ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ພິພາກສາ ລັດຖະບານກາງ ສັ່ງໃຫ້ໂຈະ ​​ດຳລັດ ທີ່ແກ້ໄຂໃໝ່ ຂອງ​ ປ. Trump


Trump Travel Ban
please wait
Embed

No media source currently available

0:00 0:02:24 0:00

ສານ​ລັດຖະບານ​ກາງ​ສະຫະລັດ​ແຫ່ງ​ນຶ່ງໄດ້​ອອກ​ຄຳ​ສັ່ງໃຫ້​ລະ​ງັບຊົ່ວຄາວຕໍ່​ການ​ພະ
ຍາຍາມ ຄັ້ງ​ທີ 2 ຂອງ​ປະທານາທິບໍດີ Donald Trump ​ໃນ​ການ​ນຳ​ໃຊ້ ​ດຳລັດຂອງ
ຝ່າຍ​ບໍລິຫານ ເພື່ອ​ໂຈ​ະການ​ເດີນທາງ​ ເຂົ້າ​ມາ ໃນ​ສະຫະລັດ ຂອງ​ພວກ​ອົບ​ພະຍົບ ​
ແລະ​ຫ້າມການ​ອອກ​ວີ​ຊາໃໝ່ ໃຫ້​ແກ່​ຜູ້​ຄົນ​ຈາກ​ບັນດາ 6 ປະ​ເທດ​.

ຜູ້​ພິພາກສາ​ Derrick Watson ​ໄດ້ພົບ​ເຫັນໃນ​ວັນ​ພຸດ​ວານ​ນີ້ວ່າ ການທ້າ​ທາຍ​ທາງ​
ກົດໝາຍ​ຈາກ​ລັດ Hawaii ​ເບິ່ງ​ຄື​ວ່າ​ຈະ​ປະສົບ​ຜົນສຳ​ເລັດ ໃນ​ຄວາມ​ຖືກຕ້ອງ​ຊອບ
​ທຳ ໃນ​ການ​ໂຕ້​ແຍ້​ງວ່າ ດຳລັດ​ສະບັບ​ນີ້ ລະ​ເມີດ​ຕໍ່ວັກ​ນຶ່ງ​ ຂອງລັດຖະທຳ​ມະນູນ ຊຶ່ງ​
ບັງຄັບ​ວ່າ ການ​ເອົາ​ບາດກ້າວ ​ຂອງ​ລັດຖະບານ ​ຈະ​ມີ​ຜົນ​ ຕໍ່​ຈຸດປະສົງ​ຕົ້ນຕໍ ໃນ​ທາງ​
ໂລກເທົ່ານັ້ນ.

ເຊີນຊົມ : ທ່ານ Trump ບອກກ່າວຕໍ່ຜະຊາຊົນຊາວ Tennessee ກ່ຽວກັບສານ
Tennessee ຂອງການຕັດສິນຂອງສານ ຕໍ່ຕ້ານດຳລັດຂອງການໂຈກການເດີນທາງ
ເຂົ້າມາໃນສະຫະລັດ

Trump Tells Tennessee Crowd of Court Ruling Against Revised Travel Ban
please wait

No media source currently available

0:00 0:02:13 0:00

ທ່ານ​ໄດ້​ຊີ້​ໃຫ້​ເຫັນ​ຄຳ​ເວົ້າຂອງທ່ານ Trump ​ແລະ​ພັກ​ພວກ​ຂອງ​ທ່ານ ທັງກ່ອນ​ແລະ​ຫຼັງຈາກທ່ານ ​ໄດ້​ຖືກ​ເລືອກໃຫ້​ເປັນ​ປະທານາທິບໍດີ ໃນ​ເດືອນພະຈິກ ຜ່ານ​ມາ​ນັ້ນ.
ການ​ໂຄສະນາ​ຫາ​ສຽງຄັ້ງ​ນຶ່ງຂອງ​ທ່ານ Trump ​ແມ່ນ​ຮວມທັງ ​ການ​ຮຽກຮ້ອງ​ໃຫ້​ຫ້າມ
ບໍ່​ໃຫ້ຊາວ​ມຸສລິ​ມ​ເດີນທາງເຂົ້າ​ມາໃນສະຫະລັດ​ ຊຶ່ງ​ເປັນນະ​ໂຍບາຍ​ທີ່​ໄດ້​ຖືກດັດ​ແປງ​
ໃນ​ເວລາ​ຕໍ່​ມາ​ໃຫ້​ເປັນ​ການ “ກວດ​ກາຢ່າງ​ລະອຽດ” ສຳລັບ​ພວກ​ຜູ້​ຄົນ ທີ່​ມາ​ຈາກ​ບັນດາ
​ປະ​ເທດ ທີ່​ພົວພັນ​ກັບ​ການ​ກໍ່​ການ​ຮ້າຍ.

ຜູ້​ພິພາກສາ​ Watson ​ໄດ້​ກ່າວ​ວ່າ ຄະດີ​ທີ່ຢູ່​ຕໍ່ໜ້າ​ທ່ານ​ນີ້​ແມ່ນ​ຮວມທັງ “​ຫລັກຖານ
ທີ່ສຳຄັນ ​ແລະ​ປະຕິ​ເສດ​ບໍ່​ໄດ້ກ່ຽວ​ກັບ​ເລື່ອງສາສະໜາ ທີ່​ເປັນ​ຕົ້ນຕໍ​ໃນ​ການ​ປະກາດ​
ໃຊ້​ດຳລັດ​ຝ່າຍ​ບໍລິຫານ​ແລະ​ດຳລັດ​ສະບັບ​ກ່ອນ” ​

ລັດຖະບານ​ຂອງ​ທ່ານ Trump ​ໄດ້​ກ່າວ​ວ່າ ການ​ຫ້າມ​ທີ່​ວ່າ​ນີ້ ​ແມ່ນ​ຈຳເປັນທີ່​ຈະ​ປົກ​ປ້ອງ
​ປະ​ເທດ​ຊາດ​ຈາ​ກກາ​ນຂົ່ມຂູ່​ໃດໆ ​ຂອງ​ພວກກໍ່​ການ​ຮ້າຍ. ມັນເປັນ​ການ​ໂຈະ​ໃນ​ໄລຍະ
4 ​ເດືອນ ຕໍ່​ການ​ເຂົ້າ​ເມືອງ​ຂອງ​ຊາວ​ອົບ​ພະຍົບ ​ແລະ 3 ​ເດືອນ ຕໍ່​ການ​ອອກ​ວີ​ຊາ​ໃໝ່ ​
ໃຫ້​ພວກ​ຜູ້​ຄົນ​ທີ່​ມາ​ຈາກ ອີຣ່ານ, ຊິ​ເຣຍ, ​ເຢ​ເມນ, ລີ​ເບຍ, ໂຊ​ມາ​ເລຍ ​ແລະ​ຊູ​ດານ
ຊຶ່ງຈະ​ເລີ່ີມມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ພະຫັດ​ມື້​ນີ້ ກ່ອນ​ທີ່​ການ​ຈັດຕັ້ງປະຕິ​ເສດ ​ໄດ້​ຖືກ​ສັ່ງ​ໃຫ້
​ໂຈະ​ໄວ້​ກ່ອນ.

ພວກຜູ້ຄົນປະທ້ວງຕໍ່ດຳລັດສູງສຸດຂອງປະທານາທິບໍດີ Trump ໃນການໂຈະການເດີນທາງເຂົ້າມາຍັງສະຫະລັດ ໃນ ສວນສາທາລະນະ Lafayette ຂ້າງນອກທຳນຽບຂາວ, 6 ມີນາ, 2017.
ພວກຜູ້ຄົນປະທ້ວງຕໍ່ດຳລັດສູງສຸດຂອງປະທານາທິບໍດີ Trump ໃນການໂຈະການເດີນທາງເຂົ້າມາຍັງສະຫະລັດ ໃນ ສວນສາທາລະນະ Lafayette ຂ້າງນອກທຳນຽບຂາວ, 6 ມີນາ, 2017.

ດຳລັດສະບັບ​ກ່ອນ​ໜ້າ​ນີ້ ​ແມ່ນ​ຮວມທັງປະ​ເທດ ອີຣັກ ​ໃນບັນດາ​ປະ​ເທດ​ທີ່​ເປັນເປົ້າໝາ​ຍ ຕະຫລອດ​ທັງ​ວັກ​ນຶ່ງ​ຂອງ​ດຳລັດ ​ທີ່​ໄດ້​ມີ​ການຍົກ​ເວັ້ນພວກ​ທີ່​ນັບຖື​ສາສະໜາ​ກຸ່ມ​ນ້ອຍ
ຈາກ​ການ​ຫ້າມດັ່ງກ່າວ.

ບັນດາ​ປະ​ເທດ​ທັງຫຼາຍທີ່​ພົວພັນນັ້ນ ປະຊາຊົນສ່ວນ​ໃຫຍ່​ແມ່ນຊາວເປັນ​ມຸສລິ​ມ.
ຜູ້​ພິພາກສາ​ Watson ​ໄດ້ປະຕິ​ເສດ ຕໍ່​ຂໍ້​ໂຕ້​ແຍ້​ງຂອງລັດຖະບານ ທີ່​ວ່າ ຍ້ອນ​ພວກ
ປະ​ເທດທີ່​ມີ​ຊື່ ໃນ​ບັນຊີບໍ່​ແມ່ນ​ຮວມ​ເຖິງ​ປະຊາກອນ​ຊາວ​ມຸສລິ​ມ​ໃນ​ທົ່ວ​ໂລກ ດຳລັດ​ທີ່​ວ່າ​ນີ້
ຈຶ່ງ​ບໍ່​ແມ່ນການ​ຫ້າມ​ຕໍ່​ຊາວ​ມຸສລິ​ມ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ຄວາມເຫັນຂອງທ່ານ Doug Chin ຫົວໜ້າຍຸຕິທຳຂອງລັດ Hawaii ທີ່ກ່າວ ເຖິງການໂຈະການເດີນທາງທີ່ວ່າ: 'ຂໍ້ຄວາມລາຍລະອຽດຕ່າງໆນັ້ນແມ່ນສຳຄັນ'

Hawaii Attorney General Doug Chin on Travel Ban Ruling: 'Context Matters'
please wait

No media source currently available

0:00 0:01:32 0:00

XS
SM
MD
LG