ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ພິພາກສາສະຫະລັດ ຕັດສິນວ່າ ການພົກ ອາວຸດປືນສັ້ນ ໃນນະຄອນຫລວງ ວໍຊິງຕັນ ບໍ່ຜິດກົດໝາຍ


ຜູ້​ພິພາກສາ ລັດຖະບານ​ກາງ ສະຫະລັດ ທ່ານ​ນຶ່ງ ​ໄດ້​ຕັດສິນ​ວ່າ
ການ​ຫ້າມ​ບໍ່​ໃຫ້ພົກ​ອາວຸດ​ປືນ​ສັ້ນ​ຕິ​ດໂຕ ຢູ່​ໃນ​ຄະ​ຄອນ​ຫລວງ
ວໍ​ຊິງ​ຕັນ ດີ​.ຊີ ນັ້ນ ​ບໍ່​ຖືກຕ້ອງ ຕາມ​ລັດຖະທຳ​ມະນູນ.

ຄຳຕັດສິນດັ່ງກ່າວ ທີ່​ໄດ້​ເປີດ​ເຜີຍອອກ​ເມື່ອວັນ​ເສົາ​ວານນີ້ ແມ່ນ
ເປັນ​ການ​ຕ່າວປີ້ນ ​ການ​ຫ້າມ​ຂອງ​ອຳນາດ​ປົກຄອງ​ເມືອງຫລວງ
ບໍ່​ໃຫ້ພົກ​ປືນຢູ່ໃນທີ່​ສາທາລະນະ.

ຜູ້​ພິພາກສາ Fredrick Scullin ກ່າວ​ວ່າ ​ໃນ​ຄວາມ​ຄິດ​ເຫັນ​ຂອງ
​ທ່ານນັ້ນ “​ແມ່ນບໍ່​ມີ​ພື້ນຖານ​ໃດ​ໆອີກ ​ທີ່​ສານ​ແຫ່ງ​ນີ້​ຈະສາມາດ
ອ້າງ​ອິງ​ເພື່ອລົງ​ຄວາມ​ເຫັນ​ ​ວ່າ ການຫ້າມຂອງ​ວໍ​ຊິງ​ຕັນ​ດີ​ຊີ ບໍ່​ໃຫ້
ສາທາລະນະ​ຊົນພົກປືນ​ສັ້ນທີ່​ພ້ອມ​ສຳ​ຫລັບ​ຍິງ ຢູ່​ນອກ​ເຮືອນນັ້ນ ​ເປັນການ​ຫ້າມ​ທີ່​ຖືກ
ຕ້ອງ​ຕາມ​ລັດຖະທໍ​າມະນູນ ບໍ່​ວ່າພາຍ​ໃຕ້​ການ​ພິຈາລະນາ​ຢ່າງ​ລະອຽດ​ໃນ​ລະດັບ​ໃດ​ກໍຕາມ." ​

ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ໃນ​ທັນ​ທີນີ້​ເທື່ອ​ວ່າ ​ນະຄອນ​ຫລວງ ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ອຸທອນ​ການ​ຕັດສິນນັ້ນ ​ຫລື​ບໍ່.

​ເມືອງ​ຫລວງ​ຂອງສະຫະລັດ ມີ​ກົດໝາຍ​ຫ້າມທຸກຄົນ ພົກ​ອາວຸດ​ປືນ​ສັ້ນ​ຢູ່​ນອກ​ເຮືອນ.

ບັນດາ​ຜູ້​ສະໜັບສະໜູນການ​ພົກ​ປືນ​ສັ້ນ​ ມັກ​ອ້າງ​ອີງການ​ໂ​ຕ້​ແຍ້​ງຂອງເຂົາ​ເຈົ້າ​ໃສ່ ບົດ
​ດັດ​ແກ້ ລັດຖະທຳ​ມະນູນສະຫະລັດ ບົດທີ​ສອງ ​ທີ່ກ່າວ​ວ່າ: “ຍ້ອນ​ວ່າ ທະຫານ​ບ້ານ​ທີ່ຢູ່​
ໃຕ້​ກົດລະບຽບ​ຄວບ​ຄຸມ​ຢ່າງ​ດີ ​ແລະ​ຈຳ​ເປັນ​ຕໍ່​ຄວາມ​ໝັ້ນຄົງ​ປອດ​ໄພ​ຂອງ​ລັດ​ທີ່​ມີ​ເສຣີພາບນັ້ນ ສິດທິ​ຂອງ​ປະຊາ​ຊົນ​ໃນ​ການ​ເກັບ​ຮັກສາ ​ແລະ​ຖື​ອາວຸດ ບໍ່​ຄວນ​ທີ່ຈະ
ຖືກລະ​ເມີດ.”

XS
SM
MD
LG