ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສຍຊີວິດ 7 ຄົນ ແລະບາດເຈັບ 19 ຄົນ ໃນເຫດລະເບີດລົດ ທີ່ອັຟການີສຖານ


ພວກກໍາລັງຮັກສາຄວາມສະຫງົບອັຟການິສຖານ ຍາມຢູ່ບ່ອນທີ່ມີການໂຈມຕີດ້ວຍລະເບີດ ສະລະຊີບ ຢູ່ເມືອງ Kandahar ທາງພາກໃຕ້ຂອງນະຄອນຫລວງ Kabul ໃນວັນທີ 5 ກຸມພາ, 2012.
ພວກກໍາລັງຮັກສາຄວາມສະຫງົບອັຟການິສຖານ ຍາມຢູ່ບ່ອນທີ່ມີການໂຈມຕີດ້ວຍລະເບີດ ສະລະຊີບ ຢູ່ເມືອງ Kandahar ທາງພາກໃຕ້ຂອງນະຄອນຫລວງ Kabul ໃນວັນທີ 5 ກຸມພາ, 2012.

ທີ່​ອັຟກາ​ນີສຖານ ພວກ​ເຈົ້າໜ້າທີ່​ກ່າວ​ວ່າ ລະ​ເບີດລົດ​ຄັນ​ນຶ່ງ​ທີ່​ແຕກ​ຂຶ້ນ ຢູ່​ນອກ​ຕຶກກອງ
ບັນຊາ​ການ​ຕໍາຫລວດ ​ໃນ​ເມືອງ​ກັນດາ​ຮາ ​ໄດ້​ສົ່ງ​ຜົນ​ໃຫ້ ຕໍາຫລວດ​ເສຍ​ຊີວິດຫ້າ​ຄົນ ​ແລະ
ພົນລະ​ເຮື​ອນສອງ​ຄົນ ໃນວັນ​ອາທິດ​ມື້​ນີ້.

ພວກ​ເຈົ້າໜ້າ​ທີ່​ກ່າ​ວວ່າ ອີກ 19 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໂຮມ​ທັງ​ພົນລະ​ ​ເຮືອນ 10 ຄົນ ​ໃນ
ເຫດການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃນ​ເມືອງ​ດັ່ງກ່າວ​ທາງ​ພາກ​ໃຕ້​ຂອງອັຟກາ​ນີສຖານນັ້ນ.

ເທົ່າ​ເຖິງ​ປັດຈຸບັນ​ນີ້ ຍັງ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ.

ເຫດລະ​ເບີດດັ່ງກ່າວ​ເກີດ​ຂຶ້ນ ມື້​ນຶ່ງ​ຫລັງ​ຈາກ​ຜູ້​ບັນ​ຊາ​ການ​ທະຫານ​ສະຫະ ລັດ​ໃນ​ອັຟກາ​
ນິສຖານ​ໄດ້​ຮຽກຮ້ອງ​ໃຫ້​ກຸ່ມ​ຕາ​ລິ​ບານ​ ຈົ່ງ​ຍຸຕິການ​ເຂັ່ນຂ້າ​ພວກ​ຜູ້​ຊາຍ​ແມ່ຍິງ ​ແລະ​ເດັກ
ນ້ອຍ​ທີ່​ບໍ່​ມີ​ຄວາມ​ຜິດ​ໃດ​ໆ​ນັ້ນ.

ນາຍພົນ John Allen ໄດ້ສະແດງຄວາມເຫັນຕອບຕໍ່ລາຍງານໃໝ່ສະບັບນຶ່ງຂອງການ
ສະຫະ​ປະຊາ​ຊາດ ທີ່ເວົ້າວ່າ ມີ​ພົນລະ​ເຮືອນ​ຖືກ​ຂ້າ​ຕາຍ ຈໍານວນ 3,021 ຄົນ​ໃນ​ອັຟ
ກາ​ນິສຖານ​ໃນ​ປີກາຍ​ນີ້.

ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເວົ້າວ່າ ​ປີ 2011 ນັບ​ວ່າ​ເປັນ​ປີ​ທີ່​ຫ້າ​ລຽນຕິດ​ ທີ່​
ມີ​ພົນລະ​ເຮືອນ​ບາດ​ເຈັບ​ລົ້ມ​ຕາຍ​ເພີ່ມ​ຂຶ້ນ ຄື​ເພີ່ມ​ຂຶ້ນ​ເຖິງ 8 ​ເປີ​ເຊັນ ຈາກ​ປີ 2010.

ລາຍ​ງານ​ເວົ້າວ່າ ພວກກະບົດ​ແມ່ນ​ຮັບຜິດຊອບ​ຕໍ່​ການ​ເສຍ​ຊີວິດຂອງ ຫລາຍ​ກວ່າ 2,300
ຄົນ ​ສົມ​ທຽບ​ໃສ່​ຈໍານວນພົນລະ​ເ​ຮື​ອນທີ່​ເສຍ​ຊີວິດ ພຽງ​ແຕ່ 410 ຄົນ ຍ້ອນ​ກໍາລັງທະ
ຫານ​ເນ​ໂຕ້ ຫລື​ຂອງ​ລັດຖະບາ​ນອັຟ ກາ​ນິສຖານ​ນັ້ນ.

XS
SM
MD
LG