ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວເມືອງກາຣາຈີ ສົ່ງສະການ ພວກເຄາະຮ້າຍ ໃນເຫດລະເບີດ ວານນີ້ (ສະໄລດ໌)


ພວກຜູ້ຊາຍພາກັນຫາມ ເອົາຄົນທີ່ໄດ້ຮັບບາດເຈັບ ອອກຈາກ ບ່ອນເກີດເຫດວາງລະເບີດ ທີ່ນະຄອນກາຣາຈີ, ປາກິສຖານ, ວັນທີ 3 ມີນາ 2013..
ພວກຜູ້ຊາຍພາກັນຫາມ ເອົາຄົນທີ່ໄດ້ຮັບບາດເຈັບ ອອກຈາກ ບ່ອນເກີດເຫດວາງລະເບີດ ທີ່ນະຄອນກາຣາຈີ, ປາກິສຖານ, ວັນທີ 3 ມີນາ 2013..
ໂຮງການ ຮ້ານ​ຄ້າ​ຮ້ານ​ຂາຍ ​ໃນນະຄອນ Karachi ​ເມືອງ​ໃຫຍ່
​ສຸດ​ຂອງປາ​ກິ​ສຖານ ​ໄດ້​ຖືກ​ປິດ​ລົງ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ໄວ້​ອາ​ໄລ
​ແກ່ 45 ຄົນ​ທີ່​ໄດ້ເສຍ​ຊີວິດ​ໄປ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລ​ະ​ເບີດ​ລົດ
ຢູ່​ນອກ​ວັດ​ມຸສລິ​ມ​ແຫ່ງ​ນຶ່ງ​ໃນວັນ​ອາທິດ ​ທີ່​ໄດ້​ເຮັ​ດ​ໃຫ້​ມີ​ຜູ້​ໄດ້​ຮັບ
​ບາດ​ເຈັບອີກ ປະມານ 150 ຄົນ.

​ຕໍາຫລວດ​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂື້ນ​ໃນ​ມື້ວານ​ນີ້ ​ໃນ​ຂະນະ​ທີ່
ບັນດາ ​ຜູ້​ໄປສູດ​ມົນ​ຍາມ​ແລງ ກໍາລັງ​ພາກັນອອກ​ຈາກວັດ​ໄປ ຢູ່
ໃນ​ຄຸ້​ມນຶ່ງທີ່​ມີຊາວມຸສລິ​ມ Shi’’ite ຊົນກຸ່ມ​ນ້ອຍ ອາ​ໄສ​ຢູ່​ເປັນ​
ສ່ວນ​ໃຫຍ່​. ຕຶກ​ອາຄານຫລາຍ​ຫລັງ​ໄດ້​ຖືກ​ໄຟ​ໄໜ້ ຜູ້​ຄົນ​ຖືກ​ທັບ
​ຄາ​ຢູ່​ໃຕ້​ຊາກ​ຫັກ​ພັງຂອງ​ຕຶກ. ມີ​ຜູ້ຍິງແລະ​ເດັກນ້ອຍຫລາຍ​ຄົນ ​
ຮ່ວມ​ຢູ່​ໃນ​ບັນດາ​ຜູ້​ໄດ້​ຮັບ​ບາດ​ເຈັບ.

​ເຈົ້າ​ໜ້າ​ທີ່ພົນລະ​ເຮືອນ​ເຄິ່ງທະຫານ​ ທ່ານ Pervez Ahmad
ກ່າວ​ວ່າ​ ​ເຄມີ​ທີ່​ໃຊ້ຢູ່​ໃນ​ລ​ະ​ເບີດເຮັດ​ໃຫ້​ເກີດ​ໄຟ​ໄໝ້ ​ທີ່​ໄດ້​ລາ​ມ
​ໄປ​ໄໝ້ຕຶກ​ຫລາຍ​ຫລັງ.

ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ແຕ່ວ່າພວກ​ຫົວ​ຕໍ່ສູ້​ຊາວ​ມຸສ
ລິ​ມ ນິກາຍ Sunni ທີ່​ພົວພັນ​ກັບ​ເຄືອ​ຂ່າຍ al-Qaida ​ແລະ Taliban ມັກ​ຈະ​ແນ່​ໃສ່ເປົ້າ​ໝາຍການ​ໂຈມ​ຕີ​ໃສ່ຊາວ Shi’ite ​ໃນ​ທົ່ວ​ປາ​ກິ​ສຖານ ໂດຍ​ສະ​ເພາະ​ຢູ່ນະຄອນ Karachi.

​ອິງ​ຕາມ ຄະນະ​ກໍາ​ມາ​ທິ​ການ​ສິດທິມະນຸດຂອງ​ປາ​ກິ​ສຖານ ທີ່​ເປັນ​ເອກ​ກະລາດນັ້ນ ແມ່ນວ່າ
ມີຢ່າງ​ໜ້ອຍ 2,284 ຄົນ​ໄດ້​ເສຍ​ຊີວິດ​ໄປ​ໃນ​ເຫດການ​ກໍ່ຄວາມ​ຮຸນ​ແຮງ​ລະຫວ່າງ​ຊົນເຜົ່າ
ສາສະໜາ ​ແລະການ​ເມືອງ ​ໃນ​ປີ​ແລ້ວ​ນີ້ ​ຢູ່​ໃນ Karachi ນັ້ນ.

XS
SM
MD
LG