ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ອອກຫຼັກຊີ້ນຳ ທີ່ຄ້ຳປະກັນ ໃຫ້ເດັກນ້ອຍ ທຸກໆຄົນ ໄດ້ເຂົ້າໂຮງຮຽນ


ທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທໍາ ສະຫະລັດ
ທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທໍາ ສະຫະລັດ
ລັດຖະບານ ທ່ານ Barack Obama ​ໄດ້​ອອກ​ລະບຽບ
ການທີ່ປັບປຸງໃໝ່ເພື່ອ​ຄຳ້ປະກັນ​ວ່າ ​ໂຮງຮຽນຫຼວງຂອງ
ສະຫະລັດປະຕິບັດຕາມ​ກົດໝາ​ຍລັດຖະບານ​ກາງໂດຍ
ອະນຸຍາດ​ໃຫ້ເດັກນ້ອຍ​ຊາວ​ຕ່າງ​ດ້າວທີ່ເຂົ້າເມືອງແບບ
​ຜິດ​ກົດໝາຍ ມີ​ສິດ​ໄດ້​ຮັບ​ການ​ສຶກສາ.

ລັດຖະມົນຕີ​ຍຸດຕິ​ທຳສະຫະລັດ ທ່ານ Eric Holder ກ່າວ
​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ສານ​ສູງ​ສຸດ​ໄດ້​ຕັດສິນເມື່ອ 30 ປີ​
ກ່ອນ​ວ່າ ກົດໝາຍ​ທີ່​ປະຕິ​ເສດບໍ່ໃຫ້ພວກ​ ​ເດັກນ້ອຍ​ມີສິດ
ໄປ​ໂຮງ​ຮຽນ ໂດຍ​ອີງ​ຕາມຖານະຄົນເຂົ້າເມືອງ ຂອງພວກ
ເຂົາເຈົ້າ ນັ້ນ ແມ່ນລະເມີດຕໍ່ຄວາມຄິດພື້ນຖານໃນເລື່ອງ
ຍຸດຕິທຳ.

​ແຕ່ ທ່ານ Holder ກ່າວ​ວ່າ ທ່ານ​ຍັງ​ສືບຕໍ່ໄດ້​ຍິນລາຍງານ​ທີ່​ລົບ​ກວນ​ວ່າ ​ໂຮງຮຽນໃນ ບາງເຂດ ​ເອົາ​ບາ​ດກ້າວທີ່​ທ່ານ​ກ່າວ​ວ່າ ສ້າງເຄື່ອງກີດຂວາງ​ແກ່​ບັນດາ​ເດັກນ້ອຍ
ຕ່າງ​ດ້າວ.

ທ່ານ Holder ກ່າວ​ວ່າ ບັນດາ​ໂຮງຮຽນ​ຫລວງ ມີ​ຄວາມ​ຮັບຜິດຊອບ ​ໃນ​ການ​ຮັບເອົາ
ພວກນັກຮຽນເຂົ້າຮຽນ ບໍ່​ວ່າຈະ​ມີຖານະຄົນເຂົ້າເມືອງ ຜີວພັນ ຫລືເຊື້ອ​ຊາດໃດກໍຕາມ.
ທ່ານ​ກ່າວ​ວ່າ ກະຊວງ​ຍຸ​ຕິ​ທຳ ຈະ​ບັງ​ຄັບ​ໃຊ້ກົດໝາຍ​ຢ່າງ​ເຄັ່ງ​ຄັດ ​ເພື່ອ​ຄ້ຳປະກັນ​ວ່າປະ
ຕູ​ໂຮ​ງຮຽນທຸກໆແຫ່ງ​ເປີດ​ໃຫ້​ແກ່​ທຸກ​ຄົນ.
XS
SM
MD
LG