ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ.ອັຟການີສຖານ ຈະບໍ່ເຊັນ ຂໍ້ຕົກລົງ ຄວາມ​ໝັ້ນຄົງ ​ກັບ ​ສຫລ ເທື່ອ


ປະທານາທິບໍດີອັຟການີສຖານ ທ່ານ Hamid Karzai
ປະທານາທິບໍດີອັຟການີສຖານ ທ່ານ Hamid Karzai
ປະທານາທິບໍດີອັຟການີສຖານ ທ່ານ Hamid Karzai ກ່າວວ່າ
ທ່ານຈະລໍຖ້າ ຈົນກວ່າການເລືອກຕັ້ງປະທານາທິບໍດີ​ຢູ່​ໃນ
​ປະ​ເທດ​ຂອງ​ທ່ານໃນເດືອນ​ເມສາປີ​ໜ້າ​ນີ້ ກ່ອນທີ່ຈະເຊັນ
ຂໍ້ຕົກລົງດ້ານ​ຄວາມ​ໝັ້ນຄົງ​ກັບ​ສະຫະລັດ.

ໃນການໃຫ້ສໍາພາດກັບວິທະຍຸ Radio Free Europe ​
ແລະ Radio Liberty ທີ່​ໄດ້​ຮັບ​ເງິນ ສະໜັບສະໜູນຈາກ
ລັດຖະບານສະຫະລັດນັ້ນ ທ່ານ Karzai ໄດ້ກ່າວວ່າ ຂໍ້ຕົກລົງ
ດັ່ງກ່າວນີ້ ແມ່ນນອນ​ຢູ່​ໃນຜົນປະໂຫຍດທີ່​ດີ​ທີ່​ສຸດ​ສຳລັບ​
ປະ​ເທດ​ຂອງ​ທ່ານ ແຕ່ທ່ານກໍກ່າວວ່າ ກ່ອນ​ອື່ນໝົດ
ສະຫະລັດຕ້ອງຍຸຕິການໂຈມຕີຕໍ່ບ້ານເຮືອນຂອງຊາວອັຟການີສຖານ ແລະ​ໃຫ້​ຊ່ອຍ​
ກະຕຸກຊຸກຍູ້ຂັ້ນຕອນການເຈລະຈາ​ສັນຕິພາບ ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ໃຫ້​ເລີ້ມ
ຄືນ​ອີກ​ ກ່ອນທ່ານຈະຍອມເຊັນຂໍ້ຕົກລົງສະບັບ​ນີ້.

ນອກ​ນັ້ນ ທ່ານຍັງກ່າວ​ຢໍ້າອີກວ່າ ສະຫະລັດຈະບໍ່ຕ້ອງເຂົ້າມາກ້າວກ່າຍ​ໃນການເລືອກ
ຕັ້ງຂອງ ອັຟການີສຖານ ຊຶ່ງ​ຈະ​ມີ​ຂຶ້ນໃນເດືອນ​ເມສາ​ຈະມາເຖິງ​ນີ້.

ສະພາຜູ້ນຳ​ຊົນເຜົ່າ​ຫຼື Loya Jirga ໄດ້ຮຽກຮ້ອງ​ໃຫ້ທ່ານ Karzai ​ລົງ​ນາມໃນ​ຂໍ້​ຕົກລົງ
ສະບັບ ນີ້ ໃນ​ທັນທີ ​ຊຶ່ງຈະຮຽກຮ້ອງໃຫ້ກອງກໍາລັງທະຫານສະຫະລັດ ຢູ່ໃນອັຟການີສຖານ
ຕໍ່ໄປ ຫຼັງ​ຈາກປີ 2014 ເພື່ອຊ່ອຍລັດຖະບາ ນໃນການຕໍ່ຕ້ານກັບກຸ່ມກະບົດຕາລີ​ບັນ.

ໃນການໃຫ້ສໍາພາດ ກັບທາງໂທລະພາບ TOLO ຂອງ​ອັຟກາ​ນິສຖານ​ນັ້ນທີ່​ປຶກສາດ້ານ
ຄວາມໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດທ່ານ​ນາງ Susan Rice ​ໄດ້​ກ່າວວ່າ ທ່ານນາງ
ຮູ້ສຶກ​ຜິດ​ຫັວງຫຼັງຈາກໄດ້ພົບປະກັນກັບທ່ານ Karzai ໃນວັນຈັນແລ້ວນີ້ ຊຶ່ງທ່ານບໍ່​ໄດ້​
ກະກຽມ​ທີ່​ຈະລົງ​ນາມໃນ​ຂໍ້​ຕົກລົງສະບັບ​ນີ້ ໃນ​ທັນທີນັ້ນ.

ທ່ານ​ນາງ Rice ໄດ້ກ່າວວ່າ ທ່ານ Karzai ຕ້ອງລົງ​ນາມໃນ​ຂໍ້​ຕົກລົງ ພາຍໃນທ້າຍປີນີ້
ຫຼືວ່າ ສະຫະລັດ​ແມ່ນ​ບໍ່​ມີ​ທາງ​ເລືອກ ທີ່ຈະຖອນ​ກອງ​ກໍາລັງ​ທັງ​ໝົດ​ຂອງຕົນ ອອກ​ຈາກ​
ປະ​ເທດ​ອັຟກາ​ນິສຖານຫຼັງ​ຈາກ ປີ 2014.
XS
SM
MD
LG