ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ແລະບໍລິສັດຕ່າງໆ ຂອງ ສຫລ ສະໜັບສະໜູນ ການແຕ່ງງານ ລະຫວ່າງ ຄົນເພດດຽວກັນ


ບັນດາສະມາຊິກ ກຸ່ມປຸກລະດົມສິດທິມະນຸດ ພວມນຳເອົາ ເອກກະສານ ພ້ອມດ້ວຍລາຍເຊັນກວ່າ 2 ແສນລາຍເຊັນ ທີ່ສະໜັບສະໜູນ ການແຕ່ງງານ ລະຫວ່າງຄົນເພດດຽວກັນ ໄປສະເໜີ ຕໍ່ສານສູງສຸດ ຂອງສະຫະລັດ.
ບັນດາສະມາຊິກ ກຸ່ມປຸກລະດົມສິດທິມະນຸດ ພວມນຳເອົາ ເອກກະສານ ພ້ອມດ້ວຍລາຍເຊັນກວ່າ 2 ແສນລາຍເຊັນ ທີ່ສະໜັບສະໜູນ ການແຕ່ງງານ ລະຫວ່າງຄົນເພດດຽວກັນ ໄປສະເໜີ ຕໍ່ສານສູງສຸດ ຂອງສະຫະລັດ.

ກະຊວງ​ຍຸຕິ​ທຳສະຫະລັດ ພ້ອມ​ດ້ວຍ 300 ກວ່າບໍລິສັດ ​ໄດ້​ພາ
ກັນ​ຍືນ​ຂໍ້​ສະ​ເໜີ​ທາງກົດໝາຍຕໍ່​ສານ​ສູງ​ສຸດ​ເພື່ອສະໜັບ​ສະ​ໜູນ
ການ​ແຕ່ງງານຂອງຄົນ​ເພດ​ດຽວ ​ກັນ.

ບໍລິສັດ Apple, Google, Johnson and Johnson, ​ແລະ
Goldman Sachs ​ແມ່ນ​ສວນນຶ່ງຂອງບັນດາ​ບໍລິສັດ​ ທີ່​ໄດ້ເຂົ້າ
ຮ່ວມກັບລັດຖະບານເພື່ອຮ້ອງຂໍໃຫ້​ສານ​ສູງ​ສຸດຕັດສິນ​ວ່າ ລັດ
ຕ່າງໆບໍ່​ສາມາດ​ຫ້າມ​ການແຕ່ງງານຂອງ ຄົນເພດດຽວ​ໄດ້.

ອີກ​ຫລາຍ​ຮ້ອຍກຸ່ມ​ການຈັດ​ຕັ້ງ ​ແລະ​ສ່ວນ​ບຸກຄົນ ຍັງ​ໄດ້​ຍື່ນໃນ
​ອັນ​ທີ່​ຮູ້​ກັນ​ວ່າເອກກະສານທາງກົດໝາຍ ທີ່ເປັນເພື່ອນມິດຂອງ​
ສານ ຮວມທັງ​ກຸ່​ມສາສະໜາ ບັນດາ​ອົງການ​ ທີ່ໃຫ້ການສະໜັບສະໜູນຕ່າງໆ ແລະພວກ ນັກການ​ເມືອງ. ອົງການປຸກລະດົມເພື່ອສິດທິມະນຸດຊຶ່ງເປັນກຸ່ມປົກປ້ອງສິດທິຂອງພວກ ຮັກຮ່ວມເພດ ໄດ້ນຳສະເໜີ ເອກກະສານ ທີ່ມີຫລາຍ​ກວ່າ 200,000 ລາຍ​ເຊັນ ​ເພື່ອໃຫ້ ການ​ສະໜັບສະໜູນ​ ຕໍ່ຄວາມສະເໝີພາບໃນການ​ແຕ່ງງານຂອງຄົນເພດ​ດຽວກັນ​ໃນ​ທົ່ວ​
ປະ​ເທດ.

ຮອງ​ປະທານ​າທິບໍດີສະຫະລັດ ທ່ານ Joe Biden ​ໄດ້​ສັນລະ​ເສີນ​ບັນດາ​ຜູ້​ສະ ໜັບສະໜູນ
ຂອງ​ກຸ່ມ​ດັ່ງກ່າວ ​ທີ່ນະຄອນຫລວງວໍ​ຊິງ​ຕັນ ໃນ​ວັນ​ສຸກ​ວານ​ນີ້ ​ທີ່ ເຕັມໃຈຈະປະເຊີນໜ້າ
ກັບຄວາມອະຄະຕິຫຼື​ລຳອຽງດັ່ງກ່າວ.

ທ່ານ​ກ່າວ​ວ່າ “ບ່ອນໃດ​ທີ່​ມີ​ຄວາມ​ກ້າຫານ ຢາກ​ໃດ້ ​ແລະໝາຍ​ໝັ້ນ ບ່ອນ​ນັ້ນ​ມີ​ໂອກາດ. ບ່ອນ​ໃດ​ທີ່​ມີ​ຄວາມ​ເຕັມ​ໃຈທີ່​ຈະປະ​ເຊີນ​ໜ້າ​ໂດຍກົງກັບ​ຄວາມ​ລຳອຽງ ຄວາມດື້ດ້ານ
ຢ້ານ​ພວກ​ຮັກ​ຮ່ວມ​ເພດ​ ບ່ອນ​ນັ້ນ​ກໍຈະ​ສາມາດ​ປະສົບ​ຜົນສຳ​ເລັດ. ​ເພາະວ່າ ຂ້າພະ​ເຈົ້າ
​ເຊື່ອ​ວ່າ ຫລັງ​ຈາກ​ຫລາຍ​ໆ​ປີ​ທີ່​ຜ່ານ​ມາ ຢູ່​ບົນພື້ນຖານ ຢູ່​ບົນຮາກ​ເຫງົ້າຂອງ​ເຂົາ​ເຈົ້າ
ຊາວ​ອາ​ເມຣິກັນຕ້ອງການ​ຢາກ​ເຮັດ ​ໃນ​ສິ່ງ​ທີ່​ຖືກ ຕ້ອງ.”

ສານ​ສູງ​ສຸດ ມີ​ກຳນົດ​ທີ່​ຈະຮັບ​ຟັງ​ການ​ໂຕ້​ຖຽງ​ໃນ​ວັນ​ທີ 28 ​ເດືອນ​ເມສາ ໃນ​ສີ່​ຄະດີ ກ່ຽວ
ກັບການ​ຫ້າມ​ຂອງ​ລັດ ​ບໍ່ໃຫ້ມີການ​ແຕ່ງ​ງານ ຂອງຄົນ​ເພດ​ດຽວ​ກັນ. ພວກຄັດຄ້ານ​ການ​
ແຕ່ງງານ​ຂອງຄົນເພດ​ດຽວ​ກັນ ຍັງ​ບໍ່​ມີ​ກຳນົດ​ຍືນ​ຂໍ້​ສະ​ເໜີ​ທີ່ ສະໜັບສະໜຸນສານ​ຂອງ​
ເຂົາ​ເຈົ້າ ຈົນ​ຮອດ​ທ້າຍ​ເດືອນ​ມີນານີ້.

ປັດຈຸບັນ​ນີ້​ມີ​ຢູ່ 37 ລັດ ທີ່​ພວກ​ຄົນເພດດຽວກັນສາມາດ​ແຕ່ງງານໄດ້ ຊຶ່ງ​ເປັນ​ການ​ປ່ຽນ
ແຫງທີ່​ສຳຄັນ​ຈາກເມື່ອ​ສິບ​ປີ​ກ່ອນ. ​ໃນ​ປີ 2003 ບໍ່​ມີ​ລັດ​ໃດ​ທີ່ໃຫ້ການ ອະນຸຍາດສຳຫລັບ
ການ​ແຕ່ງງານ​ໃຫ້ຄົນ​ເພດ​ດຽວ​ກັນ. ລັດ Massachusetts ​ໄດ້​ກາຍ​ມາ​ເປັນ​ລັດ​ທຳ​ອິດ
ທີ່​ໄດ້​ໃຫ້ການອະນຸມັດດັ່ງກ່າວ ​ໃນ​ປີ 2004.

US GAY MARRIAGE VO
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG