ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

JPMorgan ຈ້າງລູກສາວ ທ່ານ Wen Jiabao ຢ່າງລັບໆ


ທະນາຄານ JPMorgan
ທະນາຄານ JPMorgan
ໜັງ​ສື​ພີມ New York Times ລາຍ​ງານ​ວ່າ ທະນາຄານ
JPMorgan Chase ທີ່ມີ​ຫ້ອງການຢູ່​ສະຫະລັດໄດ້ຈ້າງ​ລູກ
​ສາວ​ຂອງທ່ານ Wen Jiabao ຢ່າງ​ລັບໆ ຜູ້​ຊຶ່ງ​ຫວ່າງ​ມໍ່ໆ​ມາ
​ນີ້ໄດ້​ເປັນ​ນາຍົກລັດຖະມົນຕີ​ຈີນແລະ​ເປັນ​ຜູ້​ດູ​ແລ​ເສດຖະກິດ
ທີ່ໃຫຍ່ເປັນອັນ​ດັບ​ສອງຂອງ​ໂລກ.

ລາຍ​ງານ​ທີ່​ອອກ​ໃນວັນ​ພະຫັດ​ມື້​ນີ້ ​ມີ​ຂື້ນ​ໃນ​ຂະນະ​ທີ່ລັດຖະ
ບານສະຫະລັດ ສືບ ສວນ​ວ່າ ທະນາຄານດັ່ງກ່າວໄດ້​ຈ້າງ​ບັນ
ດາ​ລູກ​ເຕົ້າ​ຂອງເຈົ້າ​ໜ້າ​ທີ່​ຈີນ​ທີ່​ມີອິດທິ ພົນ​ຂອງ​ຈີນ ​ເພື່ອ​
ຊ່ວຍ​ໃຫ້ທາງ​ທະນາຄານ​ບັນລຸ​ການ​ຕົກລົງ​ທາງທຸລະ​ກິດທີ່​ມີ​
ກຳ ​ໄລງາມໆ ກັບ​ບັນດາ​ບໍລິສັດລັດ​ວິ​ສາ​ຫະກິດ​ຕ່າງໆຂອງ​ຈີນ.

ໜັງສືພິມ New York Times ກ່າວອີກວ່າ JPMorgan ​ໄດ້
​ຈ່າຍ​ເງິນ 1 ລ້ານ 8 ​ແສນ​ໂດ​ລາ ​ແຕ່ປີ 2006 ຫາ​ປີ 2008
​ໃຫ້​ແກ່​ທຸລະ​ກິດທີ່​ຮູ້ກັນ​ແຕ່​ພຽງ​ເລັກ​ນ້ອຍ​ ຊຶ່ງ​ມີ​ຜູ້​ປະກອບ​ການ​
ສ​ອງຄົນ ທີ່ບໍລິຫານໃນ​ເວລາ​ນັ້ນໂດຍລູກ​ສາວ​ຂອງນາຍົກລັດ
ຖະມົນຕີ ນາງ Wen Ruchun ຜູ້​ທີ່​ໃສ່​ຊື່​ປອມ​ວ່າ “Lily Chang.”

ລາຍ​ງານ​ກ່າວ​ວ່າ ຜູ້​ບໍລິຫານ​ທະນາຄານດັ່ງກ່າວ ສາຂາຮົງ​ກົງ ​ຮູ້​ດີ​ວ່າ ນາງ​ແມ່ນ​ໃຜ ແລະ​
ປາກົດ​ວ່າ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກການ​ຕິດ​ຕໍ່​ຂອງ​ນາງ​ ກັບ ຫລາຍໆ​ພາກສ່ວນ.

ບັນດາ​ເຈົ້າ​ໜ້າ​ທີ່ຂອງທະນາຄານ JPMorgan ​ໄດ້ປະຕິ​ເສດບໍ່​ຍອມ​ໃຫ້​ຄວາມ ​ເຫນ​ໃດໆ
ກ່ຽວ​ກັບ​ເລື້ອງ​ນີ້. ລັດຖະບານ​ຈີນ ​ແລະ​ສະຫະລັດກໍ​ບໍ່ມີ​ປະຕິກິລິຍາຕໍ່​ລາຍ​ງານ​ດັ່ງກ່າວ ທີ່​
ອ້າງ​ອິງ​ຕາມ​ການ​ທົບທວນ​ເບິ່ງ​ເອກ​ກະສາ​ນທີ່​ປິດລັບ​ແລະ ​ເປີດ​ເຜີຍຂອງ​ຈີນ ​ຕະຫຼອດ
ທັງການ​ສໍາພາດ​ກັບ​ເຈົ້າ​ໜ້າ​ທີ່ຫລາຍໆ​ຄົນ. ໜັງ​ສື​ພີມ New York Times ລາຍ​ງານ​ວ່າ
ທະນາຄານ JPMorgan Chase ທີ່ມີ​ຫ້ອງການຢູ່​ສະຫະລັດ ​ໄດ້ຈ້າງ​ລູກ​ສາວ​ຂອງທ່ານ
Wen Jiabao ຢ່າງ​ລັບໆ ຜູ້​ຊຶ່ງ​ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ເປັນ​ນາຍົກລັດຖະມົນຕີ​ຈີນແລະ​ເປັນ
​ຜູ້​ດູ​ແລ​ ເສດຖະກິດທີ່ໃຫຍ່ເປັນອັນ​ດັບ​ສອງຂອງ​ໂລກ.

ລາຍ​ງານ​ທີ່​ອອກ​ໃນວັນ​ພະຫັດ​ມື້​ນີ້ ​ມີ​ຂື້ນ​ໃນ​ຂະນະ​ທີ່ລັດຖະບານສະຫະລັດ ສືບ ສວນ​ວ່າ ທະນາຄານດັ່ງກ່າວໄດ້​ຈ້າງ​ບັນດາ​ລູກ​ເຕົ້າ​ຂອງເຈົ້າ​ໜ້າ​ທີ່​ຈີນ​ທີ່​ມີອິດທິ ພົນ​ຂອງ​ຈີນ ​ເພື່ອ​
ຊ່ວຍ​ໃຫ້ທາງ​ທະນາຄານ​ບັນລຸ​ການ​ຕົກລົງ​ທາງທຸລະ​ກິດທີ່​ມີ​ກຳ ​ໄລງາມໆ ກັບ​ບັນດາ​ບໍລິ
ສັດລັດ​ວິ​ສາ​ຫະກິດ​ຕ່າງໆຂອງ​ຈີນ.

ໜັງສືພິມ New York Times ກ່າວອີກວ່າ JPMorgan ​ໄດ້​ຈ່າຍ​ເງິນ 1 ລ້ານ 8 ​ແສນ​
ໂດ​ລາ ​ແຕ່ປີ 2006 ຫາ​ປີ 2008 ​ໃຫ້​ແກ່​ທຸລະ​ກິດທີ່​ຮູ້ກັນ​ແຕ່​ພຽງ​ເລັກ​ນ້ອຍ​ ຊຶ່ງ​ມີ​ຜູ້​ປະ
ກອບ​ການ​ສ​ອງຄົນ ທີ່ບໍລິຫານໃນ​ເວລາ​ນັ້ນໂດຍລູກ​ສາວ​ຂອງນາຍົກລັດຖະມົນຕີ ນາງ
Wen Ruchun ຜູ້​ທີ່​ໃສ່​ຊື່​ປອມ​ວ່າ “Lily Chang.”

ລາຍ​ງານ​ກ່າວ​ວ່າ ຜູ້​ບໍລິຫານ​ທະນາຄານດັ່ງກ່າວ ສາຂາຮົງ​ກົງ ​ຮູ້​ດີ​ວ່າ ນາງ​ແມ່ນ​ໃຜ ​
ແລະ​ປາກົດ​ວ່າ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກການ​ຕິດ​ຕໍ່​ຂອງ​ນາງ​ ກັບ ຫລາຍໆ​ພາກສ່ວນ.
ບັນດາ​ເຈົ້າ​ໜ້າ​ທີ່ຂອງທະນາຄານ JPMorgan ​ໄດ້ປະຕິ​ເສດບໍ່​ຍອມ​ໃຫ້​ຄວາມ ​ເຫນ​
ໃດໆ​ກ່ຽວ​ກັບ​ເລື້ອງ​ນີ້. ລັດຖະບານ​ຈີນ ​ແລະ​ສະຫະລັດກໍ​ບໍ່ມີ​ປະຕິກິລິຍາຕໍ່​ລາຍ​ງານ​ດັ່ງ
ກ່າວ ທີ່​ອ້າງ​ອິງ​ຕາມ​ການ​ທົບທວນ​ເບິ່ງ​ເອກ​ກະສາ​ນທີ່​ປິດລັບ​ແລະ ​ເປີດ​ເຜີຍຂອງ​ຈີ
ນ ​ຕະຫຼອດທັງການ​ສໍາພາດ​ກັບ​ເຈົ້າ​ໜ້າ​ທີ່ຫລາຍໆ​ຄົນ.
XS
SM
MD
LG