ລິ້ງ ສຳຫລັບເຂົ້າຫາ

ອົບພະຍົບ ກະຫລ່ຽງ ມຽນມາ ຫຼາຍພັນຄົນ ຄອຍຖ້າ ກັບຄືນ ປະເທດ (ວີດີິໂອ ພາສາລາວ/ອັງກິດ)


ເປັນ​ເວລາດົນນານມາແລ້ວ ທີ່​ເຂດພາກເໜືອຂອງປະເທດ
ໄທ ໄດ້​ເປັນ​ບ່ອນຢູ່​ອາ​ໄສ ຂອງຊາວອົບພະຍົບມຽນມາຫຼາຍ
ພັນຄົນທີ່ໄດ້ຫລົບໜີ ການຕໍ່ສູ້ລະຫວ່າງຊົນເຜົ່າ ແລະລັດຖະ
ບານທະຫານໃນປະເທດ ​ໄປ​ສູ່​ສູນ​ພັກ​ເຊົາ​ຊົ່ວຄາວ.ຫຼັງຈາກ
ມຽນມາ ໄດ້ເປີດກວ້າງທາງການເມືອງ ຊາວອົບພະຍົບເຫລົ່າ
​ນີ້ ໄດ້ພາກັນກັບຄືນ​ເມືອບ້ານ ​ໃນ​ຈຳນວນຫຼາຍຂຶ້ນ ແຕ່​ຫຼາຍໆ
​ຄົນ ເຊັ່ນຊົນເຜົ່າກະຫລ່ຽງຫຼາຍໆກຸ່ມ ກ່າວວ່າ ທາງບ້ານຍັງບໍ່
ທັນມີຄວາມປອດໄພເທື່ອ. ຜູ້ສື່ຂ່າວວີໂອເອ Steve Sanford
ມີລາຍງານຈາກແມ່ສອດ ປະເທດໄທ ຊຶ່ງໄຊຈະເຣີນສຸກ ຈະ
ນຳມາສະເໜີທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ຢູ່​ເລາະຊາຍແດນ ໄທ-ມຽນມານັ້ນ ຍັງມີຊາວອົບພະຍົບຈຳນວນ 120,000 ຄົນອາ
​ໄສຢູ່ຕາມ 9 ສູນ ລວມທັງ​ແຫ່ງ​ນຶ່ງຢູ່ທີ່​ແມ່ຫລ້າ ຊຶ່ງ​ເປັນ​ສູນອົບ​ພະຍົບທີ່ໃຫຍ່ສຸດ ຕັ້ງ
​ຂຶ້ນ​ເມື່ອ 30 ປີມາແລ້ວ.

ຜູ້ອາໄສຢູ່ສະຖານທີ່ດັ່ງກ່າວ ສ່ວນຫຼາຍແມ່ນມາຈາກ ລັດກະຫລ່ຽງ ທີ່ໃກ້ຄຽງ ທາງ​
ຟາກ​ຊາຍ​ແດນ​ມຽນມາ. ເຂົາເຈົ້າໄດ້ຫລົບໜີຈາກການຕໍ່ສູ້ກັນ ແລະ ການລະເມີດ
ສິດທິມະນຸດ ​ໃນ​ບັນຫາຂັດແຍ້ງທີ່ມີມາໄດ້ ດົນກວ່າ 6 ທົດສະວັດແລ້ວ.

ສຳລັບຫຼາຍໆຄົນ ຄືກັນກັບ ທ້າວ Moe So Fah ໄວ 19 ປີ ທີ່​ໄດ້​ອາ​ໄສ ຢູ່​ໃນພາກ
ເໜືອປະເທດໄທມາຕະຫຼອດຊີວິດ​ຂອງ​ລາວນັ້ນ ​ການ ​ທຳ​ມາ​ຫາ​ລ້ຽງ​ຊີ​ບ ​ໂດຍ​ການ​
ອອກ​ໄປເຮັດວຽກ ທີ່ຜິດກົດໝາຍຢູ່ນອກ ສູນອົບ​ພະຍົບ​ເພື່ອ​ຄວາມ​ຢູ່​ລອດນັ້ນ ແມ່ນເປັນກິດຈະກຳທີ່ມີຄວາມສ່ຽງ ສູງ.

ທ້າວ Moe So Fah ເວົ້າວ່າ “ຜ່ານມາ ພວກເຮົາມີການແບ່ງປັນ ເຂົ້າໃຫ້
ຢ່າງພຽງພໍຢູ່ ແຕ່ດຽວນີ້ ການແບ່ງປັນເຂົ້າໄດ້ຫລຸດລົງ. ຂ້ອຍຢ້ານຈະຖືກ
ຕຳຫລວດຈັບ ຄັນຂ້ອຍອອກໄປເຮັດວຽກ ຢູ່ນອກສູນ. ເຂົາເຈົ້າ ສາມາດ
ປັບໃໝພວກເຮົາ 1,000 – 2,000 ບາດ.”


