ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການປະທ້ວງຕໍ່ຕ້ານອິນເດຍ ທີ່ແຄວ້ນແຄສເມຍ


ເຫດປະທະກັນບັ້ນ​ໃໝ່ຫລາຍບັ້ນລະວ່າງກຳລັງຮັກສາ ຄວາມປອດໄພຂອງອິນເດຍ ແລະພວກປະທ້ວງ ທີ່ແກວ່ງ ກ້ອນຫິນ ຍັງຜົນໃຫ້ມີຜູ້ເສຍຊີວິດສອງຄົນ ​ໃນວັນອາທິດ​ ມື້ນີ້ ນຶ່ງມື້ຫລັງຈາກການເດີນຂະບວນປະທ້ວງທີ່ແຄວ້ນແຄສ ເມຍຂອງອິນເດຍ. ພວກປະທ້ວງຫລາຍພັນຄົນພາກັນລົງສູ່ ຖະໜົນຫົນທາງໃນໝູ່ບ້ານຕ່າງໆ ທົ່ວແຄວ້ນແຄສເມຍ ຂອງອິນເດຍ ເມື່ອວັນເສົາວານນີ້ ​ໂດຍ​ຝ່າຝືນ​ຕໍ່ກົດຫ້າມ ຄົນອອກນອກບ້ານຍາມກາງຄືນ ຫລືເຄີຟິວ ທີ່ເຂັ້ມງວດ ທີ່ມີ​ການຈັດ​ຕັ້ງປະຕິບັດ​ເພື່ອໃຫ້ສະຖານະການໃນຂົງເຂດ ສະງົບລົງ ຫລັງຈາກ​ເກີດການປະທະກັນ​ຢ່າງຮຸນແຮງ ມາເປັນເວລາຫລາຍເດືອນນັ້ນ.

ພວກຕຳຫລວດໄດ້ໃຊ້ລະເບີດນໍ້າຕາ ແລະໄມ້ຄ້ອນ ຂັບໄລ່ພວກປະທ້ວງ​ໃຫ້​ສະຫລາຍ​ໂຕ ແຕ່ຕໍ່​ມາ​ໄດ້ເປີດສາກຍິງປືນ​ ເວລາພວກປະທ້ວງແກວ່ງກ້ອນຫິນໃສ່. ພວກເຈົ້າໜ້າທີ່ອິນ ເດຍກ່າວວ່າ ຊາຍຄົນນຶ່ງຖືກຂ້າຕາຍໃນເມືອງ Anantnag ທາງ​ທິດໃຕ້ຂອງເມືອງໃຫຍ່ Srinagar. ຜູ້ຊາຍອີກຄົນນຶ່ງເສຍຊີວິດໃນເມືອງນາຣ໌ບາລ ທາງ​ພາກເໜືອຂອງ​ແຄວ້ນ.

ມີຜູ້ເສຍຊີວິດທັງໝົດ 6 ຄົນໃນການປະທ້ວງສອງມື້ ເພື່ອຕໍ່ຕ້ານກົດຂອງກຸງນີວເດລລີ ຊຶ່ງ 4 ຄົນ​ໄດ້​ຖືກ​ກຳລັງ​ຂອງ​ຝ່າຍ​ລັດຖະບານ​ຍິງ​ຕາຍ ໃນລະຫວ່າງການປະທ້ວງເມື່ອວັນສຸກ ຜ່ານມານັ້ນ. ມີຄົນເສຍຊີວິດທັງໝົດຫລາຍກວ່າ 50 ຄົນໃນການປະທ້ວງຕໍ່ຕ້ານອິນເດຍ ໃນສອງເດືອນ ຜ່ານມາ.

XS
SM
MD
LG