່ລັດຖະບານ​ ເຄັນ​ຢາ​ທ່ານ​ໜຶ່ງ.

​ໂຄສົກ​ກະຊວງ​ພາຍ​ໃນ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທ້າວ
Abdirahim Abdullahi ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ພວກ​ໂຈມ
​ຕີ​ສະຫລະ​ຊີບ​ທີ່​ເສຍ​ຊີວິດ​ໄປ​ໃນ​ລະຫວ່າງ​ການ​ສັງຫານ​
ໝູ່​ປະຊາຊົນ​ ທີ່​ມະຫາວິທຍາ​ໄລ Garissa ນັ້ນ. ​ໂຄສົກ
​ກ່າວ​ຕື່ມ​ວ່າ ​ເຈົ້າ​ໜ້າ​ທີ່​ລັດຖະບານຜູ້​ເປັນ​ພໍ່ ​ໄດ້​ລາຍ​ງານ​
ກ່ອນ​ໜ້າ​ນັ້ນ​ ​ວ່າ ລູກ​ຊາຍ​ຂອງ​ທ່ານ​ໄດ້​ຫາຍ​ສາບ​ສູນ​ໄປ​.

ຂະນະ​ດຽວ​ກັນ ຊາວ​ເຄັນ​ຢາ​ພາກັນ​ອຸທິດພິທີ​ສະຫຼອງຕ່າງໆໃນວັນ​ອິສ​ເຕີນີ້ ແກ່​ພວກ​ເຄາະຮ້າຍ ​147 ຄົນໃນ​ການ​ສັງຫານ​ໝູ່​ ​ເມື່ອວັນ​ພະຫັດຜ່ານ​ມາ​ ໂດຍ​ພວກ​ຫົວ​ຮຸນ​ແຮງ
al-Shabab ​ນັ້ນ. ການ​ທຳ​ພິທີ​ຕ່າງໆ​ໄດ້​ມີ​ຂຶ້ນ​ໃນ​ທົ່ວ​ເຄັນ​ຢາ​ໃນ​ວັນ​ອາທິດ​ມື້​ນີ້ ​ທ່າມກາງ
ການ​ຮັກ​ສາ​ຄວາມ​ປອດ​ໄພຢ່າງ​ເຂັ້ມງວດ.

​ໃນ​ຂະນະ​ດຽວ​ກັນ ຫົວໜ້າ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ກ່າວ​ປ້ອງ​ກັນ​ໃນການ​ຕອບ​ໂຕ້​ໂດຍ​ພວກ​ກຳລັງ​ພິ​ເສດ​ຕໍ່​ການ​ໂຈມ​ຕີ​ນັ້ນ.

ອົງການ​ຂ່າວ​ຝຣັ່ງ ລາຍ​ງານວ່າ ພວກ​ກຳລັງ​ພິ​ເສດ​ໃຊ້​ເວລາ​ຢ່າງ​ໜ້ອຍ 7 ຊົ່ວ​ໂມງ​ ກ່່ວາຈະ
ໄປ​ຮອດສະຖານ​ທີ່​ເກີດ​ເຫດ​ ຫຼັງ​ຈາກ​ບິນໄປ​ຈາກ​ນະຄອນຫຼວງ​ໄນ​ໂຣບີ ຫຼາຍ​ຊົ່ວ​ໂມງ​ຫຼັງ
ຈາກ​ພວກ​ກຳລັງຮັກສາ​ຄວາມ​ປອດ​ໄພຈຸ​ອື່ນໆ​ໄດ້​ສູ້​ລົບ​ກັບ​ພວກ​ຫົວ​ຮຸນ​ແຮງ​ນັ້ນ​ຢູ່​ແລ້ວ.
ມີ​ລາຍ​ງານ​ວ່າ ພວກ​ນັກ​ຂ່າວ​ບາງ​ຄົນ ທີ່​ໄດ້​ຂັບ​ລົດລະຍະ​ທາງ​ໄກ 365 ຫຼັກ​ກິ​ໂລ​ແມັດ​ ຈາກໄນ​ໂຣບີ​ນັ້ນ ​ໄດ້​ເດີນທາງໄປ​ຮອດ​ບ່ອນ​ເກີດ​ເຫດ ກ່ອນ​ພວກ​ກຳລັງ​ພິ​ເສດ​. ໃນ​ວັນ​
ອາທິດ​ມື້​ນີ້ ​ໜັງສືພິມ​ຫຼາຍ​ສະ​ບັບ​ໃນ​ເຄັນ​ຢາ​ໄດ້​ຕຳ​ໜິຕິຕຽນ​ຢ່າງ​ແຂງ​ແຮງ ​ຕໍ່​ການ​ຕອບ​ໂຕ້
ຂອງ​ຝ່າຍລັດຖະບານ.

​ໃນ​ວັນ​ເສົາ​ວານ​ນີ້ ປະທານາທິບໍດີ Uhuru Kenyatta ຮຽກຮ້ອງໃຫ້​ມີຄວາມ​ສາມັກຄີ​ກັນ ຫຼັງ​ຈາກ​ການ​ສັງຫານ​ໝູ່​ໂດຍ​ກຸ່ມ al-Shabab ທີ່​ແນ​ເປົ້າ​ໝາຍ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ​
ໃສ່ຊາວ​ຄຣິສຕຽນ ​ເປັນສ່ວນ​ໃຫຍ່ນັ້ນ.

ພົນລະ​ເມືອງ​ເຄັນ​ຢາ​ປະມານ 83 ​ເປີ​ເຊັນ​ເຊື່ອ​ຖື​ສາສະໜາ​ຄຣິສ.

​ໃນ​ການ​ກ່າວ​ປາ​ໄສ​ ທາງ​ໂທລະພາບ ປະທານາທິບໍດີ ​ໄດ້ປະກາດ​ໄວ້ອາ​ໄລ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 3 ມື້ ​ໂດຍ​ຮຽກຮ້ອງ​ໃຫ້​ຊາວ​ເຄັນ​ຢາ ​ພາກັນ​ປົກ​ປ້ອງ​ຄຸ້ມ​ຄອງ “ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ ​ເອົາ​ໄວ້.”

Kenya Attack
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG