ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄະນະ​ຕຸລາການ ພົບວ່າ ບໍລິສັດ ຈັດຄອນເສີດ AEG Live ບໍ່ມີຄວາມຜິດ (ວີດີໂອ)


ມື້ລາງນັກຮ້ອງປ໊ອບ ທີ່​ມີ​ຊື່​ສຽງ​ໂດ່​ງດັງ Michael Jackson
ມື້ລາງນັກຮ້ອງປ໊ອບ ທີ່​ມີ​ຊື່​ສຽງ​ໂດ່​ງດັງ Michael Jackson
ຄະນະ​ຕຸລາການ ໃນລັດຄາລີຟໍເນຍ ຂອງສະຫະລັດ ໄດ້ພົບ
ເຫັນວ່າ ບໍລິສັດ​ຈັດການສະແດງຄອນ​ເສີດ ບໍ່ມີຄວາມຜິດ
ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງມື້ລາງນັກຮ້ອງປ໊ອບທີ່​ມີ​ຊື່​ສຽງ​
ໂດ່​ງດັງ Michael Jackson ໃນຄະດີຟ້ອງຮ້ອງໂດຍສະມາ
ຊິກໃນຄອບຄົວຂອງ​ຜູ້ກ່ຽວ.

ຄະນະ​ຕຸລາການ ເຫັນພ້ອມນຳ​ກັນວ່າ ບໍລິສັດຈັດ​ສະ​ແດງ​ຄອນ​ເສີດ
AEG Live ໄດ້ຈ້າງ ດຣ. Conrad Murray ໃຫ້ເປັນຜູ້ເບິ່ງແຍງ
ດູແລ Michael Jackson ກ່ອນການສະແດງຄອນເສີດ ແບບ
ຕໍ່ເນື່ອງຫລາຍໆ​ຄັ້ງ ທີ່ກຸງລອນດອນ​ ໃນປີ2009. ແຕ່ຄະນະ
​ຕຸລາການຕັດສິນວ່າ ທ່ານໝໍ Murray ບໍ່ແມ່ນວ່າບໍ່ເໝາະສົມກັບ
ໜ້າທີ່ໃນວຽກງານ ທີ່ມອບໝາຍຊຶ່ງ​ເ​ປັນ​ເຫດຜົນ​ທີ່​ຈຳ​ເປັນອັນ​ນຶ່ງ ທີ່ການ​ຟ້ອງ​ຮ້ອງ​ດັ່ງກ່າວ
​ຈະ​ສຳ​ເລັດ​ໄດ້.

ຄຳຕັດສິນ ທີ່ໄດ້ປະກາດໃນວັນພຸດວານນີ້ ​ແມ່ນ​ມ້ວນທ້າຍ​ການ​ດຳ​ເນີນ​ຄະດີ​ເປັນ​ເວລາ
5 ເດືອນທີ່​ເສັດສິ້ນລົງໂດຍການພິຈາລະນາ​ໂທດ​ຂອງ​ຄະນະ​ຕຸລາການ​ເປັນ​ເວລາ 3 ມື້.

ທ່ານນາງ Katherine Jackson ແມ່ຂອງມື້ລາງ Michael Jackson ກ່າວ​ອ້າງ​ໃນ
​ສຳນວນຟ້ອງວ່າ ບໍລິສັດ AEG Live ປ່ອຍປະລະເລີຍບໍ່​ເອົາ​ໃຈ​ໃສ່ ໃນການວ່າຈ້າງ
ທ່ານໝໍ Murray ເພື່ອກໍາກັບດູແລລູກຊາຍຂອງທ່ານ​ນາງ.

ບໍລິສັດ AEG ໂຕ້ແຍ້ງວ່າ Michael Jackson ແມ່ນມີປະຫວັດໃນການຕິດຢາເສບຕິດ
ມາດົນນານແລ້ວ ກ່ອນທີ່ຈະໄດ້ມາຢູ່ໃນການດູແລຂອງທ່ານໝໍ Murray.

ລາຊານັກຮ້ອງປ໊ອບ ໄດ້ເສຍຊີວິດໃນເດືອນມິຖຸນາ 2009 ທີ່ນະຄອນ Los Angeles.
ສານ​ໄດ້​ພົບ​ເຫັນ​ວ່າທ່ານໝໍ Murray ວ່າ​ມີ​ຄວາມ​ຜິດໃນ​ຂໍ້​ຫາ ​ຂ້າ​ຄົນ​ໂດ​ຍບໍ່​ເຈດ​ຕະນາ​
ໃນ​ປີ 2011 ​ໃນການ​ທີ່​ໄດ້​ໃຫ້​ຢາເກີນ​ກໍານົດ​ ​ເພື່ອຊ່ອຍ​ໃຫ້​ລາວ​ໄດ້​ນອນ​ລັບສະບາຍນັ້ນ.

MICHAEL JACKSON TRIAL VO.mov
please wait

No media source currently available

0:00 0:00:31 0:00
XS
SM
MD
LG