ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດຄອມພິວເຕີ້ Apple ກ່າວວ່າ ລັດຖະບານ ສະຫະລັດ ຢາກໃຫ້ພວກເຮົາ ເຈາະຂໍ້ມູນ ລູກຄ້າ


ປະທານກຳມະການບໍລິສັດ​ຄອມ​ພິວ​ເຕີ Apple ທ່ານ Tim Cook ຕອບຮັບຄຳຖາມ ໃນກອງປະຊຸມ IBM ທີ່ສູນກາງໃຫຍ່ Watson ໃນ New York.
ປະທານກຳມະການບໍລິສັດ​ຄອມ​ພິວ​ເຕີ Apple ທ່ານ Tim Cook ຕອບຮັບຄຳຖາມ ໃນກອງປະຊຸມ IBM ທີ່ສູນກາງໃຫຍ່ Watson ໃນ New York.

ບໍລິສັດ​ຄອມ​ພິວ​ເຕີ Apple ປະຕິ​ເສດ​ຕໍ່​ຄຳ​ສັ່ງ​ຂອງ​ລັດຖະບານ​
ສະຫະລັດ ​ໃນ​ການໄຂຂໍ້​ມູນທີ່ໃຊ້ລະຫັດລັບ ຫຼື encrypted
ຂອງລະບົບເຄື່ອງໂທລະສັບ IPhone ເພື່ອຊ່ອຍເຫຼືອອົງການ
ສັນຕິບານກາງສະຫະລັດ ຫຼື FBI ເພື່ອຈະກວດສອບ​ເບິ່ງ​ໂທລະ
​ສັບທີ່​ໃຊ້​ໂດຍ​ພວກ ຫົວ​ຮຸນ​ແຮງ ທີ່​ໄດ້ສັງຫານ 14 ຄົນ ໃນການ
ໂຈມຕີແບບພວກກໍ່ການຮ້າຍ ໃນລັດ California ​ເມື່ອເດືອນ
ທັນວາຜ່ານມານີ້ນັ້ນ.

ເຈົ້າໜ້າທີ່ສູງສຸດຂອງ ບໍລິສັດ​ Apple ທ່ານ Tim Cook
ໄດ້ເຜີຍແຜ່ຈົດໝາຍ​ເປີດ​ຊອງຕໍ່ບັນດາລູກຄ້າຈຳນວນຫຼາຍ
ລ້ານຄົນ ໃນວັນພຸດວານນີ້ ​ໂດຍປະກາດວ່າ ທາງບໍລິສັດ
ຈະທ້າທາຍຕໍ່​ຄຳສັ່ງຂອງສານ ທີ່​ໃຫ້ປະ​ດິດຊອຟແວຣໃໝ່ ທີ່ສາມາດ​ເອົາຊະນະ ມາດ​ຕະ
ການການ ຮັກສາຄວາມປອດໄພຂອງ Apple ​ໄດ້. ທ່ານ Cook ​ໄດ້​ກ່າວ​ວ່າ ລັດຖະບານເອົາ​ບາດ ກ້າວ​ທີ່​ວ່າ​ນີ້ແບບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນນີ້​ “​ເປັນ​ການ​ກ້າວ​ກ່າຍ​ເກີນ​ໄປ” ​ແລະ​ນີ້ຈະ​ມີ​ຜົນ​ກະທົບ ​ໃນ​ທາງ​ລົບ ​ຕໍ່ເລື້ອງ​ສະ​ເພາະສ່ວນ​ຕົວ​ຂອງປະຊາຊົນ.

ເບີນຊົມວີດີໂອຈາກນັກຂ່າວ VOA - Zlatica Hoke:

Apple Security Dispute Raises Controversy
please wait

No media source currently available

0:00 0:02:08 0:00

ທ່ານ Cook ​ໄດ້​ກ່າວ​ວ່າ “ລັດຖະບານ​ໄດ້​ຮຽກຮ້ອງ​ໃຫ້​ບໍລິສັດ Apple ໃຫ້​ເຈາະ ຫຼື Hack ຂໍ້ມູນຂອງລູກຄ້າແລະເປັນການບ່ອນທຳລາຍຄວາມກ້າວໜ້າເລື້ອງການປົກປ້ອງ
ຄວາມປອດໄພທີ່ພະຍາຍາມນານມາໄດ້ຫຼາຍທົດສະວັດ ທີ່ຮັກສາຂໍ້ມູນລັບຂອງລູກຄ້າ
ນັ້ນ ​ຊຶ່ງຮວມທັງຊາວອາເມຣິກັນຫຼາຍສິບລ້ານຄົນ ຈາກພວກ​ເຈາະຂໍ້ມູນທີ່ເກັ່ງກາດ ຈົນເຖິງການລັກລອບຂໍ້ມູນທາງອິນເຕີແນ໊ຕ. ພວກວິສະວະກອນພວກດຽວກັນນີ້ລະທີ່
ສ້າງລະຫັດພິເສດທີ່ເຂັ້ມແຂງ ລົງໃສ່ໃນ IPhone…ຈະສາມາດ ແມ່ນແທ້ໆຫວ໋າ ທີ່ເປັນຄຳສັ່ງໃຫ້ພວກເຂົາເຈົ້າ ຈະເຮັດ ໃຫ້ລະບົບປ້ອງກັນນີ້ອ່ອນແອລົງ ແລະພວກ
ລູກຄ້ານັ້ນກໍຈະມີຄວາມປອດໄພໜ້ອຍລົງ.”

ໂທລະສັບມືຖື iPhone 6 plus (ຊ້າຍ), ແລະ iPhone 6 ໃນການວາງສະແດງທີ່ເມືອງ Cupertino, ລັດ Calif.
ໂທລະສັບມືຖື iPhone 6 plus (ຊ້າຍ), ແລະ iPhone 6 ໃນການວາງສະແດງທີ່ເມືອງ Cupertino, ລັດ Calif.

ໂຄສົກທຳນຽບຂາວທ່ານ Josh Earnest ໄດ້ກ່າວວ່າ ປະທາ
ນາທິບໍດີສະຫະລັດທ່ານ ”ບາຣັກ ໂອບາມາ ມອງເຫັນ​ ລະຫັດລັບ
ຫຼື encrypted ນີ້ວ່າ “ເປັນຄວາມສຳຄັນທີ່ເປັນບຸລິມະສິດ
ຂອງຊາດ”
ແລະໃຫ້ການສະໜັບສະໜຸນໜ່ວຍສືບລັບ FBI
ແລະກະຊວງຍຸຕິທຳຂອງສະຫະລັດ ໃນການຮຽກຮ້ອງຕໍ່ ບໍລິສັດ
Apple.

ທ່ານ Cook ​ໄດ້​ກ່າວ​ວ່າ ແມ່ນບໍ່ມີຄວາມດູຕົນສົງສານຕໍ່ພວກກໍ່
ການຮ້າຍ ແລະໄດ້ເຈັບແຄ້ນໃນການໂຈມຕີທີ່ມີຂຶ້ນໃນເມືອງ
San Bernardino, ໃນລັດ California ໃນປີກາຍ ນີ້ ໂດຍ ທ້າວ Syed Rizwan Farook ຜູ້ຊຶ່ງເກີດໃນສະຫະລັດ ແລະພັນລະຍາຂອງລາວ ນາງ Tashfeen Malik ຊາວປາກິສຖານ. ບໍລິສັດ​ Apple ໄດ້ໃຫ້ ໜ່ວຍສືບລັບ FBI ມອບຂໍ້ມູນທີ່ກ່ຽວຂອ້ງຂອງຕົນ ທີ່ໄດ້ເກັບກຳນັ້ນ ແລະໄດ້ປະຕິບັດຕາມກົດລະບຽບການ ຂອງໝາຍສານ ແລະໄດ້ໃຫ້
ຄຳແນະນຳຂອງພວກວິສະວະກອນ ຕໍ່ FBI.

ຮູບພາບທີ່ທາງກົມຈາລະຈອນ ຍວດຍານພາຫະນະ ຂອງລັດ California ເປັນຜູ້ປະກອບເຂົ້າກັນ ຂອງນາງ Tashfeen Malik, ຊ້າຍ, ແລະທ້າວ Syed Farook, ສອງສາມີພັນລະຍາ ທີ່ຖືກຍິງຕາຍ ຫຼັງຈາກການໂຈມຕີສັງຫານໝູ່ ໃນເມືອງ San Bernardino, Calif., 2 ທັນວາ , 2015.
ຮູບພາບທີ່ທາງກົມຈາລະຈອນ ຍວດຍານພາຫະນະ ຂອງລັດ California ເປັນຜູ້ປະກອບເຂົ້າກັນ ຂອງນາງ Tashfeen Malik, ຊ້າຍ, ແລະທ້າວ Syed Farook, ສອງສາມີພັນລະຍາ ທີ່ຖືກຍິງຕາຍ ຫຼັງຈາກການໂຈມຕີສັງຫານໝູ່ ໃນເມືອງ San Bernardino, Calif., 2 ທັນວາ , 2015.

XS
SM
MD
LG