ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສອງຄົນ ເສຍຊີວິດ ໃນເຫດລະເບີດແຕກ ຢູ່ ປາກິສຖານ


Supporters of President-elect Donald Trump cheer during as they watch election returns during an election night rally, Nov. 9, 2016, in New York.
Supporters of President-elect Donald Trump cheer during as they watch election returns during an election night rally, Nov. 9, 2016, in New York.

ຕຳຫລວດ​ປາ​ກິ​ສຖານ ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ແຕກ​ຂຶ້ນ ​ເຮັດໃຫ້
​ມີ​ຜູ້​ເສຍ​ຊີວິດ 2 ຄົນ ​ແລະ ອີກຢ່າງ​ນ້ອຍ 13 ຄົນ​ໄດ້​ຮັບບາດ​ເຈັບ
​ໃນ ​ເມືອ​ງ Karachi.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ເຫດລະ​ເບີດ ​ໃນຕອນ​ເ​ຊົ້າ​ວັນ​ສຸກມື້​ນີ້
​ແມ່ນ​ເກີດ​ຂຶ້ນຍ້ອນມີການຫ້າງ​ລະ​ເບີດ​ ​ໃສ່​ລົດຈັກ​ຄັນ​ນຶ່ງ.
ຕຳຫລວດ​ກ່າວ​ວ່າ ລະ​ເບີດ​ດັ່ງກ່າວ ​ໄດ້​ແຕກ​ຂຶ້ນ​ໃນ​ເວລາລົດ​ເມ​
ຂອງ​ຕຳຫລວດ ​ແລ່ນ​ຜ່ານ​ລົດຈັກ​ຄັນ​ດັ່ງກ່າວໄປ.​ ຜູ້ໄດ້​ຮັບເຄາະ
​ຮ້າຍ ສ່ວນ​ໃຫຍ່​ແມ່ນ​ເຈົ້າໜ້າ​ທີ່​ຕຳຫລວດ.

​ເຈົ້າໜ້າ​ທີ່​ຕຳຫລວດ Raza Mohammad ​ເວົ້າວ່າ “ບັນດາ​ເຈົ້າໜ້າ​ທີ່​ຕຳຫລວດ ​ແມ່ນ​ກຳລັງ​ມາ​ຈາກ ​ເມືອງ Razzaqabad ​ເພື່ອ​ເລີ້ມເຂົ້າ ປະຈຳ​ໜ້າທີ່ ຢູ່ບ້ານ​ພັກ Bilawal. ​ໃນ​ເວ​ລາ​ພວກ​ເຂົາ​ມາ​ຮອດ​ຈຸດ​ນີ້ ທີ່​ມີ​ລົດຈັກ​ຄັນ​ນຶ່ງ​ຈອດ​ຢູ່ນັ້ນ ​ແລະ ​ໃນ​ທັນທີ​ທັນ​ໃດ ລະ​ເບີດ​ກໍແຕກ​ຂຶ້ນ. ​ເຈົ້າໜ້າ​ທີ່ຕຳຫລວດ​ ສອງ​ຄົນເສຍ​ຊີວິດ ປະມານ 13 ຫາ 14 ຄົນ​ໄດ້​ຮັບ​ບາດ​ເຈັບ.”

ພວກ​ທາ​ລີ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີ​ດັ່ງກ່າວ.

ນາຍົກລັດຖະມົນຕີ Nawaz Sharif ກ່າວໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ “ການ​ກະທຳ​
ທີ່​ຂີ້​ຂາດ​ຕາຂາວນັ້ນ”
ຈະ​ບໍ່​ເຮັດ​ໃຫ້​ຄວາມ​ມຸ້ງ​ໝັ້ນ ຂອງລັດຖະບານ​ພວກ​ເຮົາ ທີ່​ຈະ​ລົບ
​ລ້າງການ​ກໍ່​ການ​ຮ້າຍນັ້ນ ​ ອ່ອນ​ແອ​ລົງ​ເລີຍ.

Pakistan Blast
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG