ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີແຕ່ 5 ເປີເຊັນ ໃນການໂຈມຕີ ຂອງ ຣັດເຊຍ ທີ່ແນເປົ້າໝາຍ ໃສ່ກຸ່ມ ລັດອິສລາມ


ພາບຖ່າຍການຖີ້ມລະເບີດທາງອາກາດ ທີ່ລາຍງານ ໂດຍກະຊວງປ້ອງກັນປະເທດ ຂອງຣັດເຊຍ.
ພາບຖ່າຍການຖີ້ມລະເບີດທາງອາກາດ ທີ່ລາຍງານ ໂດຍກະຊວງປ້ອງກັນປະເທດ ຂອງຣັດເຊຍ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງອັງກິດ ກ່າວໃນວັນ
ເສົາມື້ນີ້ວ່າ ມີພຽງແຕ່ 5 ເປີເຊັນເທົ່ານັ້ນ ໃນການໂຈມຕີທາງ
ອາກາດຂອງຣັດເຊຍ ແນເປົ້າໝາຍ ໃສ່ກຸ່ມອິສລາມຫົວຮຸນ
ແຮງຈັດ ໃນຂະນະທີ່ການໂຈມຕີທາງອາກາດເປັນມື້ທີ 4 ຂອງ
ຣັດເຊຍ ຍັງດຳເນີນຕໍ່ໄປ ທັງໆທີ່ໄດ້ມີການສະແດງຄວາມວິຕົກ
ກັງວົນໂດຍ ປະເທດຕາເວັນຕົກ.

ໃນການໃຫ້ສຳພາດແກ່ໜັງສືພິມ The Sun ນັ້ນ ລັດຖະມົນຕີ
ກະຊວງປ້ອງກັນ ປະເທດຂອງອັງກິດ ທ່ານ Michael Fallon
ກ່າວວ່າ ສ່ວນໃຫຍ່ໃນການຖິ້ມ ລະເບີດຂອງຣັດເຊຍ ແມ່ນໄດ້
ແນເປົ້າໝາຍໃສ່ກຸ່ມຕໍ່ຕ້ານລັດຖະບານອື່ນໆຮວມ ທັງກອງທັບ
ຊີເຣຍເສລີ ທີ່ໄດ້ຮັບການໜຸນຫລັງຈາກປະເທດຕາເວັນຕົກ ແລະໄດ້ ສັງຫານພວກພົນ
ລະເຮືອນ.

President Obama Talks About Russia's Actions in Syria
please wait

No media source currently available

0:00 0:00:46 0:00

ທ່ານ Fallon ເວົ້າວ່າ “ພວກເຮົາໄດ້ວິເຄາະເບິ່ງບ່ອນທີ່ຖືກໂຈມຕີໃນທຸກໆເຊົ້າຊຶ່ງສ່ວນ
ໃຫຍ່ແລ້ວ ບໍ່ແມ່ນເປົ້າໝາຍຂອງກຸ່ມລັດອິສລາມເລີຍ.”

ທ່ານ Fallon ກ່າວຕື່ມວ່າ “ຫລັກຖານຂອງພວກເຮົາສະແດງໃຫ້ເຫັນວ່າ ພວກເຂົາເຈົ້າ
ໄດ້ຖິ້ມລະເບີດທີ່ບໍ່ມີການນຳທິດທາງລົງໃສ່ບໍລິເວນທີ່ມີພົນລະເຮືອນອາໄສຢູ່ ສັງຫານ

ພົນລະເຮືອນເຫຼົ່ານັ້ນແລະພວກເຂົາເຈົ້າໄດ້ຖິ້ມລະເບີດລົງໃສ່ກອງຊີເຣຍເສລີທີ່ກຳລັງຕໍ່
ສູ້ກັບລັດຖະບານທ່ານ Bashar al-Assad. ພວກເຂົາກຳ ລັງໃຫ້ການຄ້ຳຈຸນ ທ່ານ
Assad ແລະແກ່ຍາວຄວາມທຸກທໍລະມານ.”

Obama, World Leaders Reject Russian ‘Terrorist’ Strikes in Syria
please wait

No media source currently available

0:00 0:01:39 0:00

ໃນອາທິດນີ້ ຣັດເຊຍໄດ້ເລີ້ມການຖິ້ມລະເບີດຢູ່ໃນຊີເຣຍໂດຍເວົ້າວ່າ ເປົ້າໝາຍ ຫລັກ
ຂອງຕົນແມ່ນອົງການລັດອິສລາມ. ແຕ່ແນວໃດກໍຕາມການຖິ້ມລະເບີດໃນ ໄລຍະຕົ້ນໆ
ຫຼາຍຄັ້ງແມ່ນໃສ່ກຸ່ມຕໍ່ຕ້ານລັດຖະບານທີ່ໄດ້ຮັບການໜຸນຫລັງຈາກ ສະຫະລັດ ອີງຕາມ
ເຈົ້າໜ້າທີ່ຕາເວັນຕົກແລະເຈົ້າໜ້າທີ່ທ້ອງຖິ່ນທາງພາກພື້ນ ດິນ.

ໃນວັນສຸກວານນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຢືນຢັດວ່າ ບັນຫາ
ຂັດແຍ້ງນີ້ິ້ ຈະບໍ່ກາຍເປັນສົງຄາມຕົວແທນ ລະຫວ່າງວໍຊິງຕັນແລະມົສກູ ທັງໆທີ່ປະເທດ
ທັງສອງໄດ້ທຳການຖິ້ມລະເບີດລົງໃສ່ກຸ່ມຕ່າງໆຢູ່ໃນຊີເຣຍ.

ປະທານາທິບໍດີກ່າວໃນການຖະແຫຼງຂ່າວຢູ່ທຳນຽບຂາວວ່າ “ນີ້ບໍ່ແມ່ນການຫຼິ້ນໝາກລຸກ
ຂອງປະເທດມະຫາອຳນາດແຕ່ຢ່າງໃດ.”

Russia Syria
please wait
Embed

No media source currently available

0:00 0:01:55 0:00

XS
SM
MD
LG