ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ບັນຊາ​ການຕຳຫລວດ ນະຄອນຫລວງ ກາ​ບູລ ລາ​ອອກ​


ຕຳຫລວດ ອັຟການິສຖານ ຢືນຍາມ ບໍລິເວນເກີດເຫດໂຈມຕີ ບ້ານພັກຂອງ ບັນດາພະນັກງານຊ່ອຍເຫຼືອ ຊາວຕ່າງຊາດ ໃນນະຄອນຫລວງກາບູລ, ວັນທີ 29 ພະຈິກ 2014.
ຕຳຫລວດ ອັຟການິສຖານ ຢືນຍາມ ບໍລິເວນເກີດເຫດໂຈມຕີ ບ້ານພັກຂອງ ບັນດາພະນັກງານຊ່ອຍເຫຼືອ ຊາວຕ່າງຊາດ ໃນນະຄອນຫລວງກາບູລ, ວັນທີ 29 ພະຈິກ 2014.

ຜູ້​ບັນຊາ​ການຕຳຫລວດ ນະຄອນຫລວງ ກາ​ບູລ ຂອງອັຟກາ
​ນິສຖານ ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ຫຼັງຈາກມີ​ການ​ໂຈມ​ຕີ ໂດຍ​
ພວກຫົວ​ຮຸນ​ແຮງ​ຕາ​ລີ​ບານ ​ໃສ່​ເປົ້າໝາຍຂອງຊາວ​ຕ່າງ​ຊາດ
ລວມທັງ ບ້ານ​ພັກ ລົດຂອງສະຖານທູດ ​ແລະທະຫານ​ສະຫະລັດ
ຫຼາຍໆ​ບັ້ນ​ນັ້ນ.

ພົນຕຳຫລວດ​ເອກ Mohammed Zahir ​ໄດ້​ລົງ​ຈາກ​ຕຳ​ແໜ່​ງ
​ໃນ​ວັນ​ອາທິດ​ມື້​ນີ້ ​ບໍ່​ດົນຫຼັງຈາກ​ທີ່ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ຢັ້ງຢືນ​ວ່າ
ຜູ້​ຊາຍ​ຊາວ ​ອາ​ຟຣິກາ​ໃຕ້​ຄົນ​ນຶ່ງ ພ້ອມ​ກັບ​ລູກ​ຂອງ​ລາວ 2 ຄົນ ​
ແລະ ຜູ້​ຊາຍ​ຊາວ​ອັຟກາ​ນິສຖານອີກ​ຄົນ​ນຶ່ງ ​ເສຍ​ຊີວິດ ​ໃນ​ການ
​ໂຈມ​ຕີ ​ເມື່ອ​ວັນ​ເສົາ​ວານ​ນີ້ ຕໍ່ບ້ານ​ພັກ ຂອງ​ຊາວ​ຕ່າງ​ຊາດແຫ່ງ​ໜຶ່ງ
ໃນ​ນະຄອນຫລວງ​ກາ​ບູລ.

​ເຈົ້າໜ້າ​ທີ່ຂອງ ລັດຖະບານ ​ແລະ ທະຫານ ກ່າວ​ຕໍ່​ບັນດາ​ຜູ້​ສື່​ຂ່າວ ​ໃນ​ວັນ​ເສົາ​ວານ​ນີ້ວ່າ ມື​ປືນ 3 ຄົນ​ໄດ້​ຈູ່​ໂຈມ ບ້ານ​ພັກຫລັງ​ນັ້ນ ​ໃກ້ໆ​ກັບ​ສະພາ ​ແລະ ຍິງ​ອາ​ວຸດ​ຕ່າງໆ ​ເປັນ​ເວລາຫຼາຍຊົ່ວ​ໂມງ ​ໃນ​ຂະນະ​ທີ່​ພວກ​ເຂົາ​ພະຍາຍາມ​ທີ່​ຈະ ຄວບ​ຄຸມ​ບ້ານ​ພັກ​ດັ່ງກ່າວ.

​ໂຄສົກກະຊວງ​ພາຍ​ໃນ​ຂອງ​ລັດຖະບານ ທ່ານ Sediq Sediqqi ກ່າວ​ວ່າ ມື​ປືນ​ສອງ​ຄົນ
ຖືກ​ຍິງ​ຕາຍ ​ແລະ ຄົນ​ຮ້າຍຜູ້​ທີ​ສາມ ​ໄດ້​ບີບ​ຂະ​ນວນ​ລະ​ເບີດ ທີ່​ຕິດ​ຢູ່​ກັບໂຕ​ຜູ້ກ່ຽວ.

ກອງ​ກຳລັງຮັກສາ​ຄວາມ​ປອດ​ໄພ ​ໄດ້​ຊ່ອ​ຍ​ເຫຼືອ 8 ຄົນ ຜູ້​ທີ່​ຖືກ​ຈັບ​ເປັນ​ໂຕ​ປະກັນ​ ​ໃນລະ
ຫວ່າງ​ ການ​ໂຈມ​ຕີນັ້ນ ອອກມາ​ໄດ້ ທີ່ລວມມີ ຊາວ​ອັຟກາ​ນິສຖານ 6 ຄົນ ​ແລະ ຊາວ​ຕ່າງ
​ຊາດ 2 ຄົນ.

ພວກ​ຫົວ​ຮຸນ​ແຮງ ຕາ​ລີ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສຳຫຼັບ ການ​ໂຈມ​ຕີ​ໃນ​ຄັ້ງນີ້
ແລະກ່າວ​ວ່າ ບ້ານ​ພັກ​ດັ່ງກ່າວ ​ແມ່ນ​ເປັນ​ສູນ​ກາງ​ສຳ​ຫລັບການ​ສອນສາສະໜາຄຣິສຕຽນ.
ມີ​ລາ​ຍງານທີ່ຂັດ​ແຍ້​ງ ກັນ ກ່ຽວ​ກັບວ່າ ບ້ານ​ພັກ​ດັ່ງກ່າວ​ນັ້ນ ​ໃຊ້ສຳ​ຫຼັບເຮັດ​ຫຍັງ​ກັນ​ແທ້​.


XS
SM
MD
LG