ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກະຊວງຍຸຕິທຳ ຈະປາບປາມ ອາຊະຍາກຳ ທີ່ຄຽດຊັງ ທາງສາສະໜາ


ບ່ອນນັ່ງຟັງເທດສະໜາທີ່ຖືກເຜົາໄໝ້ ແລະ ອຸປະກອນ ຫຼິ້ນດົນຕີ, ຄຳພີ ແລະ ໜັງສືບົດສູດມົນທີ່ຖືກທຳລາຍ, ແມ່ນສ່ວນໜຶ່ງຂອງສິ່ງຂອງທີ່ຖືກທຳລາຍໃນໂບດ ບາບຕິສ ເມືອງ Greenville, ລັດ Mississippi, 2 ພະຈິກ, 2016.
ບ່ອນນັ່ງຟັງເທດສະໜາທີ່ຖືກເຜົາໄໝ້ ແລະ ອຸປະກອນ ຫຼິ້ນດົນຕີ, ຄຳພີ ແລະ ໜັງສືບົດສູດມົນທີ່ຖືກທຳລາຍ, ແມ່ນສ່ວນໜຶ່ງຂອງສິ່ງຂອງທີ່ຖືກທຳລາຍໃນໂບດ ບາບຕິສ ເມືອງ Greenville, ລັດ Mississippi, 2 ພະຈິກ, 2016.

ການກໍ່ອາຊະຍາກຳຄຽດຊັງທາງ​ສາສະໜາທີ່ຂະຫຍາຍຕົວຂຶ້ນ ນັບຕັ້ງແຕ່ການເລືອກຕັ້ງ ຂອງປະທານາທິບໍດີ ທ່ານ ດໍໂນລ ທຣຳ ໃນເດືອນພະຈິກປີກາຍນີ້ເປັນຕົ້ນມາ, ໄດ້ເພີ່ມ ຄວາມເປັນຫ່ວງໃຫ້ກະຊວງຍຸຕິທຳຂອງທ່ານ ກ່ຽວກັບຄວາມ​ໝັ້ນໝາຍ​ເພື່ອໃຫ້ສືບຕໍ່​ໃນ ການປຸກລະດົມຕໍ່ຕ້ານອາຊະຍາກຳຄຽດຊັງຂອງລັດຖະບານຊຸດ​ກ່ອນ.

ຈາກການລອບວາງເພີງ ໂບດອິສລາມ ຫາການທຳລາຍ ສູນກາງຊຸມຊົນຊາວຢິວ ແຫ່ງ
ຕ່າງໆ, ຊາວມຸສລິມ ແລະ ຊາວຢິວສັນຊາດ ອາເມຣິກັນ ແມ່ນໄດ້ຖືກທຳຮ້າຍຮ່າງກາຍ
ໃນການກໍ່ອາຊະຍາກຳຄຽດຊັງເມື່ອບໍ່ດົນມານີ້ ແລະບັນດາທະນາຍຄວາມເປັນຫ່ວງວ່າ
ຜູ້ກະທຳຜິດຫຼາຍຄົນຈະບໍ່ຖືກນຳມາລົງໂທດ.

ແຕ່ແນວໃດກໍຕາມກະຊວງຍຸຕິທຳ ສະຫະລັດ ໄດ້ພະຍາຍາມທີ່ຈະຫຼຸດ ຜ່ອນຄວາມເປັນ
ຫ່ວງດັ່ງກ່າວລົງ ໃນວັນອັງຄານວານນີ້, ໂດຍກ່າວວ່າພວກເຂົາເຈົ້າຈະປາບປາມອາຊະ
ຍາກຳຄຽດຊັງຢ່າງ​ໜັກ ດັ່ງ​ດຽວ​ກັນ​ກັບທີ່ພວກເຂົາເຈົ້າໄດ້ເຮັດພາຍໃຕ້ລັດຖະບານຂອງ
ອະດີດປະທານາທິ ບໍດີ ບາຣັກ ໂອບາມາ.

ທ່ານ Eric Treene ໄອຍະການພິເສດຮັບຜິດຊອບ​ກ່ຽວ​ກັບ​ການຈຳແນ​ກທາງສາສະໜາ ຂອງກະຊວງຍຸຕິທຳ ໄດ້ກ່າວວ່າ ຂໍ້ຄວາມຈາກທຳນຽບຂາວແລະລັດຖະມົນຕີກະຊວງຍຸຕິ
ທຳ ທ່ານ Jeff Sessions ໄດ້ສະເໜີໃຫ້ຕໍ່ສູ້ອາຊະຍາກຳຄຽດຊັງ ​ໃນ​ຖານະ​ທີ່​ເປັນສ່ວນ
ໜຶ່ງຂອງການຂະຫຍາຍການປຸກລະດົບຕໍ່ຕ້ານການກໍ່ອາຊະຍາກຳ.

ທ່ານ Treene ໄດ້ກ່າວຕໍ່ຄະນະກຳມະການຕຸລາການສະພາສູງ ໃນການຮັບ​ຟັງ​ຄຳ​ໃຫ້
ການ ກ່ຽວກັບ ການກໍ່ອາຊະຍາກຳຄຽດຊັງທີ່ຖືກກະຕຸ້ນໂດຍສາສະໜາວ່າ “ລັດຖະມົນຕີ
ຍຸຕິທຳ ທ່ານ Jeff Sessions ໄດ້ຍົກການຕໍ່ສູ້ການກໍ່ອາຊະຍາກຳຄວາມຮຸນແຮງເປັນ
ໜຶ່ງໃນບັນດາບູລິມະສິດສູງສຸດຂອງທ່ານ. ແລະ ກ່າວວ່າ ອາຊະຍາກຳຄຽດຊັງຕ້ອງ
ເປັນສ່ວນໜຶ່ງໃນຄວາມພະຍາຍາມແຫ່ງຊາດຂອງພວກເຮົາເພື່ອຫຼຸດຜ່ອນອາຊະຍາ
ກຳຄວາມຮຸນແຮງ.”

ເມື່ອງຖືກຖາມວ່າ ກະຊວງຍຸຕິທຳພາຍໃຕ້ທ່ານ Sessions ໄດ້ປ່ຽນນະໂຍບາຍຂອງ
ພວກເຂົາເຈົ້າ ກ່ຽວກັບ ອາຊະຍາກຳຄຽດຊັງຫຼືບໍ່ນັ້ນ, ທ່ານ Treene ໄດ້ກ່າວວ່າ “ບໍ່, ທ່ານລັດຖະມົນຕີໄດ້ສະແດງຄວາມຍຶດໝັ້ນ ແລະ ຢືນຢັດໃນຂໍ້ຄວາມຂອງທ່ານວ່າ ອາຊະຍາກຳຄຽດຊັງ ແມ່ນອາຊະຍາກຳຄວາມຮຸນແຮງ ແລະ ພວກເຮົາຕ້ອງເຮັດ ທຸກຢ່າງທີ່ສາມາດເຮັດໄດ້ ເພື່ອສູ້ກັບບັນຫານີ້.”

ໃນເດືອນກຸມພາທີ່ຜ່ານມາ, ທ່ານ Sessions, ທີ່ດຳເນີນການ ກ່ຽວກັບ ດຳລັດສະບັບ
ໜຶ່ງຈາກ ທ່ານ ທຣຳ, ໄດ້ປະກາດການສ້າງຕັ້ງໜ່ວຍປະຕິບັດການສະເພາະກິດ ກ່ຽວກັບ ການຫຼຸດຜ່ອນອາຊະຍາກຳ ແລະ ຄວາມປອດໄພສາທາລະນະຂອງກະຊວງຂຶ້ນ, ເຊິ່ງ
ລວມມີຄະນະອະນຸກຳມະການ ອາຊະຍາກຳຄຽດຊັງດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG