ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈໍແດັນ ປະຕິຍານວ່າ ຈະກຳຈັດ ພວກລັດອິສລາມ ໃຫ້ໝົດສິ້ນໄປ


ກະສັດ Abdullah II ຂອງຈໍແດັນ ຊົງກ່າວຖະແຫລງ ໃນລະຫວ່າງ ການເປີດກອງປະຊຸມສະພາ ຢູ່ທີ່ນະຄອນຫລວງ Amman.
ກະສັດ Abdullah II ຂອງຈໍແດັນ ຊົງກ່າວຖະແຫລງ ໃນລະຫວ່າງ ການເປີດກອງປະຊຸມສະພາ ຢູ່ທີ່ນະຄອນຫລວງ Amman.

ຈໍ​ແດັນ​ກ່າວວ່າ ການ​ໂຈມ​ຕີ​ທາງ​ອາກາດຫຼາຍໆບັ້ນ​ ໃສ່ເປົ້າໝາຍ
​ຕ່າງໆ​ຂອງກຸ່ມ​ຫົວຮຸນ​ແຮງ​ລັດ​ອິສລາມ ​ເມື່ອ​ບໍ່​ດົນ​ນີ້ ​ແມ່ນ​ເປັນ​ພຽງ
ການເລີ້ມຕົ້ນ​ເທົ່າ​ນັ້ນ ຂອງ​ການ​ຕອບ​ໂຕ້​ຕໍ່​ການ​ຄາດ​ຕະກຳ​ ທີ່​
ໂຫດ​ຫ້ຽມ​ ນັກ​ບິນທະຫານ​ຈໍ​ແດັນ ທີ່​ຖືກ​ຈັບ​ໂຕ​ໄດ້​ໃນ​ຊີ​ເຣຍ​ເມື່ອ
​ເດືອນທັນວາ​ປີ​ກາຍ​ນີ້.

​ເຮືອບິນ​ລົບ​ຈໍ​ແດັນຫຼາຍລຳ ​ໄດ້​ເປີດ​ສາກ​ທຳ​ການ​ໂຈມ​ຕີ​ ຕໍ່​ກຸ່ມ
ຫົວຮຸນ​ແຮງ​ລັດ​ອິສລາມ ​ໃນ​ຊີ​ເຣຍ ​ແລະ ​ອີຣັກ ເມື່ອວັນ​ພະຫັດ​
ວານ​ນີ້ ຫຼັງຈາກ​ກະສັດ Abdullah ຊົງໄດ້ປະຕິຍານ​ວ່າ ຈະ​ຕອບ
​ໂຕ້ແບບ “ສັ່ນ​ສະ​ເທືອນ​ໂລກ” ຕໍ່​ການ​ສັງຫານນັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

UN Human Rights Chief: Islamist Militants Think Like Nazis
please wait

No media source currently available

0:00 0:02:11 0:00

ລັດຖະມົນຕີ​ຕ່າງປະ​ເທດຈໍ​ແດັນ ທ່ານ Nasser Judeh ຖະ​ແຫລ​ງຕໍ່ ໂທລະພາບ​ CNN
ເມື່ອ​ຕອນຄ່ຳ​ຄືນ​ວັນ​ພະຫັດ​ວານ​ນີ້ວ່າ ຈໍ​ແດັນ ຈະ​ຕາມ​ລ່າ​ພວກນັກ​ຕໍ່ສູ້​ຂອງກຸ່ມຫົວ​ຮຸນ​
ແຮງ​ລັດ​ອິສລາມ “ຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ຢູ່ ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​
ພວກ​ເຮົາ​ມີ.”

ທ່ານ Judeh ​ເວົ້າຕໍ່​ໄປ​ວ່າ “ພວກ​ເຮົາ​ຈະ​ຕາມ​ລ່າ​ພວກ​ເຂົາ ​ແລະ​ພວກເຮົາ​ຈະ​ກຳຈັດ ​ພວກ​ເຂົາ” ແລະ ​ເອີ້ນ​ພວກ​ນັກ​ຕໍ່ສູ້ຂອງກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ວ່າ​ເປັນ​ພວກ “ຂີ້​
ຂາດ​ຕາຂາວ​.”

ກະສັດ Abdullah ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ ຄອບ​ຄົວຂອງ​ນັກ​ບິນ Muath al-Kaseasbeh
ຢູ່​ທີ່​ບ້ານ​ພັກ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ວັນ​ພະຫັດ​ວານ​ນີ້. ພະ​ອົງ​ຊົງກ່າວ​ວ່າ​ ຈໍ​ແດັນຈະ​ສືບ​ຕໍ່
ທຳການຕໍ່ສູ້​ເພື່ອ​ປົກ​ປ້ອງ​ພົນລະ​ເມືອງ​ ​ແລະ ສາສະໜາຂອງ​ຕົນ.

ວີ​ດີ​ໂອ​ທີ່​ຈັດທຳ​ຂຶ້ນມາ​ຢ່າງ​ແນບ​ນຽນ​ໂດຍ​ກຸ່ມ​ລັດ​ອິສລາມ ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ອາທິດ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນວ່າ ​ນັກ​ບິນ ຜູ້​ຖືກຂັງໄວ້ຢູ່​ໃນກົງ​ ​ໄດ້​ຖືກ​ຫົດ​ດ້ວຍ​ນ້ຳມັນ​ເຊື້ອ​ໄຟ ​ແລະ​
ໄດ້​ຖືກ​ເຜົາຂະນະທີ່ ຍັງມີຊີວິດຢູ່.

ເບິ່ງວີດີໂອກ່ຽວຂ້ອງ:

Morale High Among Kurdish Fighters on Northern Iraq Frontline
please wait

No media source currently available

0:00 0:02:43 0:00

XS
SM
MD
LG