ໃນຂະນະທີ່ມຽນມາເປີດກວ້າງ ມັນກໍສາມາດດຶງດູດເອົາອົບພະຍົບບາງສ່ວນ ກັບຄືນປະເທດໄດ້ ດັ່ງນັ້ນບັນດາຜູ້ໃຫ້ການຊ່ວຍເຫລືອນາໆຊາດ ເຊັ່ນອົງການ ໃຫ້ຄວາມຊ່ວຍເຫລືອໃນເຂດຊາຍແດນຫຼື Border Consortium ຈຶ່ງໄດ້ຫລຸດ
ການໃຫ້ຄວາມຊ່ວຍເຫລືອ ແກ່ພວກອົບພະຍົບ. ການຂາດແຄນທຶນຮອນ ໄດ້ນຳ
ໄປສູ່ການຕັດເຄື່ອງໃຊ້ພື້ນຖານຕ່າງໆ ເຊັ່ນເຂົ້າກິນນັ້ນ ລົງ.

ຜູ້ອຳນວຍການບໍລິຫານ ຂອງອົງການ Border Consortium ທ່ານ ນາງ Sally
Thompson ກ່າວວ່າ ການຕັດທຶນຕ່າງໆລົງນັ້ນ ບໍ່ຄວນມີໃນເວລາອັນຮ້າຍແຮງ
ເຊ່ນນີ້.

ທ່ານນາງ Sally Thompson ເວົ້າວ່າ “​ໃນກໍລະນີທີ່ ຖ້າຫາກມີການຕັດ​ການ
ບໍລິການຕ່າງໆລົງຕື່ມອີກ ໂຄງ​ສ້າງຕ່າງໆຂອງ​ສູນກໍຈະສ່ຽງຕໍ່ການຊຸດໂຊມ
ລົງຕື່ມ ​ແລ​ະພັງ​ທະລາ​ຍລົງ​ ໃນ​ຂະນະ​ທີ່​ເຮົາຕ້ອງການ​ໃຫ້ຜູ້ຄົນ​ ໃນ​ນາມ​
ປະຊາຄົມ ເຂົ້າມາຮ່ວມກັນ​ ​ເພື່ອສະ​ໜອງ​ສະຖານ​ທີ່ ສຳລັບ​ການກະ​ກຽມ
​ເພື່ອອະນາ​ຄົດ ໃຫ້​ແກ່​ເຂົາ​ເຈົ້າ.”


​ເຖິງ​ແມ່ນ​ວ່າ​ ຈະ​ ມີຄວາມ​ຫຍຸ້ງຍາກຕາມ​ຊາຍ​ແດນ ພວກທີ່ອາໄສຢູ່ໃນສູນ ມາເປັນ
ເວລາດົນນານ ຍັງ​ສືບຕໍ່ມີຄວາມ​ຮູ້ສຶກວ່າ ມີສະຖຽນ​ລະ​ພາບ ​ແລະຄວາມ​ປອດ​ໄພຢູ່
ຊຶ່ງເປັນ​ຄວາມຮູ້ສຶກ​ທີ່​ຍັງ​ບໍ່​ທັນມີ​ຂຶ້ນ​ເທື່ອ ຢູ່​ໃນດິນແດນປະເທດຂອງພວກເຂົາເຈົ້າ ​
ບ່ອນ​ທີ່​ສົງຄາມ​ອັນ​ຍາວ​ນານ​ເຖິງ 63 ປີ ​ໄດ້​ເຮັດ​ໃຫ້​ຂົງ​ເຂດດັ່ງກ່າວ​ນັ້ນ ຕົກຢູ່​ໃນ​
ສະພາບ​ທີ່ໂກລາຫົນວຸ້ນວາຍ. ອົບພະຍົບ ນາງ Ma Yel Pel ​ເວົ້າວ່າ:

“ຖ້າ​ພວກ​ເຮົາ​ຕ້ອງ​ກັບ​ຄື​ນ​ໄປ​ມຽນມາ ​ເຂົາ​ເຈົ້າຄວນ​ກະກຽມທີ່​ດິນ ສຳ​ລັບ
​ພວກເຮົາ ​ແລະ​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ ຈະ​ບໍ່ມີ​ການລະ​ເມີດ​ສິດທິ​ມະນຸດ​ອີກ ​
ພວກ​ເຮົາ​ຈຶ່ງຈະສາມາດ​ກັບ​ຄືນ​ໄປ​ມຽນມາ​ໄດ້​.”


​ໃນ​ເວລາ​ນີ້ ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ປ່ຽນແປງທາງ​ການ​ເມືອງ​ໃນ​ມຽນມາກໍຈິງ ແຕ່ອະນາ
​ຄົດ​ຂອງພວກຊົນ​ເຜົ່າຕ່າງໆ ຢູ່ໃນມຽນມາ ຍັງ​ບໍ່​ມີ​ຄວາມ​ແນ່ນອນເທື່ອ ​ໃນ​ຂະນະທີ່
​ຄົນ​ຮຸ່ນ​ໃໝ່ ພາກັນໃຫຍ່ຂຶ້ນ ຢູ່ຕາມສູນ​ຕ່າງໆ​ ​ບໍ່ໃກປານໃດຈາກ​ເຂດຊາຍ​ແດນ​ຂອງ
​ປະ​ເທດ​ເຂົາເຈົ້ານັ້ນ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG