ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

Oscar Pistorius ຖືກສານ ຕັດສິນໂທດຈຳຄຸກ 5 ປີ ໃນຄະດີ ​ສັງຫານ​ຄົນ​ຮັກ


ຜູ້​ພິພາກສາ​ສານ​ອາ​ຟຣິກາ​ໃຕ້ ​ໄດ້ຕັດສິນໂທດຂັງ​ຄຸກ ​ນັກ​ແລ່ນ
ຂາ​ເຫລັກ ທ້າວ Oscar Pistorius 5 ປີ ​ໃນຖານ​ໄດ້​ສັງຫານ
​ຄົນ​ຮັກ ນາງ​ສາວ Reeva Steenkamp.

ຜູ້​ພິພາກສາ Thokozile Masipa ​ໄດ້​ປະກາດ​ການ​ຕັດສິນໂທດ​
ດັ່ງກ່າວ ​ໃນ​ວັນ​ອັງຄານ​ມື້​ນີ້ ​ທີ່ນະຄອນ Pretoria ​ເກືອບວ່າ 7 ​
ເດືອນ ຫຼັງ​ຈາກການ​ພິຈາລະ​ນີ​ຄະດີໂດ່ງດັງນີ້ ​ໄດ້​ເລີ້ມ​ຕົ້ນຂຶ້ນ​.

ພວກ​ທະນາຍຄວາມ​ຂອງ​ຈຳ​ເລີຍ​ກ່າວ ​ຫລັງ​ຈາ​ກການ​ຕັດສິນ​ໂທດວ່າ ​ເຂົ​າ​ເຈົ້າ​ຄາດໝາຍ​ວ່າ ທ້າວ Pistorius ຄົງ​ຈະ​ໄດ້​ຕິ​ດຄຸກ​ແຕ່​ພຽງປະມານ 10 ເດືອນ ກ່ອນ​ເສັດ​ສິ້ນ​ກຳນົດ ​ເວລາ​ທີ່​ເຂົາ​ຖືກ​ກັກ​ບໍລິ​ເວນ​ບ້ານ.

​ຄະນະໄອ​ຍະ​ການ ​ໄດ້ກົດ​ດັນ​ໃຫ້ ລົງໂທດ​ຈຳ​ຄຸກ ທ້າວ Pistorius 10 ປີ ​ໃນ​ຂະນະ​ທີ່​ບັນດາ​ທະນາຍຄວາມ​ຂອງຜູ້ກ່ຽວ ​ໂຕ້​ແຍ້​ງວ່າ ທ້າວ Pistorius ຄວນ​ຖືກ​ກັກ​ບໍລິ​ເວນ​ຢູ່​ໃນ​ບ້ານ​ ແລະການຮັບ​ໃຊ້ບໍລິການ​ປະຊາ​ຄົມ​ ​ເພາະ​ເຂົາ​ເຈົ້າ​ຮູ້ສຶກວ່າ ຜູ້ກ່ຽວ​ຊຶ່ງ​ໃສ່​ຂາ​ເຫລັກ​ທັງ​ສອງ​ເບື້ອງ​ນັ້ນ ຈະ​ມີ​ຄວາມ​ລຳບາກໃນ​ການ​ຮັບ​ໃຊ້​ໂທດ​ຢູ່​ໃນ​ຄຸກ. ​

South Africa Pistorius SOTVO
please wait

No media source currently available

0:00 0:01:52 0:00

ຜູ້​ພິພາກສາ ​ໄດ້​ປະຕິ​ເສດ​ຕໍ່ຄຳ​ໂຕ້​ແຍ້​ງຂອງ​ຝ່າຍທະນາຍຄວາມ​ຂອງ ທ້າວ Pistorius
​ແລະ​ກ່າວ​ວ່າ ທ່ານ​ນາງພໍໃຈ​ກັບສະພາ​ບການ​ຢູ່​ໃນ​ຄຸກ ທີ່​ມີ​ອຸບປະກອນ​ຕ່າງໆ​ນາໆ ທີ່​ຈຳເປັນ​ສຳ​ຫຼັບພວກ​ທີ່​ເສຍ​ອົງ​ຄະ.

ທ້າວ Pistorius ​ໄດ້​ຖືກ​ຕັດສິນໃນ​ເດືອນ​ແລ້ວ​ນີ້ ​ວ່າ ມີ​ຄວາມ​ຜິດ​ໃນ​ການສັງຫານແຟນ
ສາວ ນາງ Steenkamp ​ໂດຍໄດ້ຍິງນາງຜ່ານ​ທາງ​ປະ​ຕູຫ້ອງນ້ຳ ທີ່ລ໊ອກ​ໄວ້ ​ໃນເຮືອນ​ຂອງ​ຜູ້ກ່ຽວ​ເອງ ເມື່ືອ​ເດືອນ​ກຸມພາ ປີ 2013. ທ້າວ Pistorius ​ໄດ້ກ່າວ​ວ່າ ລາວ​ຄິດ​ວ່າ ນາງ Steenkamp ​ເປັນໂຈນ​ທີ່​ເຂົ້າ​ມາຂະ​ໂມ​ຍ​ເຄື່ອງຂອງ​ໃນຕອນ​ກາງຄືນ.

XS
SM
MD
LG