ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສະແດງ Kenny Baker ເຖິງແກ່ ມໍລະນະກຳ ຮວມອາຍຸ ໄດ້ 81 ປີ


ນັກສະແດງ ຮູບເງົາ Star Wars ຊາວ ອັງກິດ ຕັ້ງທ່າໃຫ້ມືກ້ອງ
ຖ່າຍຮູບ ໃນຂະນະທີ່ລາວເດີນທາງຮອດງານສາຍຮູບເງົາ Star Wars: The Force Awakens ຮອບປະຖົມມະເລີກ
ໃນ ຢູໂຣບ ທີ່ນະຄອນຫຼວງ ລອນດອນ, ອັງກິດ. 16 ສິງຫາ, 2015.
ນັກສະແດງ ຮູບເງົາ Star Wars ຊາວ ອັງກິດ ຕັ້ງທ່າໃຫ້ມືກ້ອງ ຖ່າຍຮູບ ໃນຂະນະທີ່ລາວເດີນທາງຮອດງານສາຍຮູບເງົາ Star Wars: The Force Awakens ຮອບປະຖົມມະເລີກ ໃນ ຢູໂຣບ ທີ່ນະຄອນຫຼວງ ລອນດອນ, ອັງກິດ. 16 ສິງຫາ, 2015.

ທ່ານ Kenny Baker ເປັນນັກສະແດງໂຕເຕ້ຍ ຜູ້ທີ່ມີຊື່ສຽງໄປທົ່ວໂລກວ່າ ເປັນຫຸ່ນຍົນ R2-D2, ທີ່ມີຮູບຮ່າງກະປ໋ອງໃນຮູບເງົາຫຼາຍຕອນໃນ Star Wars ຫຼືສົງຄາມດວງດາວ ໄດ້ເຖິງແກ່ມໍລະນະກຳແລ້ວ ພຽງສອງອາທິດ ກ່ອນຈະຄົບຮອບວັນເກີດ 82 ປີ.

ຫຼານສາວຂອງທ່ານ Baker, ນາງ Abigail Shield ໄດ້ຢືນຢັນເຖິງການມໍລະນະກຳ ໃນ ວັນເສົາວານນີ້. ນາງໄດ້ກ່າວວ່າ ທ່ານ Baker ໄດ້ລົ້ມປ່ວຍຍ້ອນບັນຫາໃນປອດເປັນເວ ລາດົນນານ. ນາງໄດ້ກ່າວເນັ້ນຕໍ່ໜັງສືພິມ The Guardian ວ່າ ບົດບາດທີ່ບໍ່ໄດ້ອອກສຽງ ເວົ້າຫຍັງໃນຮູບເງົາຫຼາຍຕອນ Star Wars ທີ່ໄດ້ຮັບຄວາມສຳເລັດຢ່າງຍິ່ງໃຫຍ່ນັ້ນ “ໄດ້ນຳເອົາຄວາມສຸກຊຳລານຢ່າງຫຼວງຫຼາຍມາໃຫ້ປະຊາຊົນ.”

ຮູບຮ່າງທີ່ເຕ້ຍຂອງທ່ານ Baker ພຽງ 106 ຊັງຕີແມັດ ເຮັດໃຫ້ລາວມີຄວາມເໝາະສົມ ສຳລັບນັກສະແດງທີ່ມີຄວາມສູງກວ່າບໍ່ສາມາດສະແດງໄດ້.

ລາວໄດ້ປະຕົວໃນການສະແດງຮູບເງົາ ນິຍາຍວິທະຍາສາດ ແລະ ຮູບເງົາທີ່ມີແນວຄິດ ເພີ້ຝັນຫຼາຍເລື່ອງໄວ້, ພ້ອມກັບຮູບເງົາທີ່ໄດ້ຖືກຮັບຊົມຢ່າງຫຼາຍຊື່ວ່າ Amadeus ແລະ The Elephant man. ລາວໄດ້ກໍ່ຕົວເປັນຄົນທີ່ສຳຄັນໃນການສະແດງຂອງລາວໃນຊຸມປີ 1980.

ທ່ານ Baker ເກີດໃນເມືອງ Birmingham ປະເທດອັງກິດ ໄດ້ກ່າວໃນຊີວະປະຫວັດ ຂອງລາວທາງ ອອນໄລນ໌ ວ່າ ລາວບໍ່ໄດ້ຄາດວ່າຈະມີຊີວິດຢູ່ດົນຍ້ອນຄວາມພິການຂອງ ລາວ. ລາວໄດ້ຍົກຍ້ອງກຸ່ມການກຸສົນໃນທ້ອງຖິ່ນ ສຳລັບການຊ່ວຍໃຫ້ລາວຮຽນຮູ້ທີ່ຈະ ຮັບມືກັບຄວາມຈຳກັດຂອງລາວໃນເວລາທີ່ລາວຍັງມີອາຍຸນ້ອຍຢູ່.

ອາຊີບຂອງທ່ານ Baker ໄດ້ເລີ່ມຂຶ້ນເວລາອາຍຸໄດ້ 16 ປີ ເມື່ອລາວໄດ້ເຂົ້າຮ່ວມກອງສິ ລະປະທີ່ເອີ້ນວ່າ “Burton Lester’s Midgets.” ການ ສະແດງຂອງລາວລວມມີ ຂີ່ ສະເກັດສີ່ລໍ້, ຕີກອງ, ແລະ ຫຼິ້ນກົນ ແລະ ສະແດງຕະຫຼົກ.

ແທ້ຈິງແລ້ວ, ຫຼາຍທົດສະວັດຕໍ່ມາ, ທ່ານ Baker ໄດ້ກ່າວວ່າ ລາວມັກ “ເປັນນັກສະແດງ ຮູບເງົາ ຫຼາຍກວ່າ ນັກສະແດງລະຄອນ.” ໃນຮູບເງົາ Star Wars, ລາວໄດ້ຖືກຫຸ້ມດ້ວຍ ຊຸດຫຸ່ນຍົນກະປ໋ອງ ທີ່ພຽງແຕ່ສົ່ງສຽງໝາກຫວີດ ແລະ ຮ້ອງສຽງແຫຼມໆອອກມາ, ທ່ານ Baker ໄດ້ກ່າວຕໍ່ໜັງສືພິມ AP ວ່າວຽກຂອງລາວສິ່ງສຳຄັນທີ່ສຸດແມ່ນການເຄື່ອນຍ້າຍ. ລາວໄດ້ກ່າວວ່າ “ຂ້າພະເຈົ້າໄດ້ໃຊ້ຄວາມໄດ້ປຽບຂອງຂ້າພະເຈົ້າ.”

ແຕ່, ເໜືອຄວາມຄາດຫວັງ, ຫຸ່ນຍົນທີ່ເວົ້າບໍ່ໄດ້ ໄດ້ກາຍເປັນຕົວລະຄອນທີ່ໄດ້ຮັບການ ຍອມຮັບຫຼາຍທີ່ສຸດຂອງຮູບເງົາຫຼາຍຕອນດັ່ງກ່າວ.

ທ່ານ Baker ໄດ້ສືບຕໍ່ສະແດງເປັນຫຸ່ນຍົນ R2-D2 ໃນຮູບເງົາ Star Wars 6 ຕອນ ແລະ ໄດ້ຖືກຍົກຍ້ອງໃນໜ້າຈໍຂອງຮູບເງົາຕອນຫຼ້າສຸດ, ເຊິ່ງສາຍໃນປີ 2015 ທີ່ຜ່ານມາ. ໃນເວລານັ້ນ, ສຸຸຂະພາບຂອງລາວໄດ້ເລີ່ມຈະຊຸດໂຊມລົງ. ລາວໄດ້ໄປຮ່ວມງງານສາຍ ຮູບເງົາ Star Wars ຕອນ The Force Awaken ຮອບປະຖົມມະເລີກດ້ວຍລໍ້ຄົນເຈັບ ໃນນະຄອນຫຼວງ ລອນດອນ, ປະເທດອັງກິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG