ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສັງຫານ ນັກວິສະວະກອນ ອິນເດຍ ຢູ່ ສຫລ ກໍ່ໃຫ້ເກີດ ຄວາມເປັນຫ່ວງ


ທ່ານ Srinivas Kuchibhotla ນັກວິສະວະກອນ ທີ່ຖືກສັງຫານ.
ທ່ານ Srinivas Kuchibhotla ນັກວິສະວະກອນ ທີ່ຖືກສັງຫານ.

ບັນດາ​ເຈົ້າ​ໜ້າ​ທີ່​ອິນ​ເດຍ ​ໄດ້​ສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ​ຕໍ່​ການ​ສັງຫານນັກ​ສິວະ​ກອນ
​ອິນ​ເດຍ​ໃນ​ເຫດ​ຍິງ​ກັນຕາຍຢູ່​ບາໃນ​ສະຫະລັດ ຊຶ່ງ​ກຳລັງ​ທຳ​ການ​ສືບສວນ​ ໂດຍ​ພວກ​
ເຈົ້າ​ໜ້າ​ທີ່ ຊຶ່ງ​ອາດ​ເປັນ​ການ​ກະທຳ​ຜິດ​ຍ້ອນ​ຄວາມ​ກຽດ​ຊັງດ້ານ​ຜິວ​ພັນ ​ເພດ ​ຫຼືສາ
ສະໜາ​ນັ້ນ.

​ເຫ​ດຮ້າ​ຍດັ່ງກ່າວ ​ໄດ້​ລາຍ​ງານ​ຢ່າງ​ກວ້າງຂວາງ​ ໂດຍ​ສື່​ມວນ​ຊົນ​ອິນ​ເດຍ ​ແລະ​ໄດ້​ມີ
​ການສະ​ແດງ​ປະຕິກິລິຍາ​ຢ່າງ​ແຮງ ​ຢູ່​ໃນ​ສື່​ສັງຄົມ. ຊາວ​ອິນ​ເດຍຫລາຍ​ສິບ​ພັນ​ຄົນ​ ທີ່​
ສື​ກສາ​ແລະ​ເຮັດ​ວຽກ​ຢູ່​ໃນ​ສະຫະລັດ ​ແລະ​ຫຼາຍໆ​ຄົນກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ເປັນ
​ຫ່ວງ​ກ່ຽວກັບ​ອັນ​ທີ່​ເຂົາ​ເຈົ້າ​ເຫັນ​ວ່າເປັນ​ສຳນວນໂວຫານທີ່​ຕໍ່ຕ້ານ​ພວກຄົນ​ເຂົ້າ​ເມືອງ
ມາ​ຈາກລັດຖະບານ​ປະທານາທິບໍດີ Trump.

​ແຕ່​ວ່າ ຊາວ​ໜຸ່ມ​ອິນ​ເດຍ ​ແລະ​ຊາວອາ​ເມຣິກັນ​ເຊື້ອສາຍ​ອິນ​ເດຍ ທີ່ຢູ່​ໃນ​ອີນ​ເດຍ ​
ແມ່ນ​ມີ​ປະຕິກິລິຍາທີ່​ສັບສົນກ່ຽວ​ກັບຂ່າວດັ່ງກ່າວ.

ທ້າວ Yasin Khan ຊາວ​ອິນ​ເດ​ຍອາ​ເມຣິກັນ ຈາກ​ລັດ Connecticut ປັດຈຸ ບັນ​ນີ້
​ຢູ່ໃນ​ເມືອງ Darjeeling ກ່າວ​ຕໍ່​ວີ​ໂອ​ເອວ່າ “ສ່ວນ​ນຶ່ງ​ຂອງ​ຂ້າພະ​ເຈົ້າ​ປາດ​ຖະໜາ​
ວ່າ ຂ້າພະ​ເຈົ້າ​ໄດ້​ຢູ່​ບ້ານ​ເພື່ອເຂົ້າຮ່ວມການ​ປະ​ທ້ວງ ​ແລະເອົາ​ບາດກ້າວ ພື່ອ​ສັນຕິ
ພາບ ​ແຕ່​ວ່າ​ອີກ​ສ່ວນ​ນຶ່ງ ​ຂອງ​ຂ້າພະ​ເຈົ້າ​ມີ​ຄວາມ​ຢ້ານ​ກົວ ທີ່​ເຫັນວ່າ ​ແມ່ນ​ຫຍັງກຳ
ລັງ​ລໍຖ້າ​ຂ້າພະ​ເຈົ້າ ​ແລະ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອິນ​ເດຍ ​ຢູ່​ໃນ ຕ່າງປະ​ເທດ​ປັດ
ຈຸບັນ​ນີ້ ​ເວລາທີ່​ຂ້າພະ​ເຈົ້າ​ກັບ​ຄືນ​ໄປ.”

ທ່ານ Jaganmohan Reddy ພໍ່ຂອງທ້າວ Alok Madasani ນັກວິສະວະກອນ ຢູ້ທີ່ໄດ້ຮັບບາດເຈັບຈາກການຍິງກັນຢູ່ບາ ທີ່ເມືອງ Kansas ກ່າວຕໍ່ບັນດານັກຂ່າວ.
ທ່ານ Jaganmohan Reddy ພໍ່ຂອງທ້າວ Alok Madasani ນັກວິສະວະກອນ ຢູ້ທີ່ໄດ້ຮັບບາດເຈັບຈາກການຍິງກັນຢູ່ບາ ທີ່ເມືອງ Kansas ກ່າວຕໍ່ບັນດານັກຂ່າວ.

ນາງ Khan ທີ່​ຄື​ກັນ​ກັບ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອິນ​ເດຍຄົນ​ອື່ນໆ ກ່າວ​ວ່າ​ນາງ​ບໍ່​
ໄດ້​ຕື່ນ​ຕົກ​ໃຈ​ຈາກ​ຂ່າວ​ທີ່ໜ້າ​ຢ້ານ​ກົວ​ມາ​ຈາກ​ປະ​ເທດ​ຂອງ​ນາງ ​ໂດຍກ່າວ ວ່າ “ບໍ່​
ເປັນ​ຈັ່ງ​ໂຊກ​” ການ​ຍິງ​ກັນ ​ແລະ​ການ​ກະທຳຄວາມ​ຜິດ​ທີ່​ກຽດ​ຊັງດ້ານ​ຜິວ ພັນເພດ​
ຫລື​ສາສະໜາ​ນັ້ນ ​ບໍ່​ແມ່ນ​ຂອງ​ໃໝ່.

ທ້າວ Vishnu Reddy ນັກຮຽນ​ການ​ແພດ​ອາ​ເມຣິກັນ ທີ່​ມະຫາວິທະຍາ​ໄລ
Manipal ຢູ່​ທາງ​ພາກ​ໃຕ້​ອິນ​ເດຍກ່າວ​ຕໍ່ ວີ​ໂອ​ເອວ່າ “ການ​ເຕີບ​ໃຫຍ່​ຢູ່​ໃນ​ອາ​ເມ
ຣິກາ ສິ່ງ​ເຫລົ່າ​ນີ້ເກີດ​ຂຶ້ນ​ເລື້ອຍໆ. ​ແນ່ນອນ​ຂ້າພະ​ເຈົ້າ​ວາງ​ແຜນ​ທີ່​ຈະກັບຄືນໄປ
ສະຫະລັດແລະ​ໄປ​ຢູ່​ທີ່​ນັ້ນ ຂ້າພະ​ເຈົ້າ​ໄດ້​ເຕີ​ບ​ໃຫຍ່​ຢູ່​ທີ່​ນັ້ນ. ຂ້າພະ​ເຈົ້າຮູ້ສຶກ​ ວ່າ
​ເປັນ​ບ້ານ​ເກີດ​ຢູ່​ທີ່​ນັ້ນ. ​ແລະ​ບໍ່ ຂ້າພະ​ເຈົ້າຈະ​ບໍ່​ກ່າວ​ວ່າ​ສິ່ງ​ນີ້​ໄດ້​ປ່ຽນ​ແນວ​ຄິດ
​ຂ້າພະ​ເຈົ້າ​ເລີຍ.”

India US Death
please wait
Embed

No media source currently available

0:00 0:00:58 0:00

ໂຄສົກ​ທຳນຽບຂາວ ທ່ານ Sean Spicer ກ່າວ​ໃນ​ວັນ​ສຸກ​ວານ​ນີີ້​ວ່າ ການ​ເສຍ
​ຊີວິດ​ໃດໆ​ກໍ​ຕາມ​ແມ່ນ​ເປັນ​ເລື່ອງ​ທີ່​ໂສກ​ເສົ້າ ​ແຕ່ກໍ​ກ່າວ​ວ່າ ມັນ​ເປັນໜ້າ​ຢາກຫົວ
ທີ່ຈະເອົາ​ເລື່ອງການສັງຫາ​ນ​ດັ່ງກ່າວ ​ໄປ​ພົວພັນ​ກັບ​ຄຳເວົ້າ​ຂອງ​ປະທານາທິບໍດີ
Trump. ທ່ານ​ກ່າວ​ວ່າ​ມັນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ລົງ​ຄວາມ​ເຫັນກ່ຽວ​ກັບ​ຈຸດປະສົງ
​ໃນການ​ໂຈມຕີນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG